Ad

Ad

26 January 2015

ລາວ-ໄທ ເພີ່ມທະວີການຮ່ວມມືຫລາຍດ້ານ



     ກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືລາວ-ໄທ ຄັ້ງທີ 19 ໄຂຂື້ນທີ່ນະຄອນ ຫລວງວຽງຈັນທ່າມກາງບັນຍາກາດຂອງການກະກຽມສະ ເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດດັ່ງກ່າວ ຄົບຮອບ 65 ປີ. ຝ່າຍລາວນຳໂດຍທ່ານ ທອງລຸນ ສີສຸລິດ ຮອງນາ ຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ ແລະ ຝ່າຍໄທ ນຳໂດຍ ທ່ານ ພົນເອກ ທະ ນະສັກ ປະຕິມາປຣະກອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວລະຫວ່າງວັນທີ 21-23 ມັງ ກອນນີ້, ເພື່ອຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດເນື້ອໃນຂອງກອງປະຊຸມຄັ້ງທີ່ຜ່ານມາ ແລະ ປຶກສາຫາລືເພື່ອກຳນົດ ທິດທາງການຮ່ວມມືໃນຊຸມ ປີຕໍ່ໜ້າດັ່ງນີ້:
     ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງຄື: ທັງສອງຝ່າຍເຫັນດີໃຫ້ພາກສ່ວນທີ່ກ່ຽວຂ້ອງເລັ່ງ ລັດປຶດສາຫາລື ກ່ຽວກັບການເຮັດຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງຕາມບໍລິເວນ ຊາຍແດນລາວ-ໄທ ສະບັບໃໝ່ແທນສະບັບ ລົງວັນ ທີ 16 ຕຸລາ 2003 ທີ່ໄດ້ໝົດອາຍຸ. ກອງທັບລາວ ແລະ ໄທ ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນໃນ
ຫລາຍລະດັບ ແລະ ຮ່ວມມືກັນຢ່າງໃກ້ ຊິດ; ການສຳຫລວດ ແລະ ປັກຫລັກໝາຍຊາຍແດນ ທັງສອງຝ່າຍເຫັນດີຮ່ວມກັນ ເລັ່ງລັດການແກ້ໄຂຈຸດຄົງ ຄ້າງການສຳຫລວດ ແລະ ປັກຫລັກໝາຍຊາຍແດນທາງບົກຈຳນວນ 14 ບໍລິເວນໃຫ້ມີການດຳເນີນ ຢ່າງຕໍ່ເນື່ອງໂດຍໃຫ້ສຳເລັດ ໃນປີ 2016. ສ່ວນການສຳຫລວດ ແລະ ປັກຫລັກໝາຍເສັ້ນຊາຍແດນທາງນ້ຳ ຈະສ້າງແຜນດຳ ເນີນງານເພື່ອກ້າວສູ່ການສຳຫລວດ ແລະ ປັກຫລັກໝາຍຊາຍແດນທາງ ນ້ຳໃຫ້ສຳເລັດໃນປີ 2018; ການຮ່ວມມືດ້ານການ ຄຸ້ມຄອງ ແລະ ປ້ອງກັນຕະຝັ່ງເຈື່ອນຕາມ ແມ່ນ້ຳຂອງ ແລະ ແມ່ນ້ຳເຫືອງ ທີ່ບໍ່ມີການປະຊຸມຮ່ວມກັນເປັນເວລາ 6 ປີ ຈະໄດ້ມີການປະຊຸມຮ່ວມກັນໃນເດືອນ ພຶດສະພາ 2015ນີ້; ຝ່າຍລາວຈະຍົກລະດັບດ່ານທ້ອງຖິ່ນພູດູ່ ເປັນດ່ານສາກົນ ໃນຕົ້ນປີ 2015 ເພື່ອສົ່ງ ເສີມການຄ້າການລົງທຶນ ແລະ ການ ທ່ອງທ່ຽວລະຫວ່າງກັນ; ການຮ່ວມມືດ້ານການກວດກາ ແລະ ຄວບ ຄຸມຢາເສບຕິດ, ການຕ້ານການຄ້າມະນຸດ ແລະ ແຮງງານ, ສອງຝ່າຍຈະພ້ອມກັນຮ່ວມກັນຢ່າງໃກ້ຊິດ ເພື່ອແກ້ໄຂປະ ກົດການຫຍໍ້ທໍ້ຕ່າງໆ ແລະ ໃຫ້ເປັນໄປຕາມຂໍ້ຕົກລົງຮ່ວມກັນ.
