Ad

Ad

26 January 2015

ປະດັບຫລຽນໄຊແຮງງານຊັ້ນ II ໃຫ້ຕາງຫນ້າຂ່າວສານຫວຽດນາມປະຈຳລາວ



       ປະຕິບັດຕາມດຳລັດຂອງປະທານປະເທດ ຈູມມາລີ ໄຊຍະສອນ ໃນວັນທີ 23 ມັງກອນນີ້, ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ຈັດ ພິທີປະດັບຫລຽນໄຊແຮງງານຊັ້ນ II ໃຫ້ທ່ານ ຮວາງ ແທງ ເຈືອງ ຫົວໜ້າຜູ້ຕາງໜ້າ ສຳນັກງານ ຂ່າວສານຫວຽດນາມປະຈຳລາວ ທີ່ມີຜົນງານດີເດັ່ນໃນໄລຍະປະຕິ ບັດວຽກງານຢູ່ລາວ ແຕ່ປີ 2010-2014 ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດປະ ດັບຫລຽນໄຊ ດັ່ງກ່າວຂອງທ່ານ ສະຫວັນຄອນ ຣາຊະມົນຕຣີ ລັດຖະມົນຕີຊ່ວຍ ວ່າການກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຫງວຽນ ແມ໋ງ ຮຸ່ງ ເອກອັກ ຄະລັດຖະທູດວິສາ ມັນຜູ້ມີອຳ ນາດເຕັມແຫ່ງ ສສ ຫວຽດນາມປະຈຳລາວ, ພ້ອມດ້ວຍພະນັກ ງານກ່ຽວຂ້ອງຂອງສຳນັກງານ ຂ່າວສານປະ ເທດລາວ ແລະ ສສ ຫວຽດນາມ ເຂົ້າ ຮ່ວມເປັນຈຳນວນຫລາຍ.

     ທ່ານ ສູນທອນ ຄັນທະວົງ ອຳ ນວຍການໃຫຍ່ສຳນັກງານຂ່າວ ສານປະເທດລາວ ໄດ້ມີຄຳເຫັນ ໃນພິທີ ແລະ ໄດ້ຕີລາຄາ ສູງຕໍ່ ການປະກອບສ່ວນອັນສຳຄັນ ຂອງທ່ານ ຮວາງແທງເຈືອງ ໃນການໂຄສະນາປຸກລະດົມນ້ຳ ໃຈສາຍພົວພັນມິດຕະພາບ ແບບ ພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ລາວ-ຫວຽດ ນາມ ທີ່ມີມູນເຊື້ອມາແຕ່ດົນນານ ແລ້ວນັ້ນໃຫ້ນັບມື້ເຕີບ ໃຫຍ່ຂະຫຍາຍໂຕ ແລະ ແຕກດອກອອກ ຜົນງອກງາມຍິ່ງໆຂຶ້ນ.
     ໃນໂອກາດນີ້, ທ່ານ ຮວາງ ແທງເຈືອງ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຢ່າງເລິກ ເຊິ່ງຕໍ່ການຍ້ອງຍໍສັນລະເສີນ ອັນສູງສົ່ງດັ່ງກ່າວຂອງລັດຖະບານ ລາວ ແລະ ພ້ອມນີ້ ກໍຂໍຝາກຄວາມຮູ້ບຸນຄຸນຕໍ່ຂະແໜງການ ກ່ຽວຂ້ອງຕ່າງໆຂອງລາວ, ຕໍ່ຄະ ນະນຳສຳນັກງານຂ່າວສານຫວຽດນາມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ, ເພື່ອນຮ່ວມງານ ແລະ ມິດສະ ຫາຍຜູ້ສະໜິດສະໜົມທີ່ໄດ້ໃຫ້ການຊ່ວຍເຫລືອອຸ້ມຊູຍູ້ໜູນໃຫ້ແກ່ການປະຕິບັດງານຂອງສຳ ນັກງານຜູ້ຕາງໜ້າຂ່າວສານ ຫວຽດນາມປະສົບຜົນສຳເລັດເປັນຢ່າງດີ.

No comments:

Post a Comment