Ad

Ad

27 January 2015

ນະຄອນຫຼວງວຽງຈັນຫາລືມາດຕະການຄວບຄຸມ ແລະ ປ້ອງກັນພະຍາດຕິດຕໍ່



ວັນທີ 23 ມັງກອນນີ້, ຄະນະ ກຳມະການຕ້ານ ແລະ ຄວບຄຸມພະຍາດ ຕິດຕໍ່ໄດ້ຈັດກອງປະຊຸມຫາລືວາງມາດຕະການຄວບຄຸມ ແລະ ປ້ອງກັນພະຍາດ ຕິດຕໍ່, ໂດຍສະ ເພາະໄຂ້ຍຸງລາຍ, ເພື່ອກຽມຮັບໃຊ້ 2 ວັນປະຫວັດສາດໃນປີ 2015 ຂື້ນ, ຢູ່ຫ້ອງການປົກຄອງນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ ສາຍທອງ ແກ້ວ ດວງດີ ຮອງເຈົ້າຄອນນະຄອນຫຼວງວຽງຈັນ, ທັງເປັນ ປະທານຄະນະກຳມະການຕ້ານ ແລະ ຄວບຄຸມພະຍາດຕິດຕໍ່ນະຄອນຫຼວງ ວຽງຈັນ, ມີຜູ້ຕ່າງໜ້າອົງການອະ ນາໄມໂລກ ແລະ ຕົວແທນຈາກ ຂະແໜງສາ ທາລະນະສຸກເຂົ້າຮ່ວມເປັນຈຳນວນຫຼາຍ.
ປະທານກອງປະຊຸມກ່າວວ່າ: ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າໃນປີ 2013 ປະເທດເຮົາໄດ້ເກີດການ ລະບາດຂອງ ພະຍາດໄຂ້ເລືອດ ອອກ ແລະ ນະຄອນຫຼວງວຽງຈັນ ກໍເປັນອັນດັບໜຶ້ງຂອງບັນດາ ແຂວງທີ່ມີຈຳນວນຜູ້ຕິດເຊື້ອຫຼາຍ, ຊຶ່ງມັນໄດ້ສ້າງຄວາມສູນເສຍທັງຊີວິດແລະຊັບສິນຂອງປະຊາຊົນ ແລະ ລັດຖະບານເປັນຈຳນວນບໍ່ ໜ້ອຍ, ແຕ່ຍ້ອນ
ຄວາມເອົາໃຈໃສ່ ຕ້ານແລະຄວບຄຸມພະຍາດດັ່ງກ່າວເປັນຢ່າງດີ,ຈຶ່ງສາມາດເຮັດໃຫ້ຫຼຸດ ໜ້ອຍຖອຍລົງ ແລະ ດ້ວຍມາດຕະ ການດັ່ງກ່າວຈົນຮອດປີ 2014 ຜ່ານມານະຄອນຫຼວງວຽງຈັນ, ກໍ ຄືບັນດາແຂວງແມ່ນບໍ່ມີການລະ ບາດຂອງພະຍາດ ໄຂ້ເລືອດອອກ,ຊຶ່ງຜົນສຳເລັດຂອງການເອົາໃຈໃສ່ຕ້ານ ແລະ ຄວບຄຸມພະຍາດດັ່ງ ກ່າວໄດ້ນັ້ນ, ກໍຍ້ອນການມີສ່ວນ ຮ່ວມຂອງທຸກພາກສ່ວນ ແລະ ຄວາມເຂົ້າໃຈເລິກເຊິ່ງຂອງປະຊາ ຊົນທີ່ມີຕໍ່ມາດຕະການ ແລະ ເຝົ້າ ລະວັງຢ່າງເປັນປົກກະຕິ ແລະ ສາ ມາດກຳຈັດຍຸງລາຍໃຫ້ອອກຈາກ ເຂດຮັບຜິດຊອບຂອງຕົນ ແລະ ເພື່ອເປັນການສືບຕໍ່ຕ້ານ ແລະ ປ້ອງ ກັນພະ ຍາດດັ່ງກ່າວ, ກອງປະຊຸມ ມື້ນີ້ຈຶ່ງຂໍຮຽກຮ້ອງໃຫ້ຖອດຖອນ ບົດຮຽນກ່ຽວກັບການຕ້ານ ແລະ ຄວບຄຸມພະຍາດດັ່ງກ່າວ ຢ່າງມີປະ ສິດທິຜົນ, ເນື່ອງຈາກປີ 2015 ນີ້, ເປັນປີສຳຄັນຫຼາຍໃນປະຫວັດ ສາດຂອງຊາດເຮົາຄື: ການສະເຫຼີມ ສະຫຼອງວັນຄົບຮອບ 60 ແຫ່ງ ການສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ແລະ ວັນ ສຳຄັນຕ່າງໆຊຶ່ງຕ້ອງໄດ້ກຽມພ້ອມໃນການປ້ອງກັນ ແລະ ໃນໂອກາດ ນີ້ຄະນະກຳມະການຕ້ານ ແລະ ຄວບຄຸມພະຍາດຕໍ່ຕິດ(ໄຂ້ຍຸງລາຍ) ນະຄອນຫຼວງຍັງໄດ້ຮອບໃບ ຍ້ອງຍໍໃຫ້ແກ່ພາກສ່ວນ ແລະ ບຸກ ຄົນທີ່ມີຜົນງານໃນການມີສ່ວນ ຮ່ວມຕ້ານ ແລະ ສະກັດກັ້ນພະຍາດ ໄຂ້ເລືອດອອກໃນໄລຍະຜ່ານມາ ອີກດ້ວຍ.

No comments:

Post a Comment