Ad

Ad

27 January 2015

ປະຊາຊົນອາໄສຢູ່ແຄມທາງດົງໂດກເດືອດຮ້ອນຍ້ອນຂີ້ຝຸ່ນ



ພາຍຫລັງພາກສ່ວນກ່ຽວ ຂ້ອງໄດ້ສຳເລັດການສ້ອມແປງສຸກເສີນເສັ້ນທາງແຕ່ສີ່ແຍກໄຟແດງ 450 ປີຫາມະຫາ ວິທະຍາໄລແຫ່ງ ຊາດດ້ວຍການເອົາດິນມາຖົມບ່ອນທີ່ເປັນບວກເປັນຂຸມແລ້ວຂູດໜ້າ ທາງໃຫ້ຮາບພຽງພ້ອມຢຽບ ແໜ້ນ, ເພື່ອຮັບປະກັນໃຫ້ການສັນ ຈອນໄປມາຂອງຍານພາຫະນະມີຄວາມສະດວກດີຂຶ້ນ, ແຕ່ຍ້ອນ ເສັ້ນທາງດັ່ງກ່າວມີລົດ ໃຫຍ່ນ້ອຍ ນັບທັງລົດບັນທຸກໜັກແລ່ນຜ່ານໄປມາເປັນຈຳນວນຫລາຍໃນແຕ່ລະມື້ ຈຶ່ງເຮັດໃຫ້ເກີດບັນຫາບໍ່ດີຕໍ່ສະພາບ ແວດລ້ອມຕາມມາຄືມີສະພາບຂີ້ ຝຸ່ນສີແດງປີວໄຫງ່ຕະຫລອດເວລາ ເປັນບໍລິເວນກວ້າງ, ນັບວ່າສ້າງ ຄວາມໜັກໃຈໃຫ້ ຜູ້ທ່ຽວຜ່ານໄປມາ ແລະ ສ້າງຄວາມເດືອດຮ້ອນ ໃຫ້ກັບປະຊາຊົນຜູ້ທີ່ມີເຮືອນອາໄສຢູ່ລຽບຕາມແຄມທາງຫລາຍສົມ ຄວນ.
ປະຊາຊົນຜູ້ໜຶ່ງທີ່ມີເຮືອນຢູ່ ແຄມທາງບອກກັບນັກຂ່າວວ່າ: ແຕ່ລະມື້ຕ້ອງໄດ້ອັດປະຕູເຮືອນໄວ້ຕະຫລອດເພື່ອບໍ່ໃຫ້ຂີ່ຝຸ່ນປີວເຂົ້າ ມາ, ເຖິງປານນັ້ນເຫັນວ່າເຄື່ອງໃຊ້ ພາຍໃນເຮືອນເຊັ່ນ: ໂຕະ, ຕັ່ງ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ ແມ່ນມີຂີ້ ຝຸ່ນຕິດເປັນຈຳນວນຫລາຍ, ເຊິ່ງ ນັບວ່າເປັນບັນຫາຍາກຕໍ່ການອະ ນາໄມ ເພາະຕ້ອງໄດ້ປັດຖູຢູ່ເປັນປະຈຳ, ແຕ່ສິ່ງທີ່ໜ້າເປັນຫວ່ງກວ່າ  ນັ້ນກໍແມ່ນຜົນກະທົບທີ່ບໍ່ດີຕໍ່ສຸຂະ ພາບທີ່ອາດຈະຕາມ ມາໃນເມື່ອມີ ການຫາຍໃຈສູດດົມເອົາຂີ້ຝຸ່ນເຂົ້າ ຮ່າງກາຍຫລາຍແບບນີ້ໃນແຕ່ລະມື້.

ຕໍ່ບັນຫາດັ່ງກ່າວ, ນັກຂ່າວ ພວກເຮົາໄດ້ສອບຖາມພະນັກງານພະແນກໂຍທາທິການ ແລະ ຂົນ ສົ່ງນະຄອນຫລວງ ວຽງຈັນ ໃຫ້ຮູ້ ວ່າ: ເສັ້ນທາງດັ່ງກ່າວພວມຈະໄດ້ ຮັບການກໍ່ສ້າງດ້ວຍການປູເບຕົງ ໃນໄວໆນີ້, ໃນໄລຍະ 2,5 ກິໂລ ແມັດ, ມີຄວາມກວ້າງປະມານ 25-28 ແມັດນັບແຕ່ສີ່ແຍກໄຟ ແດງດົງໂດກຫາສີ່ແຍກໄຟແດງ ຕານມີໄຊ, ໂດຍໄດ້ຮັບເງິນຊ່ວຍ ເຫລືອຈາກລັດຖະບານ ສປ ຈີນ, ເຊິ່ງຄາດວ່າການກໍ່ສ້າງຈະໃຫ້ສຳ ເລັດກ່ອນກອງປະຊຸມສຸດຍອດອາ ຊຽນທີ່ ສປປ ລາວ ໄດ້ຮັບກຽດ ເປັນເຈົ້າພາບໃນປີ 2016 ທີ່ຈະ ເຖິງນີ້.

No comments:

Post a Comment