Ad

Ad

27 January 2015

ສັດລ້ຽງປະຊາຊົນເມືອງປາກງື່ມໄດ້ຮັບການສັກຢາກັນພະຍາດທົ່ວເຖິງ



ຕາມການລາຍງານຂອງຫົວໜ້ໜ່ວຍງານສັດຕະວະແພດເມືອງປາກງື່ມນະຄອນຫຼວງວຽງຈັນຕໍ່ ນັກຂ່າວພວກເຮົາໃນ ວັນທີ 26  ມັງ ກອນນີ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງ ຈາກກະຊວງກະສິກຳ ແລະ ປ່າໄມ້ ໃຫ້ເອົາໃຈໃສ່ສັກຢາກັນພະຍາດ ສັດສັດ ໃນລະດູໜາວ, ໜ່ວຍງານ ຂອງຕົນໄດ້ສົມທົບອຳນາດການ ປົກຄອງລົງແນະນຳໃຫ້ປະຊາຊົນ ເອົາໃຈໃສ່ຮັກສາສຸຂະພາບສັດ ລ້ຽງຂອງຕົນ ແລະ ນຳສັດລ້ຽງມາ ສັກຢາກັນພະຍາດໃຫ້ທົ່ວເຖິງ, ຊຶ່ງ ປັດຈຸບັນທົ່ວເມືອງປາກງື່ມມີຄວາຍທັງໝົດປະມານ 3.200 ກວ່າໂຕ, ໄດ້ຮັບການສັກຢາແລ້ວ 200 ກວ່າ ໂຕ, ເທົ່າກັບ 6% ຂອງແຜນການ  ແລະ ທຽບໃສ່ປີຜ່ານມາຫຼຸດລົງ 2,3%, ມີງົວປະມານ 12 ພັນກວ່າ ໂຕ, ໄດ້ຮັບການສັກຢາແລ້ວ 2500 ກວ່າໂຕ, ເທົ່າກັບ 14 %, ທຽບໃສ່ປີຜ່ານມາຈຳ ນວນງົວ ເພີ່ມຂື້ນ 13,6%, ໜູ່ 23 ພັນກວ່າ ໂຕ, ໄດ້ຮັບການສັກຢາແລ້ວ 15 ພັນກວ່າໂຕ, ເທົ່າກັບ 64%, ທຽບ ໃສ່ມີ ຜ່ານມາເພີ່ມຂຶ້ນ 53,5% ແລະ  ສັດປີກອື່ນໆມີຫຼາຍກວ່າ 2,5 ແສນໂຕ, ໃນນັ້ນໄດ້ຮັບການສັກ ຢາແລ້ວ 61 ພັນກວ່າໂຕ, ເທົ່າກັບ 25%, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 55%, ການເພີ່ມຂຶ້ນດັ່ງກ່າວກໍ ເນື່ອງມາຈາກ, ປະຊາຊົນ ແລະ ຜູ້ ປະກອບ ການລ້ຽງສັດຫັນມາລ້ຽງສັດແບບເປັນຟາມຫຼາຍຂຶ້ນ ແລະ ການເອົາໃຈໃສ່ສັກຢາກັນພະຍາດສັດຂອງໜ່ວຍງານສັດຕະວະ ແພດເມືອງຢ່າງເປັນປະຈຳ ແລະ ສາ ມາດຈຳກັດອັດຕາການຕາຍຂອງສັດໄດ້ເປັນຢ່າງດີ.

ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ: ວັນທີ 23 ມັງກອນນີ້ບໍລິສັດພັດທະ ນາຈະເລີນການກະເສດ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກງື່ມໄດ້ຮ່ວມຫາລືການ ສ້າງຕົວແບບປູກຫຍ້າລ້ຽງສັດຢູ່ ເມືອງດັ່ງກ່າວ, ຊຶ່ງທັງສອງຝ່າຍ ໄດ້ຕົກລົງກຳ ນົດເອົາ 6 ບ້ານ, ບ້ານ ລະ 2 ຄອບຄົວເພື່ອເປັນຕົວແບບ ປູກຫຍ້າລ້ຽງສັດ, ໂດຍທາງບໍລິ ສັດພັດທະນາຈະເລີນການກະ ເສດຈະເປັນຜູ້ສະໜອງແນວພັນສັດ ແລະ ທາງຂະແໜງລ້ຽງສັດ ແລະ ການປະມົງເມືອງປາກງື່ມ ເປັນຜູ້ ສະໜອງແນວພັນ ຫຍ້າ, ທັງເປັນຜູ້ ຕິດຕາມ ແລະ ຊ່ວຍເຫຼືອແກ່ຕົວ ແບບດັ່ງກ່າວ, ໂດຍມີໄລຍະການ ທົດລອງ 5 ປີ, ຖ້າມີຜົນຈຶ່ງຈະຂະ ຫຍາຍຕໍ່ຜ, ຕ້ອງການແບ່ງຜົົນກຳ ໄລຜູ້ລະ 50% ລະຫວ່າງປະຊາ ຊົນ ແລະ ຜູ້ສະໜັບສະໜູນ.

No comments:

Post a Comment