ຄືດັ່ງທີ່ຮູ້ນຳກັນແລ້ວໃນລະດູຝົນຜ່ານມາ ຢູ່ນະຄອນຫຼວງວຽງຈັນ
ໄດ້ເກີດມີສະພາບນ້ຳຖ້ວມເສັ້ນທາງຫຼາຍເສັ້ນ ຍ້ອນບັນຫາທໍ່ລອດທາງ, ຄອງລະບາຍນ້ຳຢູ່ຕາມຈຸດຕ່າງໆ
ມີການອຸດຕັນ. ເຖິງແນວໃດກໍຕາມ ມາຮອດດຽວນີ້ຄອງລະບາຍນ້ຳສາຍຫຼັກນັບແຕ່ວັດໄຕ-ໜອງດ້ວງ
-ໜອງບົວ ທອງ ລົງສູ່ຄອງລະບາຍນ້ຳສັກ ໄປຫາ ຮອງແຊງ ລົງບຶງທາດຫຼວງ, ເຫັນວ່າຍັງມີຫຼາຍຈຸດເກີດມີສະພາບນ້ຳອັ່ງ,
ນ້ຳເສຍປະປົນຢູ່ ອັນເນື່ອງມາຈາກບາງຈຸດມີສິ່ງກີດຂວາງບໍ່ສາ ມາດເຮັດໃຫ້ນ້ຳໄຫຼສະດວກ
ຖ້າຫາກພວກເຮົາບໍ່ຊອກຫາວິທີແກ້ໄຂຕັ້ງແຕ່ຫົວທີອາດມີຜົນກະທົບຕໍ່ບັນຫານ້ຳຖ້ວມທາງແບບຊ້ຳຮອຍຄືກັບໄລຍະລະດູຝົນຜ່ານມາ.
ສະພາບນ້ຳປ່າສັກ, ຮ່ອງແຊງໃນປັດຈຸບັນນັບວ່າມີຄວາມແຕກຕ່າງຈາກຫຼາຍປີກ່ອນ,
ເຊິ່ງໃນແຕ່ລະຍ່ານຄອງລະບາຍນ້ຳເກີດມີຜັກຕົບ, ແລະ ຫຍ້າປະເພດຕ່າງໆ ປົກຫຸ້ມຢູ່ຕາມເກາະດອນນ້ອຍຂອງຄອງນ້ຳ,
ສະພາບນ້ຳເປືເປື້ອນ, ບໍ່ໄສຄືແຕ່ກ່ອນ ຍ້ອນຂາດການບົວລະບັດຮັກສາ. ນັບແຕ່ຕົ້ນຄອງລະບາຍນ້ຳຈາກວັດໄຕມາຮອດໜອງບົວ
ທອງມີສະພາບການ
ຖິ້ມເສດນ້ຳມັນ ແລະ ສິ່ງເສດເຫຼືອອື່ນໆລົງສູ່ຄອງນ້ຳສາຍດັ່ງກ່າວນີ້,
ພາໃຫ້ເກີດມີກິ່ນເໝັນ. ຖ້າຍັງຂາດການເອົາໃຈໃສໃນການເຮັດອະນາໄມລ່ວງຄອງລະບາຍດັ່ງກ່າວ,
ຈະກໍ່ໃຫ້ເກີດຜົນກະທົບຫຼາຍໆຢ່າງຕາມມາ ເຊັ່ນ : ຈະມີກິ່ນເໜົ່າເໝັນຈະເປັນບ່ອນແຜ່ຂະຫຍາຂອງຍຸງລາຍ
ແລະ ເມື່ອຝົນຕົກລົງມາແຮງອາດເກີດສະພາບນ້ຳຖ້ວມກໍເປັນໄດ້.
ນອກຈາກນີ້, ຍັງມີຄອງລະບາຍນ້ຳອີກຫຼາຍສາຍຢູ່ໃນນະຄອນຫຼວງວຽງຈັນ
ເຊິ່ງພາກ ສ່ວນກ່ຽວຂ້ອງຄວນຈະຕ້ອງໄດ້ເອົາໃຈໃສ່ຊອກວິທີທາງແກ້ໄຂສິ່ງເປີ້ເປື້ອນດັ່ງກ່າວຄື: ຄອງລະບາຍນ້ຳຈາກຂົວຂາວເສັ້ນທາງຄູວຽງ ຫາ ຕະຫຼາດຂົວດິນ
ຫາ ໂພນທັນ, ຮອງແກ ລົງສູ່ທາດຫຼວງ ແລະ ຈາກໜອງບອນ ບ້ານສີບຸນເຮືອງ ຫາ ຮອງໄກ່ແກ້ວ
ອອກສູ່ໂພນພະເນົາ ລົງຮອງແຊງ ແລະ ອີກຈຸດໜຶ່ງຈາກ ຮອງແຊງ ອອກສູ່ໂພນຕ້ອງ ເຊິ່ງເປັນຈຸດທີ່ເກີດມີນ້ຳຖ້ວມທາງເປັນປະຈຳໃນແຕ່ລະປີ.
ສະນັ້ນ ຈະຕ້ອງໄດ້ເບິ່ງຄືນບັນຫາການປຸກສ້າງ ເພາະເປັນສິ່ງກີດຂວາງການລະບາຍນ້ຳອອກຈາກຕົວເມືອງ.
No comments:
Post a Comment