ເສັ້ນທາງເລກ 11 ແຕ່ສາມແຍກເກົ້າລ້ຽວຫາເມືອງສັງທອງ, ນະຄອນ ຫລວງວຽງຈັນ,
ປັດຈຸບັນມີບາງຍ່ານເລີ່ມ ເປັນຄື້ນ ແລະ ມີສະພາບບ່ວມ, ຫລັງ ຈາກມີລົດບັນທຸກໜັກແລ່ນຜ່ານໄປມາເປັນຈຳນວນຫລາຍໃນແຕ່ລະວັນ,
ເຊິ່ງ ຖ້າຫາກພາກສ່ວນກ່ຽວຂ້ອງຍັງບໍ່ເຂັ້ມງວດຕໍ່ການກວດກາບັນຫານັ້ນ, ອາດເຮັດ ໃຫ້ອາຍຸການນໍາໃຊ້ເສັ້ນທາງດັ່ງກ່າວ
ບໍ່ໄດ້ດົນ.
ນັກຂ່າວພວກເຮົາໄດ້ລົງເບິ່ງສະພາບການສັນຈອນຂອງພາຫະນະບົນ ເສັ້ນທາງດັ່ງກ່າວໃນວັນທີ
20 ມັງກອນນີ້, ພາຍຫລັງມີປະຊາຊົນສະເໜີວ່າມີລົດບັນທຸກໜັກເປັນຈຳນວນຫລາຍ ແລ່ນໄປ ມາເຮັດໃຫ້ເສັ້ນທາງເລີ່ມຊຸດໂຊມ
ແລະ ກໍເປັນດັ່ງວ່າແທ້ໂດຍມີລົດບັນທຸກແຮ່, ຫີນ-ຊາຍ ນັບແຕ່ຂະໜາດນ້ອຍ 6 ຕີນໄປ ຈົນຮອດຂະໜາດ
12 ຕີນແລ່ນ ໄປມາບໍ່ຂາດສາຍ, ຂະນະດຽວກັນຈຸດກວດກາສັ່ງນ້ຳໜັກລົດໃນເສັ້ນທາງດັ່ງກ່າວກໍບໍ່ມີ
ໂດຍສະເພາະແຕ່ສາມແຍກ ເກົ້າລ້ຽວຫາເມືອງສັງທອງ, ຈຶ່ງເປັນຊ່ອງຫວ່າງໃຫ້ຜູ້ກອບການຂົນສົ່ງສີນຄ້າ,
ບໍລິການແຮ່ຕ່າງໆ ພາກັນສວຍໂອ ກາດ ໃສ່ນ້ຳໜັກເກີນຫລາຍ, ລົດບັນທຸກແຮ່ບາງຄັນການປົກຫຸ້ມບໍ່ຮັບປະກັນດີເຮັດໃຫ້ມີເສດດິນເຮ່ຍສ້າງ ຄວາມເປື້ອນ
ເປີະ ໃຫ້ເສັ້ນທາງ.
ພະແນກໂຍທາທິການ ແລະ ຂົນສົ່ງ,ນະຄອນຫລວງວຽງຈັນໃຫ້ຮູ້ວ່າ:ເສັ້ນທາງດັ່ງກ່າວ,
ແມ່ນໄດ້ຮັບການສະ ໜັບສະໜູນດ້ານການເງິນຈາກລັດຖະບານໄທ ກໍຄືອົງການນິດາ(NEDA) ໃນມູນຄ່າ
1.392 ລ້ານບາດ (ສະກຸນເງິນໄທ) ຫລື ປະມານ 348 ຕື້ກີບ,ໃນນັ້ນ 30% ແມ່ນຊ່ວຍເຫລືອລ້າ
ແລະ 70% ແມ່ນກູ້ຢືມດອກເບ້ຍຕ່ຳໄລຍະຍາວ, ມີຄວາມຍາວ 204 ກິໂລແມັດແຕ່ແຍກລະຫວ່າງທາງຫລວງແຫ່ງຊາດເລກ
13 ເໜືອ ແລະ ທາງສີໄຄ, ເມືອງສີໂຄດ ຕະບອງ, ນະຄອນ ຫລວງວຽງຈັນລຽບຕາມແມ່ນ້ຳຂອງໄປທາງທິດຕາເວັນຕົກສຽງເໜືອ
ແລະ ຂ້າມຜ່ານນ້ຳຂອງ ໄປເຊື່ອມຈອດກັບເສັ້ນ ທາງເລກ 4 ຢູ່ບ້ານຄົກເຂົ້າດໍ, ເມືອງປາກລາຍ, ແຂວງໄຊຍະບູລີ.
