Ad

Ad

27 January 2015

ທົບທວນວຽກງານການມີສ່ວນຮ່ວມຂອງສື່ໃນຊຸມຊົນ



ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ (ຖວ ທ) ຮ່ວມກັບອົງການສະຫະປະ ຊາຊາດເພື່ອການພັດທະນາປະຈຳລາວໄດ້ຈັດ ກອງປະ ຊຸມທົບທວນ ການຈັດຕັ້ງປະຕິບັດວຽກງານ ແຜນງານສະໜັບສະ ໜູນການມີ ສ່ວນຮ່ວມຂອງສື່ມວນຊົນໃນຊຸມ ຊົນຂຶ້ນໃນວັນທີ 26 ມັງກອນນີ້, ຢູ່ໂຮງແຮມ ລາວພລາຊາ, ນະຄອນ ຫລວງວຽງຈັນ ໂດຍການເປັນປະ ທານຂອງທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທ່ານ ນາງ ກາລີນາ ອິມໂມເນັນ ຜູ້ປະ ສານງານອົງສາ ສປຊ ເພື່ອການ ພັດທະນາປະຈຳລາວ, ມີບັນດາ ຫົວໜ້າວິທະຍຸຊຸມຊົນຈາກແຂວງ ອຸດົມໄຊ, ຊຽງຂວາງ, ໄຊຍະບູລີ, ສາລະວັນ ແລະ ເຊກອງເຂົ້າຮ່ວມ.
ທ່ານ ບົວເງິນ ຊາພູວົງ ກ່າວ ວ່າ: ແຜນງານສະໜັບສະໜູນ ການມີສ່ວນຮ່ວມ ແລະ ສື່ມວນຊົນ ເປັນແຜນງານຮ່ວມ ມືລະຫວ່າງ ກະຊວງ ຖວທ ແລະ ອົງການສະ ຫະປະຊາຊາດເພື່ອການພັດທະນາປະຈຳລາວເພື່ອສະໜັບສະໜູນທຸກພາກ ສ່ວນໃຫ້ມີສ່ວນຮ່ວມໃນການພັດທະນາໂດຍຜ່ານການສະໜັບ ສະໜູນອົງການຈັດຕັ້ງຕ່າງໆໃນ ລະດັບທ້ອງຖິ່ນ ແລະ
ການຊ່ວຍກໍ່ ຕັ້ງຂະຫຍາຍສື່ມວນຊົນໃນລະດັບ ຊຸມຊົນ, ເພີ່ມທະວີຄວາມເຂົ້າໃຈ ສິດສະເໝີພາບລະຫວ່າງຍິງ-ຊາຍ ແລະ ການນຳສະເໜີພາບພົດຂອງ ແມ່ຍິງຢ່າງເປັນທຳ ແລະ ໃນທາງ ບວກ. ນອກນັ້ນ ຍັງຈະຊ່ວຍພັດທະ ນາຄວາມອາດສາມາດ ຂອງທ້ອງຖິ່ນໃນການສ້າງຄວາມຍືນຍົງໃຫ້ ແກ່ມວນຊົນໃນໄລຍະຍາວເຮັດໃຫ້ຊຸມຊົນຕ່າງໆເຂົ້າເຖິງຂໍ້ມູນຂ່າວ ສານ ແລະ ມີຊ່ອງທາງການສື່ ສານຈາກລຸ່ມຂຶ້ນເທິງ, ສະແດງ ທັດສະນະແລກປ່ຽນຄວາມຮູ້ ແລະ ປະສົບການ, ການສະແດງອອກ ທາງດ້ານວັດທະນະທຳ ແລະ ຮີດ ຄອງປະເພນີຂອງຊຸມຊົນໄດ້ຢ່າງ ກວ້າງຂວາງແນໃສ່ສ້າງຄວາມຍືນຍົງໃຫ້ແກ່ອົງການ ຈັດຕັ້ງລະດັບຊຸມຊົນໂດຍສະເພາະອົງການຈັດຕັ້ງ ດ້ານສື່ມວນຊົນໃນລະດັບຊຸມຊົນ ເຊິ່ງແບບແຜນຂອງແຜນງານນີ້ ສອດຄ່ອງກັບຖະແຫລງການວຽງຈັນກ່ຽວກັບສິດສະເໝີພາບໃນ ການຊ່ວຍເຫລືອເພື່ອຊ່ວຍໃຫ້ອົງ ການຈັດຕັ້ງທາງສັງຄົມຢູ່ ສປປ ລາວ ໄດ້ມີສ່ວນຮ່ວມໃນການພັດ ທະນາເພື່ອບັນລຸເປົ້າໝາຍສະຫັດ ສະວັດ, ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ແລະ ການລຶບ ລ້າງຄວາມທຸກຍາກເພື່ອໃຫ້ປະ ເທດລາວຫລຸດພົ້ນອອກຈາກ ຄວາມດ້ອຍພັດທະນາໃນປີ 2020. ເຊິ່ງການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນສົກປີ 2013-2014 ຜ່ານມາ ເຫັນວ່າສາມາດປະຕິບັດ ສຳເລັດ 25 ກິດຈະກຳເຊັ່ນ: ສຳ ເລັດໃນການສ້າງຕັ້ງສະຖານີ, ການກໍ່ສ້າງອາຄານສະຖານີ, ຈັດ ຊື້ອຸປະກອນຕ່າງໆເພື່ອປະກອບໃຫ້ສະຖານີເມືອງຮຸນ ແລະ ເມືອງນາ ໝໍ້ ແຂວງອຸດົມໄຊ, ກໍ່ສ້າງອາຄານ ສະຖານີ ແລະ ຈັດຊື້ອຸປະກອນ ຕ່າງໆຂອງສະຖານີວິທະຍຸຊຸມຊົນ ເພື່ອການພັດທະນາເມືອງລະຄອນ ເພັງແຂວງສາລະວັນ ແລະ ເມືອງ ຄອບ ແຂວງໄຊຍະບູລີ ແລະ ອື່ນໆ.

No comments:

Post a Comment