Ad

Ad

27 January 2015

ນຳສະເໜີປຶ້ມບັນທຶກແຫ່ງ ຄວາມຊົງຈຳໃນໄວເດັກ



ໃນວັນທີ 23 ມັງກອນຜ່ານມາ, ຢູ່ສະຖາບັນພາສາຝຣັ່ງ, ນະຄອນ ຫລວງວຽງຈັນໄດ້ຈັດຖະ ແຫລງຂ່າວການນຳສະເໜີປື້ມທີ່ ບັນທຶກຄວາມຊົງຈຳ ໃນໄວເດັກ ໂດຍມີຊື່ວ່າ: ການຫລີ້ນກັບທຳມະຊາດ”, ໂດຍການເຂົ້າຮ່ວມ ຂອງ ທ່ານ ສົມສະໜຸກ ມີໄຊ ຮອງ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ນັກຂຽນປຶ້ມດັ່ງ ກ່າວ, ໂດຍທ່ານນາງ ບາບີ ວິໄລ ສັກ ແລະ ທ່ານ ນິຖາຄົງ ສົມສະ ນິດ ໂດຍທັງສອງມີແຮງບັນດານໃຈໃນການຫລີ້ນໃນໄວເດັກທີ່ນຳເຄື່ອງ ວັດສະດຸຈາກທຳມະຊາດມາໝູນ ໃຊ້ໃນເວລານັ້ນ, ພາຍໃນປື້ມຍັງ ພັນລະນາເຖິງການຫລິ້ນຂອງເດັກນ້ອຍ, ໂດຍສະເພາະເຂດຊົນນະບົດ ຫ່າງໄກສອກຫລີກໃນລາວ, ເຊິ່ງ ການຫລີ້ນກັບທຳມະຊາດໃນເມື່ອ ກ່ອນນັ້ນແມ່ນສາມາດຮັບຮູ້ເຖິງ ໂຄງສ້າງ, ສີສັນ ແລະ ມີຄວາມ ຮູ້ສຶກໄດ້ສຳພັດກັບທຳ ມະຊາດ ແບບແທ້ໆ, ເຊິ່ງເດັກນ້ອຍເຫລົ່າ ນັ້ນໄດ້ຄົ້ນພົບວິທີການຫລີ້ນທີ່ ຫລາກຫລາຍຈາກທຳມະຊາດບໍ່ ວ່າຈະເປັນການ
ພິວປາກດ້ວຍການໃຊ້ໃບຫຍ້າ, ຈັບຕັກກະແຕນດ້ວຍ ການໃຊ້ໃບໄມ້, ເອົາດອກໄມ້ ແລະ ແກ່ນໝາກໄມ້ມາເປັນຂອງຫລີ້ນ ແລະ ອື່ນໆ. ນອກນັ້ນ ຍັງໄດ້ບັນ ທຶກກ່ຽວກັບກິດຈະກຳມ່ວນຊື່ນທີ່ມີມາແຕ່ດົນນານບໍ່ພຽງແຕ່ເປັນການ ປົກປັກຮັກສາມໍລະ ດົກກ່ຽວກັບ ການຫລີ້ນສິ່ງຂອງເຫລົ່ານັ້ນແຕ່ຍັງຈະເປັນຂໍກຸນແຈທີ່ຈະຊ່ວຍໃຫ້ທຸກ ຄົນເຂົ້າໃຈສາຍພົວພັນລະຫວ່າງ ສັງ ຄົມໜຶ່ງກັບພືດພັນ ແລະ ສັດທີ່ ຢູ່ອ້ອມຮອບສັງຄົມ.
ທ່ານຮອງຫົວໜ້າສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ກ່າວ ວ່າ: ທ່ານນາງ ບາບີ ເປັນຜູ້ປຸກ ຄວາມຊົງຈຳເກົ່າໆ ກ່ຽວກັບຊີວິດ ໃນໄວເດັກທີ່ແສນມີຄວາມສຸກ, ເຊິ່ງເມື່ອກ່ອນແມ່ນບໍ່ມີເຄື່ອງຫລິ້ນ ເຕັມຫ້ອງນອນ, ແຕ່ແມ່ນການ ຫລິ້ນ ແບບທຳມະຊາດ, ຫລິ້ນກັບ ໃບໄມ້ພືດຕ່າງໆທີ່ຢູ່ອ້ອມໂຕເຮົາ, ເຊິ່ງເຮົາສາມາດໃຊ້ຈິນຕະນາການຂອງເຮົາໃນການປະດິດເຄື່ອງ ຫລິ້ນຂຶ້ນມາ.
ປື້ມຫົວດັ່ງກ່າວແມ່ນຖືກຂີດ ຂຽນຂຶ້ນໂດຍທ່ານນາງ ບາບີ ວິໄລ ສັກ ແລະ ແຕ້ມພາບປະກອບໂດຍ ທ່ານ ນິຖາຄົງ ສົມສະນິດ ເຊິ່ງຈະ ມີບົດຄວາມຫລາຍກວ່າ 50 ລາຍ ການ ແລະ ຮູບພາບຫລາຍກວ່າ 10 ຮູບປະກອບມີ: ບົດຄວາມ ການ ຄົ້ນພົບ, ການເຄື່ອນ ໄຫວ, ການແຂ່ງຂັນ, ການລ່າ, ສີລະປະຈາກພືດພັນ ແລະ ດົນຕີ. ປຶ້ມທີ່ໄດ້ຜະລິດອອກມາໃນຄັ້ງທຳອິດນີ້ປະກອບມີ 1 ພັນກວ່າຫົວ, ເຊິ່ງມີທັງ ພາສາລາວ ແລະ ພາສາຝຣັ່ງໃນເຫລັ້ມດຽວກັນ.

No comments:

Post a Comment