ເພື່ອອຳນວຍໃຫ້ແກ່ການຄົມ ມານາຄົມໄປມາຫາສູ່ລະ ຫວ່າງປະຊາຊົນ, ການຂົນສົ່ງພາຍໃນປະເທດມີຄວາມສະດວກຫລາຍຂຶ້ນ,
ນອກຈາກນີ້, ຍັງເປັນເສັ້ນທາງເຊື່ອມຕໍ່ກັບຊາຍ ແດນລາຊະອານາຈັກໄທນຳດ້ວຍ, ອັນໄດ້ປະກອບສ່ວນ
ສຳຄັນໃນການຊຸກຍູ້ດ້ານເສດຖະກິດ-ສັງຄົມ, ການຄ້າ,
ການລົງທຶນ ແລະ ການທ່ອງທ່ຽວຂອງລາວໃຫ້ມີການຂະ ຫຍາຍຕົວດີຍິ່ງຂຶ້ນ, ທັງຊ່ວຍ ໃຫ້ລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າທີ່ດຳລົງຊີວິດລຽບຕາມເສັ້ນທາງ
ນັບມື້ດີຂຶ້ນເປັນກ້າວໆ. ເຊິ່ງເສັ້ນທາງສາຍນີ້, ເມື່ອກ່ອນເປັນທາງດິນແດງ, ແລວທາງຄົດໂຄ້ງຫລາຍ,
ໜ້າທາງແຄບ ແລະ ເປັນຄື້ນເປັນຂຸມ, ການສັນຈອນໄປມາມີຄວາມຫຍຸ້ງຍາກລຳບາກ, ບາງປີເກີດນ້ຳຖ້ວມເສັ້ນທາງເປ່ເພເຮັດໃຫ້ການສັນຈອນຕິດຂັດເປັນເວລາດົນ
ແລະ ສ້າງຄວາມສິ້ນເປືອງຫລາຍຢ່າງດັ່ງນັ້ນ, ລັດຖະບານລາວຈຶ່ງໄດ້ສະເໜີຕໍ່ລັດຖະບານໄທໃຫ້ການຊ່ວຍເຫລືອໃນການກໍ່ສ້າງສ້ອມແປງເສັ້ນທາງດັ່ງກ່າວມີມາດຕະຖານ
ແລະ ອຳນວຍຄວາມສະດວກສະບາຍໃນການຄົມມານາຄົມ ໃຫ້ດີຂຶ້ນເທື່ອລະກ້າວ ແລະ ສິ່ງສຳຄັນລັດຖະບານ,
ໄດ້ກຳນົດເອົາເສັ້ນທາງສາຍນີ້ເປັນເສັ້ນທາງຍຸດທະສາດທີ່ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມເວົ້າລວມ,
ເວົ້າສະເພາະຢູ່ບັນດາແຂວງທີ່ມີສາຍທາງຜ່ານ ແລະ ທັງເປັນເສັ້ນທາງ ເຊື່ອມຕໍ່ລະຫວ່າງບັນດາແຂວງພາກເໜືອ,
ກາງ ແລະ ໃຕ້ ແລະ ເຊື່ອມໄປຫາປະເທດເພື່ອນບ້ານ ແລະ ອານຸພາກພື້ນນຳດ້ວຍ.
ພະແນກໂຍທາທິການ
ແລະ ຂົນສົ່ງ ໃຫ້ຮູ້ວ່າ:ເສັ້ນທາງສາຍນີ້ສາມາດຮັບນ້ຳໜັກໄດ້ປະມານ 30 ໂຕນ ແລະ ສາມາດນຳໃຊ້ໄດ້ປະມານ
10 ປີ, ໂດຍແມ່ນພະແນກໂຍທານະຄອນຫລວງເປັນຜູ້ຄຸ້ມຄອງ ແລະ ຍອມຮັບວ່າຕະ ຫລອດສາຍທາງຍັງບໍ່ມີຈຸດຊັ່ງນ້ຳໜັກ,
ສະນັ້ນການກວດການ້ຳໜັກລົດຜ່ານມາຢູ່ເສັ້ນທາງດັ່ງກ່າວມີພຽງແຕ່ເຮັດແບບ ລັກສະນະສຸມກວດພິເສດເທົ່ານັ້ນ,ຈຶ່ງເຮັດໃຫ້ຜູ້ປະກອບການຂົນສົ່ງຈຳນວນໜຶ່ງເກີດການສວຍໂອກາດບັນທຸກສິ່ງຂອງທີ່ມີນ້ຳໜັກເກີນການຮອງຮັບຂອງທາງ
ແລະ ເປັນສາເຫດໜຶ່ງພາໃຫ້ເສັ້ນທາງຊຸດໂຊມຄືດັ່ງສັງຄົມມີຄວາມເປັນຫວ່ງ, ເຊິ່ງພາກສ່ວນກ່ຽວຂ້ອງຈະໄດ້ລົງກວດກາບັນຫາດັ່ງກ່າວໃຫ້ຫລາຍຂື້ນເພື່ອສະກັດກັ້ນບໍ່ໃຫ້ເກີດມີສະ
ພາບທີ່ບໍ່ດີຕາມ ມາ ແລະ ຈະນຳໃຊ້ລະບຽບກົດໝາຍຕໍ່ຜູ້ລະເມີດຢ່າງເຂັ້ມງວດເດັດຂາດ.

No comments:
Post a Comment