Ad

Ad

27 January 2015

ຕ້ອງຊ່ວຍກັນເປັນເຈົ້າການຕ້ານສິນຄ້າໝົດອາຍຸນຳໃຊ້



ໃນລະຫວ່າງການດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VII ທ້າຍເດືອນທັນວາ 2014 ຜ່ານມາ, ປະຊາຊົນບ້ານໜອງແຕ້ ເມືອງ ແລະ ແຂວງຈຳປາສັກ ໄດ້ສະເໜີ ໃຫ້ຜະລິດຕະພັນສິນຄ້າຂອງລາວ ມີເຄື່ອງໝາຍການຄ້າ     ແລະ ຕິດ ປ້າຍມື້ຜະລິດ, ມີໝົດອາຍຸນຳໃຊ້ ເພື່ອຈະໄດ້ຮູ້ວ່າແມ່ນຜະລິດຕະພັນຂອງໃຜ  ແລະ ຍັງສາມາດນຳໃຊ້ ໄດ້ ຫຼື ບໍ່ ພ້ອມນີ້ກໍສະເໜີໃຫ້ໜ່ວຍ ງານກ່ຽວຂ້ອງເອົາໃຈໃສ່ລົງກວດກາສິນຄ້າ ແລະ ເຄື່ອງບໍລິໂພກ ຕ່າງໆຢູ່ຕາມຮ້ານຄ້າເພື່ອສາມາດກຳຈັດສິນຄ້າໝົດອາຍຸ ແລະ ສິນ ຄ້າປອມແປງອື່ນໆ.
ທາງກົມການຄ້າພາຍໃນກະ ຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງວ່າ: ອີງຕາມກົດໝາຍ ວ່າດ້ວຍການປົກປ້ອງ ຜູ້ຊົມໃຊ້ໄດ້ ປະກາດໃຊ້ແຕ່ວັນທີ 30 ມິຖຸນາ 2010 ເປັນຕົ້ນມາແຕ່ມາເຖິງປັດ ຈຸບັນຍັງເຫັນວ່າການຈັດຕັ້ງປະຕິ ບັດຕົວຈິງ ຍັງບໍ່ທັນເຂັ້ມງວດ, ໂດຍສະເພາະແມ່ນການກວດກາ ຕິດຕາມສິນຄ້າອຸປະໂພກບໍລິໂພກ ຕ່າງໆຢູ່ຕາມທ້ອງຕະ ຫຼາດເພາະ ສ່ວນໃຫຍ່ປະຊາຊົນເຮົາບໍ່ເອົາໃຈ ໃສ່ຕໍ່ການກວດກາສິນຄ້າກ່ອນຊື້ ເພາະບາງປະເພດກໍໝົດອາຍຸ ແລະ ສ່ວນໜຶ່ງກໍເປັນສິນ ຄ້າລອກແບບ ປອມແປງຕ່າງໆ.

ດັ່ງນັ້ນ, ວຽກງານດັ່ງກ່າວ ແມ່ນຫຼາຍພາກສ່ວນເປັນຜູ້ຮັບຜິດ ຊອບຮ່ວມກັນເຊັ່ນ: ກະຊວງສາ ທາລະນະສຸກ, ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ, ກະຊວງ ອຸດສາຫະກຳ ແລະ ການຄ້າ. ສະ ນັ້ນຈຶ່ງ, ແຈ້ງມາຍັງທຸກພາກສ່ວນ ຜູ້ຊື້ ຫຼື ຊົມໃຊ້ ຈົ່ງເປັນເຈົ້າການ, ເປັນຫູເປັນຕາຊ່ວຍກັນ, ໃນການ ຕ້ານ ແລະ ສະກັດກັ້ນ ປາກົດການ ຕ່າງໆ ເຊັ່ນ: ສິນຄ້າໝົດອາຍຸ ແລະ ລອກຮຽນແບບຖ້າອິງໃສ່ເຈົ້າໜ້າທີ່ຝ່າຍດຽວແມ່ນບໍ່ສາມາດສະກັດກັ້ນໄດ້ເຕັມສ່ວນ.

No comments:

Post a Comment