Ad

Ad

26 January 2015

ຢູ່ລາວມີ​ຄົນ​ເສຍ​ຊີວິດ​ສະ​ເລ່ຍ 13 ຄົນ​ຕໍ່ມື້​ຍ້ອນ​ຢາສູບ



    ອົງການ​ອະນາ​ໄມ​ໂລກ​ໃຫ້​ຮູ້​ວ່າ:​ແຕ່​ລະ​ມື້ມີຄົນ​ທົ່ວ​ໂລກ​ເສຍ​ຊີວິດ​ປະມານ 6 ລ້ານ​ຄົນ​ຍ້ອນ​ຢາສູບ, ໃນ​ນັ້ນມີ 6 ແສນ​ຄົນທີ່​ບໍ່​ແມ່ນ​ຜູ້​ສູບຢາ​ແຕ່​ຍ້ອນ​ຫາຍ​ໃຈ​ເອົາ​ຄັວນຢາສູບ ຫຼື ຜູ້​ສູບຢາ​ມື​ສອງ.ສຳລັບ ສປປ ລາວ ມີ​ຄົນ​ເສຍ​ຊີວິດ​ຍ້ອນ​ພະຍາດ​ທີ່​ເກີດ​ຈາກ​ການ​ບໍລິ​ໂພ​ກ​​ຢາສູບເຖິງປີລະ 4.807 ຄົນ ຫລືສະເລ່ຍມື້ລະ 13 ຄົນ, ສະນັ້ນ, ຖ້າບໍ່ມີມາດຕະການທີ່ມີປະສິດທິພາບໃນການຄວບ ຄຸມຢາສູບຈະ​ເຮັດ​ໃຫ້​ອັດຕາ​ການ​ຕາຍ​ຍ້ອນ​ຢາສູບ​ເພີ່ມ​ຂຶ້ນ​ສອງ​ເທົ່າ​ພາຍ​ໃນ​ປີ 2020.
     ກອງ​ເລຂາ​ກຳມະການ​ແຫ່ງ​ຊາດເພື່ອ​ການ​ຄວບ​ຄຸມ​ຢາສູບກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ: ຜົນ​ການ​ສຳຫຼວດລະດັບ​ຊາດ​ກ່ຽວ ກັບ​ການ​ສູບຢາ​ໃນ​ປີ 2012 ພົບ​ວ່າຄົນ​ລາວ​ສູບຢາ​ປະມານໜຶ່ງລ້ານ​ກ່ວາ​ຄົນ,ສະ​ເພາະ​ຜູ້​ຊາຍ​ເພີ່ມ​ຂຶ້ນ​ຈາກ 9% ​ໃນ​ປີ 2007 ເປັນ 14,3% ໃນ​ປີ 2011  ​ແລະ ​ແມ່ຍິງ ກໍ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ​ຈາກ 0,7 % ​ໃນ​ປີ 2003 ເປັນ 1,1% ຍ້ອນ​ຄວາ​ມອັນຕະລາຍ​ດັ່ງກ່າວ ສ ປປ ລາວ ຈຶ່ງ​ໄດ້​ເອົາ​ໃຈ​ໃສ່ ຈັດຕັ້ງປະຕິບັດສົນທິສັນຍາ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ​ພາຍຫຼັງທີ່ ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ເປັນ​ພາຄີ​ໃນ​ສົນທິສັນຍາ​ດັ່ງ ກ່າວ ​ແຕ່​ປີ 2006 ແລະ ຖື​ເອົາ​
ວຽກງານ​ຄວບ​ຄຸມ​ຢາສູບ​ເປັນວຽກບຸລິມະສິດ​ໃນ​ແຜນ​ງານ​ການ​ສົ່ງ​ເສີມ​ສຸຂະ​ພາບ. ໃນ​ປີ 2015 ກະຊວງ​ສາທາລະນະ​ສຸກ​ໄດ້​ປັບປຸງ​ດຳລັດ​ວ່າ​ດ້ວຍ​ການ​ຈັດຕັ້ງປະຕິບັດ​ກົດໝາຍວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ​ໂດຍ​ເລັ່ງ​ໃສ່ ການ​ຕ້ານ​ຕໍ່​ເລ່ກົນ​ຂອງ​ບໍ ລິສັດ​ຢາສູບ​​ເພື່ອປົກ​ປ້ອງ​ຜົນ​ປະ​ໂຫຍ​ດດ້ານ​ສຸຂະພາບ​ຂອງ​ປະຊາຊົນການ​ຕິດ​ສະຫຼາກ, ການ​ຫຸ້ມຫໍ່ ແລະ ພິມ​ຄຳ​ເຕືອນ​ສຸຂະພາບ​ໃສ່​ຜະ​ລິດ​ຕະພັນ​ຢາສູບ ​ແລະ ຫ້າມ​ໂຄສະນາ, ສົ່ງ​ເສີມ​ການ​ຂາຍ ​ແລະ ອຸປະຖຳ​ໂດຍ​ບໍລິສັດ​ຢາສູບ,​ເຊິ່ງ ສປປ ລາວ ​ໄດ້​ພິມ​ຄຳ​ເຕືອນ​ສຸຂະ ພາບ​ຈາກ​ຂໍ້ຄວາມ​ມາ​ເປັນ​ຮູບ​ພາບ​ສີ​ຂະໜາດ 65% ​ໃສ່​ຊອງຢາ​ສູບ. ໂດຍ​ມີ 7 ປະ​ເທ​ດ​ໃນ​ອາຊຽນສາມາດ​ປະຕິບັດ​ໄດ້ແລ້ວ ​ແລະ ຍັງ 3 ປະ​ເທດ​ຄື: ລາວ, ກຳປູ​ເຈຍ ​ແລະ ມຽນມາ ທີ່​ພວມ​ຈັດຕັ້ງປະ​ຕິ​ບັດ​ໃນ​ການ​ພິມ​ຄຳ​ເຕືອນ​ເປັນ​ແບບ​ຮູບ​ພາບ. ໃນ​ນັ້ນ​ໄດ້​ກຳນົດ​ໃຫ້​ພິມ​ສານ​ເຄມີ​ທີ່​ເປັນ​ອັນຕະລາຍຕໍ່ສຸຂະພາບ​ໃນ​ຊອງຢາ​ສູບ, ການ​ຫ້າມ​ສູບຢາ​ພາຍ​ໃນ​ອາຄານ, ສະຖານ​ທີ່​ສາທາລະນະ, ການ​ຫ້າມ​ໂຄສະນາ​ສົ່ງ​ເສີມ​ການ​ຂາຍ ​ແລະ ອຸປະຖຳ​ຈາກ​ບໍລິສັດ​ຢາສູບ​ໃນ​ທຸກຮູບ​ແບບ.

No comments:

Post a Comment