     ການຮ່ວມມືດ້ານເສດຖະກິດຄື: ການຊື້ຂາຍໄຟຟ້າ ຝ່າຍໄທ ຢືນຢັນທີ່ຈະຮັບຊື້ກະແສໄຟຟ້າຈາກ ໂຄງການຕ່າງໆໃນ ສປປ ລາວ ຕາມທີ່ໄດ້ຕົກລົງ ແລະ ເຫັນດີໃຫ້ນຳໃຊ້ສາຍສົ່ງຂອງໄທ ເພື່ອນຳສົ່ງກະ ແສໄຟຟ້າ ໃນການນຳໃຊ້ສາຍສົ່ງຂອງໄທ ເພື່ອສົ່ງ ໄຟຟ້າໄປຍັງປະເທດມາເລເຊຍ ແລະ ສິງກະໂປ, ການຮ່ວມມືດ້ານການເຊື່ອມໂຍງທາງດ້ານຄົມມະນາຄົມ ລາວ-ໄທ ແມ່ນນັບມື້ໄດ້ ຮັບການພັດທະນາຢ່າງຕໍ່ເນື່ອງ. ຂົວມິດຕະພາບ 5 (ບໍລິຄຳໄຊ-ບຶງການ) ໄດ້ມີການສຳຫລວດອອກແບບແລ້ວ ແລະ ຄາດ ວ່າຈະໄດ້ ການກໍ່ສ້າງໃນໄວໆນີ້. ນອກຈາກນີ້, ຍັງຈະພ້ອມກັນສຶກສາການກໍ່ສ້າງຂົວສຳລັບລົດໄຟລະ ຫວ່າງທ່ານາແລງ-ໜອງຄາຍ ແລະ ຂົວ ມິດຕະພາບ 6 (ສາລະວັນ-ອຸບົນຣາຊະທານີ). ສ່ວນການປັບປຸງ ເສັ້ນທາງ ແລະ ຮ່ອງລະບາຍນ້ຳໃນນະຄອນຫລວງວຽງຈັນ, ການ ປັບປຸງເສັ້ນທາງແຕ່ຫ້ວຍຊາຍ-ກ້ອນ ຕື່ນ-ຜາອຸດົມ-ປາກແບ່ງ ແລະ ການປັບປຸງເສັ້ນທາງແຕ່ສົ້ນຂົວຄົກເຂົ້າດໍ-ນາສັກ-ບ້ານວັງ-ນ້ຳ ສັງຈະໄດ້ສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງ. ສ່ວນການພັດທະນາສະໜາມບິນສະຫວັນນະເຂດ ສອງຝ່າຍຈະພ້ອມກັນປຶກ ສາຫາລືລາຍລະອຽດໃນການພັດທະນາ ແລະ ນຳໃຊ້ສະໜາມບິນດັ່ງກ່າວຮ່ວມກັນ; ການຄ້າ ແລະ ການລົງທຶນທັງສອງຝ່າຍຈະ ພ້ອມກັນສ້າງເງື່ອນໄຂ ອຳນວຍຄວາມສະດວກລະຫວ່າງກັນ ໃຫ້ຫລາຍຂຶ້ນ ໂດຍໃຫ້ພາກສ່ວນກ່ຽວຂ້ອງປຶກສາຫາລືຮ່ວມກັນ. ສຳລັບການສ້າງເຂດເສດຖະກິດພິເສດ ຢູ່ຕາມບໍລິເວນຊາຍແດນລາວ-ໄທ ທັງສອງຝ່າຍຈະໄດ້ສືບຕໍ່ປຶກສາຫາລືແນວທາງ ການຮ່ວມມືລະ ຫວ່າງກັນເພື່ອອຳນວຍຄວາມສະດວກ ແລະ ສົ່ງເສີມການຄ້າການລົງທຶນໃນພື້ນທີ່ດັ່ງກ່າວດ້ວຍ.
     ການຮ່ວມມືດ້ານພັດທະນາ ແລະ ອື່ນໆຄື: ຝ່າຍລາວໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານໄທ ທີ່ ໃຫ້ການຊ່ວຍເຫລືອໃນ ການພັດທະນາຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ ແລະ ການສະໜອງອຸ ປະກອນຕ່າງໆ ໃນຂະແໜງການທີ່ເປັນບູລິມະ ສິດຂອງລາວ ເປັນຕົ້ນແມ່ນຂະແໜງການສຶກສາ, ກະສິ ກຳ, ສາທາລະນະສຸກ ແລະ ອື່ນໆ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ແລະ ສ້າງປັດໃຈພື້ນຖານໃຫ້ ແກ່ ສປປ ລາວ. ໃນໂອກາດນີ້, ຍັງໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການ ຮ່ວມມື ລະຫວ່າງກັນ ຈຳນວນ 2 ສະບັບຄື: 1. ການຮ່ວມມືລະຫວ່າງສະຖາບັນການຕ່າງປະເທດລາວ-ໄທ ແລະ 2. ບົດບັນທຶກຄວາມເຂົ້າ ໃຈວ່າດ້ວຍໂຄງການພັດທະນາໂຮງໝໍເມືອງປາກຊ່ອງ; ການຮ່ວມມືດ້ານການ ທ່ອງທ່ຽວ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ຈະໄດ້ ປຶກສາຫາລືກ່ຽວກັບການສົ່ງເສີມການທ່ອງທ່ຽວລະ ຫວ່າງກັນ, ການພັດທະນາແຫລ່ງທ່ອງທ່ຽວ ແລະ ການເຊື່ອມໂຍງແຫລ່ງທ່ອງ ທ່ຽວດ້ວຍກັນ ແລະ ການຮ່ວມມືລະຫວ່າງສະມາຄົມລາວ-ໄທ ເພື່ອມິດຕະພາບ ໄດ້ມີການຮ່ວມມືກັນຢ່າງເປັນປົກກະຕິ ແລະ ຈັດ ກິດຈະກຳຕ່າງໆເພື່ອແນໃສ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການແລກປ່ຽນທາງດ້ານສິລະປະວັດທະນະທຳລະຫວ່າງກັນ.

No comments:

Post a Comment