Ad

Ad

26 January 2015

ຈົ່ງ​ເອົາ​ໃຈ​​ໃສ່​ປ້ອງ​ກັນ​ພະຍາດ​ໄຂ້​ເລືອດ​ອອກ​ໃນ​ປີ 2015



ຍ້ອນ​ມີ​ການ​ເອົາ​ໃຈ​ໃສ່​ປ້ອງ​ກັນ​ແລະ​ສະກັດ​ກັ້ນ​ພະຍາດ​​ໄຂ້​ເລືອດ​ອອກ​ຈຶ່ງ​ເຮັດ​ໃຫ້​ປີ 2014 ຜ່ານ​ມາ​ບໍ່​ມີ​ການລະບາດ​ຂອງ​ພະຍາດ​ດັ່ງກ່າວ ​ແລະ​​ເພື່ອ​ກຽມ ພ້ອມ​ສະກັດ​ກັ້ນ​ແລະ​ຄວບ​ຄຸມພະ​ຍາດ​ໄຂ້​ເລືອດ​ອອກ​​ບໍ່​​ໃຫ້​ເກີດມີ​ການ ລະບາດ, ທັງ​ເປັນ​ການ​ປ້ອງ​ກັນ​ແຕ່​ຫົວທີ,ດັ່ງ​ນັ້ນ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະ ນະ​ສຸກ​ຈຶ່ງ​ໄດ້​ອອກ​ຄຳ​ສັ່ງ​ແນະນຳລະ​ບັບ​ເລກທີ 035/ສທ ລົງ​ວັນ​ທີ 3 ມັງກອນ 2015 ​ເຖິງ: ຫົວໜ້າ​ກົມ​ຄວບ​ຄຸມພະ​ຍາດ​ຕິດຕໍ່, ຫົວໜ້າ​ກົມ​ປິ່ນປົວ, ຫົວໜ້າ​ສູນ​ຄວບ​ຄຸມ​ແມ່​ກາ​ຝາກ​ແລະ​ແມງ​ໄມ້, ຫົວ ໜ້າ​ສູນ​ວິ​ເຄາະ​ແລະ​ລະບາດ​ວິທະຍາ, ຫົວໜ້າ​ສູນ​ຂ່າວ​ສານ​ການ​ແພດ​ສຸຂະ​ສຶກສາ, ຫົວໜ້າ​ພະ​ແນ​ກສາທາລະນະ​ສຸກ​ແຂວງ​ແລະ​ນະຄອນ ຫຼວງ;ໃຫ້​ເອົາ​ໃຈ​ໃສ່ປ້ອງ​ກັນ​ພະຍາດ​ໄຂ້​ເລືອດ​ອອກ​ໃນ​ປີ 2015 ດັ່ງ​ນີ້:(1)ໃຫ້​ກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່​ປະສານ​ງານ​ກັບ​ກົມ​ປິ່ນປົວ, ​ໄຂ້ຍຸງ​ແມ່​ກາ​ຝາກ ​ແລະ ​ແມງ​ໄມ້​, ສູນ​ວິ​ເຄາະ ​ແລະ ລະ ບາດ​ວິທະຍາ, ສູນ​ຂ່າວສານ​ການ​ແພດ​ສຸຂະ​ສຶກສາ, ​ເອົາ​ໃຈ​ໃສ່​ຕິດຕາມ​ບັນດາ​ໜ້າວຽກສຳຄັນ​ຕ່າງໆ​ຄື: ​ເອກະ​ພາບ​ກັບ​ພະ​ແນ​ກສາທາລະນະ​ສຸກ​ແຂວງ ​ເພື່ອ​ກຳນົດ​ຈຳນວນ​ບ້ານ​ເປົ້າໝາຍ​
ຂອງ​ແຕ່ລະ​ເມືອງ​​ທີ່​ຈະ​ຕ້ອງ​ໄດ້​ຕິດຕາມ​ຄວາມ​ໜາ​ແໜ້ນ​ຂອງ​ໜອນ​ນ້ຳຍຸງ​ລາຍ​ເປັນ​ປະຈຳ​ແຕ່​ລະອາ​ທິດ ​ແລະ ​ແຕ່ ລະ​ເດືອນ ​ນັບ​ແຕ່​ເດືອນ​ມັງກອນ 2015 ​ເປັນຕົ້ນ​ໄປ; ກວດກາ​ຄືນ​ເມືອງ ​ແລະ ​ແຂວງ​ໃດ​ຄວນ​ຈະຕ້ອງ​ໄດ້​ຮັບ​ການ​ອົບຮົມຕື່ມ​ໃນ​ວຽກ​ທຳລາຍ​ຍຸງ ລາຍ, ວຽກ​ເກັບ​ກຳ​ຂໍ້​ມູນ, ວຽກ​ປິ່ນປົວ ​ແລະ ຄຸ້ມ​ຄອງ​ກໍລະນີ, ປັບ ປຸງ​ວຽກ​ງານ​ສຳ​ຫລວດ​ໜອນ​ນ້ຳຢູ່​ຂັ້ນ​ແຂວງ, ບ້ານ, ​ເມືອງ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ປັບປຸງ ​ແລະ ອົບຮົມ​ວຽກ​ງານ​ພົ່ນ​ຢາຂ້າ​ຍຸງ​​ໃຫ້​ພະນັກງານ​ຂັ້ນ​ແຂວງ, ​ເມືອງ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ​ໃນ​ການ​ນຳ​ໃຊ້​ເຄື່ອງ​ຈັກ ດັ່ງ ກ່າວ, ປັບປຸງ ​ແລະ ອົບຮົມ​ຄືນ​ວຽກ​ງານ​ເກັບ​ກຳ​ກໍລະນີ​ຜູ້​ຕິດ​ເຊື້ອ​​ໄຂ້ຍຸງ​ລາຍຢູ່​ແຕ່ລະ​ໂຮງໝ ໍ​ໃຫ້​ຊັດ​ເຈນ, ປັບ ປຸງ​ຄືນ​ໃໝ່​ໜ່ວຍ​ງານ​ຕອບ​ໂຕ້​ໄວ​ຂອງ​ແຂວງ ​ແລະ ​ເມືອງ​ໃຫ້​ມີ​ປະສິດທິພາບ​ໃນ. (2)  ໃຫ້​ພະ​ແນ​ກ ສາທາ ລະນະ​ສຸກ​ແຂວງ ​ແລະ ນະຄອນຫລວງ​ວຽງ​ຈັນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ເພີ່ມ​ຄວາມ​ຮັບ ຜິດຊອບ ​ແລະ ​ເອົາ​ໃຈ​ໃສ່​ຈັດຕັ້ງປະຕິບັດ​ວຽກ​ງານ​ກັນ ​ແລະ ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ລາຍ​ ​ໂດຍ​ລະດົມ​ການ​ມີ​ສ່ວນ \​ຮ່ວມ​ຂອງ​ທຸກ​ພາກສ່ວນ, ທຸກ​ອົງການ​ຈັດຕັ້ງ ລວມທັງ​ພາກ​ລັດ ​ແລະ ​ເອ ກະ​ຊົນ ​ແລະ ປະ ຊາຊົນ​ໃນ​ທຸກ​ຊຸມ​ຊົນ​ຢູ່​​ແຕ່ລະ​ແຂວງ, ​ເມືອງ ​ແລະ ບ້ານ​ດ້ວຍ​ການ​ກຳຈັດ​ແຫ​ລ່ງ​ເພາະ​ພັນ​ຍຸງ​ລາຍ​ຢ່າງ​ເປັນ​ປະຈຳ ​ແລະ ຕໍ່​ເນື່ອງ, ​ເພື່ອ​ຫລີກ​ເວັ້ນການ​ເກີດ​ພະຍາດ​ໄຂ້ຍຸງ​ລາຍ .(3)  ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ວຽກ​ງານ​ໂຄສະນາ​ປະຊາສຳພັນ ​ແລະ ປຸກລະດົມ​ໃຫ້​ທຸກ​ຂະ​ແໜງການ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ແລະ ພໍ່​ແມ່​ປະຊາ ຊົນ​ບັນດາ​ເຜົ່າ​ຢູ່​ໃນ​ແຕ່​ລະ​ບ້ານ​ປະກອບສ່ວນ​ກຳ ຈັດ​ແຫລ່ງ​ເພາະ​ພັນ​ຍຸງ​ລາຍ ​ ໃຫ້​ກາຍ​ເປັນ​ວຽກ​ງານ​ຂອງ​ໝົດ​ທຸກ​ຄົນ​ໃນ​ສັງຄົມ, ​ໂດຍ​ສະ​ເພາະຢູ່​ບັນດາ​ໂຮງຮຽນ​ອະນຸບານ, ​ໂຮງ ຮຽນ​ປະຖົມ, ມັດທະ ຍົມ​ພາຍ​ໃນ​ແຂວງ​ໃຫ້​ມີ​ການ​ເປີດ​ຂະ​ບວນອະນາ​ໄມ​ກຳຈັດ​ຍຸງ​ລາຍ​ທຸກ​ອາທິດ ​ເພື່ອ​ຫລີກ​ເວັ້ນບໍ່​ໃຫ້​ມີ​ການ ລະບາດ​ໃນ​ໂຮງຮຽນ. (4)  ​ໃຫ້​ຈັດຕັ້ງລົງ​ກວດກາ ​ແລະ ຊີ້ນຳ​ຫ້ອງ ການ​ສາທາລະ ນະ​ສຸກ​ເມືອງ, ໜ່ວຍ​ອະນາ​ໄມ​ຢູ່​ຂັ້ນ​ເມືອງ, ສຸກ ສາລາ, ຈັດຕັ້ງ​​ຂະ​ບວນການ​ອະນາ​ໄມ​ທຳລາຍ​ແຫ​ລ່ງ​ເພາະ​ພັນ​ຍຸງ​ລາຍ​ໃຫ້​ແຂງ​ແຮງ​ກວ່າ​ເກົ່າ, ​ໂດຍ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ເມືອງ, ຂະ​ແໜງ​ການ​ອື່ນໆ ​ແລະ ອາສາ​ສະ ໝັກ​ສາທາລະນະ​ສຸກ​ບ້ານ​ເປັນ​ປົກກະຕິ.(5) ​ໃຫ້​ກວດກາ​ເບິ່ງ​ຄືນ​ຢູ່​ຂະ​ແໜງ​ປິ່ນປົວ ​ແລະ ອຸປະກອນ​ຮັບ​ໃຊ້​ໃນ​ການ​ປິ່ນປົວ​ທີ່​ຈຳ​ເປັນ​ໄວ້​ໃຫ້​ພ້ອມ, ​ເພື່ອ​ຮັບປະກັນ​ຄວາມ​ສາມາດ​ໃນ​ການ​ປິ່ນປົວ ​ແລະ ສະກັດ​ກັ້ນການ​ແຜ່​ຂະຫຍາຍ​ຂອງ​ພະຍາດ​​ໄຂ້ຍຸງ​ລາຍ​ໄດ້​ຢ່າງ​ທັນ​ການ ​ແລະ ຖືກຕ້ອງ​ຕາມ​ຫລັກ​ວິຊາ​ການ. (6) ​ໃຫ້​ຮີບ​ຮ້ອນ​ຜັນ​ຂະຫຍາຍ ​ແລະ ​ເປີດ​ກອງ​ປະຊຸມ​ປຶກສາ​ຫາລື, ​ໄຈ້​ແຍກ​ຂໍ້ຄົງຄ້າງ​ເພື່ອ​ເຮັດ​ໃຫ້ການ​ກຽມພ້ອມ​ປ້ອງ​ກັນ​ການລະບາດ​ໄຂ້ຍຸງ​ລາຍ​ຢູ່​ຂັ້ນ​ແຂວງ, ​ເມືອງ ​ແລະ ສຸກສາລາ​ໃຫ້​ມີ​ປະສິດທິ​ຜົນ.(7) ​ເມື່ອ​ໄດ້​ຮັບ​ຄຳ​ສັ່ງ​ສະບັບ​ນີ້​ແລ້ວ ​ໃຫ້​ກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່, ກົມ​ປິ່ນ ປົວ​, ບັນດາ​ສູນ, ​ແຂວງ, ​ເມືອງ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງຕ່າງໆ ​ໃນ​ທົ່ວ​ປະ​ເທດ ຈົ່ງ​ພ້ອມ​ກັນ​ຈັດຕັ້ງປະຕິບັດ ​ແລະ ລາຍ​ງານ​ໃຫ້ການ​ນຳ​ກະຊວງ​ສາທາລະນະ​ສຸກ, ​ໃນ​ກໍລະນີ​ຈຳ​ເປັນ​ໃຫ້​ພົວພັນ​ເປັນ​ແຕ່ລະ​ໄລຍະ,ດັ່ງ​ນັ້ນ​ຈຶ່ງ​ອອກ​ຄຳ​ສັ່ງ​ແນະນຳ​ລະ​ບັບນີ້​ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງກັນ​ແລະ​ຄວບ​ຄຸມພະ​ຍາດ​ໄຂ້​ເລືອດ​ອອກ​​ໃຫ້​ມີ​ປະສິດ​ທິຜົນ.

No comments:

Post a Comment