Ad

Ad

21 January 2015

ທະນາຄານຢືນຢັນຈະຮັກສາສະຖຽນລະພາບເງິນຕາໃຫ້ໝັ້ນທ່ຽງ



     ໃນອາທິດຜ່ານມາ, ທ່ານຮອງຫົວໜ້າກົມນະໂຍບາຍທະນາຄານແຫ່ງ ສປປ ລາວ ໄດ້ອອກມາຊີ້ແຈງຂໍ້ຂ້ອງໃຈປະຊາຊົນແຂວງຊຽງຂວາງຜ່ານສາຍດ່ວນໃນ ລະຫວ່າງດຳເນີນກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VII, ຊຶ່ງມີເນື້ອໃນວ່າ: ປະຊາຊົນບ້ານນາເດື່ອ, ເມືອງພູກູດ, ແຂວງຊຽງຂວາງ ສະ ເໜີກ່ຽວກັບການໃຊ້ເງິນຕາ ຕ່າງປະເທດຢູ່ ໃນ ສປປ ລາວ ເຫັນວ່າຍັງບໍ່ທັນເໝາະ ສົມເປັນຕົ້ນ ການຊື້ຂາຍຊັບສິນ, ສິນຄ້າຕ່າງໆເຊັ່ນ: ການຊື້ຂາຍ ລົດຕາມຫ້າງຮ້ານ, ການຂາຍທີ່ດິນ ແລະ ເຮືອນແມ່ນເວົ້າເປັນເງິນບາດ, ໂດລາເທົ່ານັ້ນ ແລະ ຍິ່ງໄປ ກວ່ານັ້ນ ຢູ່ເຂດ ເມືອງບໍ່ແຕນ-ແກ່ນທ້າວ ແຂວງໄຊຍະບູລີ ແມ່ນມີແຕ່ໃຊ້ເງິນບາດ, ຕໍ່ບັນຫານີ້ ກົມນະໂຍບາຍຊີ້ແຈງວ່າ: ການຈັດຕັ້ງ ປະຕິບັດໃນໄລຍະຜ່ານມາດ້ານດີກໍມີຫລາຍໂດຍສະເພາະແມ່ນໄດ້ເຮັດໃຫ້ສັງ ຄົມຮັບຮູ້ ແລະ ເຂົ້າໃຈກ່ຽວກັບລະບຽບ ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບ, ສາມາດປູກຈິດ ສຳນຶກສ້າງສະຕິຊາດ, ສະຕິຕໍ່ລະ ບຽບກົດໝາຍສາມາດຫັນປ່ຽນການໂຄສະນາລາຄາ, ການຕິດປະກາດລາຄາສິນຄ້າ ແລະ
ຄ່າບໍລິການທີ່ເປັນເງິນຕາຕ່າງ ປະເທດມາເປັນເງິນກີບໄດ້ໂດຍພື້ນຖານ. ແຕ່ພຶດຕິກຳການຮ້ອງລາຄາ, ການຊຳລະຄ່າສິນ ຄ້າດ້ວຍເງິນຕາຕ່າງປະເທດ ກໍຍັງມີແຜ່ຫລາຍໂດຍສະເພາະບັນຫາທີ່ປະຊາຊົນສະເໜີຂຶ້ນມານັ້ນສຳລັບຢູ່ຕະຫລາດມືດ ແຂວງຫລວງພະບາງກໍເປັນ ເຂດແຫລ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມສູງຂອງແຂວງ, ເຊິ່ງມີນັກທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຈັບ ຈ່າຍໃຊ້ສອຍຫລາຍ, ຊຶ່ງອາດຈະເຮັດໃຫ້ຊາວຄ້າຂາຍບາງຄົນຮ້ອງລາຄາສິນຄ້າ ແລະ ຄ່າບໍລິການເປັນ ເງິນຕາຕ່າງປະ ເທດເພື່ອເອົາໃຈລູກຄ້າ, ໂດຍບໍ່ຄຳນຶງເຖິງລະບຽບກົດໝາຍ. ອີກເຂດໜຶ່ງກໍເປັນເຂດທີ່ມີຊາຍແດນ ຕິດພັນກັບ ປະເທດ ເພື່ອນບ້ານສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າຈາກປະເທດເພື່ອນບ້ານເຮັດໃຫ້ການແລກ ປ່ຽນຊື້-ຂາຍສ່ວນໃຫຍ່ແມ່ນໄດ້ ນຳໃຊ້ເງິນຕາຂອງປະເທດເພື່ອນບ້ານ. ນອກນີ້ ກໍຍັງມີຫລາຍຫົວໜ່ວຍທຸລະກິດຄ້າຂາຍສິນຄ້າ ທີ່ມີມູນຄ່າສູງ, ໂດຍນຳ ໃຊ້ເງິນຕາຕ່າງປະເທດຊຳລະໂດຍກົງເຊັ່ນ: ຊື້-ຂາຍດິນ, ເຮືອນ, ຍານພາຫະນະ, ວັດຖຸມີຄ່າ, ເຄື່ອງວັດສະດຸກໍ່ສ້າງ, ເຄື່ອງໄໝ ແລະ ອື່ນໆ.
     ຕໍ່ບັນຫາດັ່ງກ່າວນີ້ ທາງພາກສ່ວນກ່ຽວຂ້ອງກໍໄດ້ປະສານສົມທົບແໜ້ນ ເພື່ອຮ່ວມກັນແກ້ໄຂຕົນເຫດຂອງບັນຫາ ຕາມໜ້າທີ່ໃຜລາວ, ໂດຍສະເພາະທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ ໝັ້ນທ່ຽງ, ຊຸກຍູ້ໃຫ້ທະນາຄານທຸລະກິດປັບປຸງການບໍລິການ ແລະ ຂະຫຍາຍໜ່ວຍບໍລິການໃຫ້ທົ່ວເຖິງ, ຊຸກຍູ້ສົ່ງ ເສີມການຊຳລະຜ່ານລະບົບທະນາຄານໃຫ້ນັບມື້ຫລາຍຂຶ້ນ, ໂດຍສະເພາະສິນຄ້າທີ່ມີມູນຄ່າສູງ, ສົ່ງເສີມການນຳ ໃຊ້ເງິນ ກີບຢ່າງກວ້າງຂວາງດ້ວຍການໂຄສະນາເຜີຍແຜ່ລະບຽບການດ້ວຍຫລາຍຮູບການເພື່ອໃຫ້ເຂົ້າເຖິງທຸກກຸ່ມຄົນໃນ ສັງຄົມ.

No comments:

Post a Comment