Ad

Ad

26 January 2015

ກອງປະຊຸມຄະນະກຳມາທິການຊາຍແດນຮ່ວມລາວ-ໄທ, ໄທ-ລາວ ຄັ້ງທີ 10



       ກອງປະຊຸມຄະນະກຳມາທິ ການຊາຍແດນຮ່ວມ ລາວ-ໄທ, ໄທ-ລາວ ຄັ້ງທີ 10 ໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 21-23 ມັງ ກອນ 2015 ທີ່ນະຄອນຫລວງວຽງຈັນ, ຝ່າຍລາວນຳໂດຍພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ວ່າການກະຊວງການຕ່າງປະເທດ, ປະທານຄະນະກຳມາທິການຊາຍແດ ຮ່ວມ ລາວ-ໄທ ແລະ ຝ່າຍໄທນຳ ໂດຍພ ະນະທ່ານ ພົນ ເອກທະນະສັກ ປະຕິມາປຣະກອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກ ໄທ, ປະ ທານຄະນະກຳມາທິການຊາຍແດນຮ່ວມ ໄທ-ລາວ. ພ້ອມກັນນັ້ນ ຍັງມີບັນດາເຈົ້າໜ້າທີ່ກະ ຊວງກ່ຽວຂ້ອງຂອງທັງສອງ ຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
      ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນທ່າມກາງບັນຍາກາດແຫ່ງສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງ, ການພົວພັນ ຮ່ວມມືທີ່ມີການຂະຫຍາຍໂຕສູ່ລະດັບສູງໂດຍສະເພາະການເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງພະນະ ທ່ານ ນາຍົກລັດຖະມົນຕີ ພົນເອກ ປຣະຢຸດ ຈັນໂອຊາ ເມື່ອວັນທີ 26-27 ພະຈິກ 2014 ຜ່ານມາ. ໃນການພົບປະຢ່າງເປັນ ທາງການ ຂອງສອງນາຍົກລັດຖະມົນຕີທັງສອງປະເທດລາວ ແລະ ໄທ ໄດ້ຍົກໃຫ້ເຫັນວ່າ: ການສຳຫລວດ ແລະ ປັກຫລັກ ໝາຍຊາຍແດນ ແມ່ນວຽກງານສຳຄັນ ແລະ ຄວນເລັ່ງລັດແກ້ໄຂວຽກງານຊາຍແດນທີ່ຍັງຄົງຄ້າງລະຫວ່າງສອງປະເທດໃຫ້ສຳ ເລັດລຸໂລ່ງໄປດ້ວຍດີ ເພື່ອ ເຮັດໃຫ້ຊາຍແດນດັ່ງກ່າວມີຄວາມຈະແຈ້ງ, ຊັດເຈນ ແລະ ກາຍເປັນເສັ້ນຊາຍແດນແຫ່ງສັນຕິ
ພາບ, ມິດຕະພາບ, ການຮ່ວມ ມື ແລະ ການພັດທະນາຕາມບໍລິເວນຊາຍແດນຮ່ວມຂອງສອງປະເທດຢ່າງໝັ້ນຄົງຍາວນານ ຕະ ຫລອດການ. ທັງນີ້ກໍເພື່ອເອື້ອອຳ ນວຍໃຫ້ແກ່ການເຊື່ອມໂຍງການເຂົ້າເປັນປະຊາຄົມເສດຖະກິດອາຊຽນ (AEC).
      ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາບົດບັນທຶກກອງປະຊຸມຄະນະອະນຸກຳມະການເຕັກນິກຮ່ວມລາວ-ໄທ ຄັ້ງທີ 12; ການກໍ່ ສ້າງຫລັກໝາຍຊາຍແດນເພີ່ມຕື່ມອີກຈຳນວນ 6 ຫລັກ; ການວັດແທກຮັບສັນຍານດາວທຽມລະບົບ GPS ເບື້ອງລາວທີ່ຖືກທຳ ລາຍ; ຂໍ້ກຳນົດ ແລະ ວິທີການທາງດ້ານເຕັກນິກ (Instruction) ກ່ຽວກັບການສຳຫລວດເພີ່ມຕື່ມ ບໍລິເວນທົ່ງໜອງບົວ. ໝາກຜົນ ເບື້ອງຕົ້ນຂອງການດຳເນີນການ ສ້າງແຜນທີ່ສະບັບໃໝ່ຕາມລຳ ແມ່ນ້ຳຂອງຮ່ວມລະຫວ່າງ ລາວ-ໄທ ມາດຕາສ່ວນ 1/25.000 ແລະ ບົດບັນທຶກກອງ ປະຊຸມປຶກສາຫາລື 4 ສະບັບໃນ ໄລຍະຜ່ານມາ; ການສຳຫລວດ ເນັ່ງເສັ້ນຊາຍແດນທີ່ສະເໜີທີ່ ເປັນເອກະພາບໃນແຜນຜັງສະ ໜາມບໍລິເວນເນື້ອທີ່ທີ່ຖືກດັດ ແປງ; ການສຳຫລວດເກັບລາຍ ລະອຽດ ແລະ ແຕ້ມແຜນຜັງສະ ໜາມບໍລິເວນເນື້ອທີ່ທີ່ມີການດັດ ແປງ, ບຸກເບີກ ແລະ ມີສິ່ງປຸກ ສ້າງ; ຜົນຂອງກອງປະຊຸມຄະນະ ປະຕິບັດງານຮ່ວມ ເພື່ອຮ່າງ ແຜນແມ່ບົດ ແລະ ຂໍ້ກຳນົດທາງ ດ້ານເຕັກນິກ (TOR) ກ່ຽວກັບ ການສຳຫລວດ ແລະ ປັກຫລັກ ໝາຍຊາຍແດນຕາມລຳ (ແມ່ນ້ຳຂອງ) ຮ່ວມລະຫວ່າງ ລາວ-ໄທ ແລະ ຜົນການສ້າງແຜນທີ່ແມ່ນ້ຳ ຂອງສະບັບໃໝ່ຮ່ວມລະຫວ່າງ ລາວ-ໄທ.
     ນອກຈາກນີ້, ກອງປະຊຸມ ສອງຝ່າຍຍັງໄດ້ພິຈາລະນາຊອກ ວິທີແກ້ໄຂບັນດາຈຸດຄົງຄ້າງ ຮ່ວມກັນດັ່ງນີ້: ບໍລິເວນເກີດນ້ຳ ເຫືອງ, ບໍລິເວນຫ້ວຍໂດນ ແລະ ບໍລິເວນວັງເຕົ່າ-ຊ່ອງເມັກ ກອງ ປະຊຸມເຫັນດີໃຫ້ສອງຝ່າຍສືບຕໍ່ ປຶກສາຫາລືກັນຕໍ່ໄປ; ບັນຫາ ສັນ ປັນນ້ຳໃນພູມີປະເທດຕົວຈິງແຕກ ຕ່າງກັບເສັ້ນຊາຍແດນໃນແຜນທີ່ ມາດຕາສ່ວນ 1:200.000 ຈຳ ນວນ 7 ບໍລິເວນ, ໃນນັ້ນ ພາກ ເໜືອຈຳນວນ 2 ບໍລິເວນ ແລະ ພາກໃຕ້ຈຳນວນ 5 ບໍລິເວນ; ກອງປະຊຸມເຫັນດີໃຫ້ເລັ່ງລັດ ການດຳເນີນການວັດແທກຈຸດພິ ກັດເບື້ອງຝຮັ່ງໄທໃຫ້ສຳເລັດ ໂດຍໄວ ​ແລະ ເຫັນດີໃຫ້ຄະນະ ອະນຸກຳມະການເຕັກນິກຮ່ວມ ລາວ-ໄທ ດຳເນີນການສ້ອມແປງ ຫລັກໝາຍຊາຍແດນເລກທີ 2-05 ທີ່ຖືກທຳລາຍຄືນໃໝ່ ແລະ ກອງ ປະຊຸມຍັງໄດ້ເຫັນດີໃຫ້ສອງຝ່າຍ ສືບຕໍ່ປຶກສາຫາລືກັນຕໍ່ໄປ.
       ເຖິງວ່າການສຳຫລວດ ແລະ ປັກຫລັກໝາຍມີຄວາມຄືບ ໜ້າ ແລະ ມີຜົນສຳເລັດກໍຕາມ, ແຕ່ຍັງມີຈຸດຄົງຄ້າງຈຳນວນ 14 ບໍລິເວນ, ໃນນັ້ນ ພາກເໜືອຈຳ ນວນ 6 ບໍລິເວນ ແລະ ພາກໃຕ້ ຈຳນວນ 8 ບໍລິເວນ ເຊິ່ງສອງ ຝ່າຍຈະໄດ້ສືບຕໍ່ປຶກສາຫາລືຊອກ ວິທີແກ້ໄຂຮ່ວມກັນຕໍ່ໄປ.
     ສະຫລຸບລວມແລ້ວ, ນັບແຕ່ເລີ່ມການສຳຫລວດ ແລະ ປັກຫລັກໝາຍຊາຍແດນທາງບົກຮ່ວມລາວ-ໄທ ຕັ້ງແຕ່ວັນທີ 5 ພຶດ ສະພາ 1997 ເປັນຕົ້ນມາຈົນ ເຖິງປັດຈຸບັນ, ທັງສອງຝ່າຍໄດ້ຮ່ວມກັນສຳຫລວດ ແລະ ປັກຫລັກໝາຍຊາຍແດນໃນພູມີປະເທດ ຕົວຈິງສຳເລັດແລ້ວຈຳນວນ 210 ຫລັກໝາຍລວມລວງຍາວຂອງເສັ້ນຊາຍແດນປະມານ 676 ກິໂລແມັດ.
     ກອງປະຊຸມຄັ້ງນີ້ ຍັງໄດ້ວາງແຜນການຈັດຕັ້ງປະຕິບັດການ ສຳຫລວດ ແລະ ປັກຫລັກໝາຍຊາຍແດນໃນສົກປີຕໍ່ໄປ ໂດຍໄດ້ ວາງເປົ້າໝາຍໃຫ້ຊາຍແດນທາງບົກສຳເລັດໃນປີ 2016 ແລະ ຊາຍແດນທາງນ້ຳໃຫ້ສຳເລັດໃນ ປີ 2018.

No comments:

Post a Comment