Ad

Ad

27 January 2015

ນະຄອນຫລວງວຽງຈັນພຽງ 7 ວັນ ມີຜູ້ເສຍຊີວິດຈາກອຸປະຕິເຫດຫລາຍເຖິງ 7 ຄົນ



ພຽງ 7 ວັນໃນອາທິດຜ່ານ ມາ ທົ່ວນະຄອນຫລວງວຽງຈັນ, ໄດ້ມີອຸປະຕິ ເຫດບົນທ້ອງຖະໜົນ ເກີດຂຶ້ນ 44 ກໍລະນີ, ມີຜູ້ເສຍຊີວິດ 7 ຄົນ, ລວມມູນຄ່າເສ ຍຫາຍຫລາຍກວ່າ 300 ລ້ານກີບ.
ເຈົ້າໜ້າທີ່ກອງຄະດີ ໃຫ້ຮູ້ວ່າ: ໃນເວລາປະມານ 19:45 ຂອງວັນ ທີ 20 ຢູ່ເຂດບ້ານໂພນພະເນົາ ເມືອງໄຊທານີ, ໄດ້ເກີດອຸປະຕິເຫດ ລົດຈັກຕຳລົດໃຫຍ່ ແລະ ຟົ້ງໄປຕຳ ລົດໃຫຍ່ອີກຄັນໜຶ່ງ, ເຮັດໃຫ້ຜູ້ ຊ້ອນທ້າຍລົດຈັກເສຍຊີວິດຄາທີ່ 1 ຄົນ; ໃນເວລາປະມານ 20:20 ຂອງວັນ ທີ 20 ມັງກອນ, ຢູ່ເຂດ ບ້ານໂພນຄໍ້, ເມືອງໄຊເສດຖາ, ໄດ້ ເກີດເຫດລົດໃຫຍ່ຕຳລົດຈັກເຮັດ ໃຫ້ ຄົນຂັບ ລົດຈັກເສຍ ຊີວິດ 1 ຄົນ; ໃນເວລາ19:00 ຂອງວັນທີ 21 ມັງກອນ, ຢູ່ເຂດບ້ານທ່າມ່ວງ, ເມືອງຫາດຊາຍຟອງ, ໄດ້ເກີດເຫດ ລົດຈັກຕຳ ກັນ ແລະ ລົດບັນທຸກ ຢຽບຊ້ຳເຮັດໃຫ້ມີຄົນເສຍຊີວິດຄາທີ່ 1 ຄົນ; ໃນເວລາ 13:00 ຂອງ ວັນທີ 22 ມັງກອນ, ຢູ່ເຂດບ້ານ
ໜອງດາ ເມືອງສີໂຄດຕະບອງ, ໄດ້ ເກີດເຫດລົດຈັກຕຳລົດໃຫຍ່ມີຜູ້ ເສຍຊີວິດ 1 ຄົນ; ໃນທ່ຽງຄືນຂອງ ວັນທີ 23 ມັງ ກອນ, ຢູ່ເຂດບ້ານສົມ ຫວັງເໜືອ, ເມືອງຫາດຊາຍຟອງ, ໄດ້ເກີດອຸປະຕິເຫດລົດຈັກຕຳກັບ ລົດໃຫຍ່ສົ່ງຜົນໃຫ້ເສຍຊີວິດ 1 ຄົນ; ໃນຕອນທ່ຽງຄືນຂອງວັນທີ 24 ມັງກອນ, ຢູ່ 4 ແຍກໄຟແດງທາດ ຝຸ່ນ ເຂດບ້ານຝາຍ ເມືອງສີສັດຕະ ນາກ ໄດ້ເກີດ ເຫດລົດໃຫຍ່ຕຳເອົາ ລົດຈັກສົ່ງຜົນໃຫ້ຜູ້ຊ້ອນທ້າຍເສຍຊີວິດຄາທີ່ ແລະ ໃນຕອນເຊົ້າວັນທີ 25 ມັງກອນນີ້, ຢູ່ເຂດບ້ານນາສຳ ພັນ ເມືອງສັງທອງ ນະຄອນຫລວງ ວຽງຈັນ, ໄດ້ເກີດເຫດລົດຈັກຕຳ ເສົາມ້າລາຍດ້ວຍຄວາມແຮງເຮັດ ໃຫ້ເສຍຊີວິດຄາທີ່.
ເຈົ້າໜ້າທີ່ຍັງກ່າວຕື່ມວ່າ: ອຸ ປະຕິເຫດສ່ວນໃຫຍ່ແມ່ນເກີດຈາກການຂັບຂີ່ແບບປະໝາດ, ບໍ່ເຄົາລົບ ກົດຈະລາ ຈອນ, ດື່ມສິ່ງມຶນເມົາ ແລ້ວຂັບຂີ່. ສະນັ້ນ ຈຶ່ງຮຽກຮ້ອງ ມາຍັງຜູ້ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິໃນ ການຂັບຂີ່ພາຫະນະ ແລະ ປະ ຕິບັດລະບຽບຈະລາຈອນໃຫ້ດີຂຶ້ນກວ່າເກົ່າເພື່ອຫລີກເວັ້ນອຸປະຕິເຫດທີ່ຈະເກີດຂຶ້ນຕາມມາ.

No comments:

Post a Comment