Ad

Ad

21 January 2015

ອຸປະທູດອີຢູຢ້ຽມຢາມໂຄງການທີ່ສະໜອງທຶນຈັດຕັ້ງປະຕິບັດຢູ່ແຂວງອັດຕະປື



ທ່ານ ມີແຊນ ໂກແຟງ ອຸປະທູດສຳນັກງານຜູ້ຕາງໜ້າສະຫະພາບເອີ ຣົບ ປະຈໍາລາວ, ໄດ້ເຄື່ອນໄຫວຢ້ຽມຢາມແຂວງອັດຕະປືທາງພາກໃຕ້ຂອງລາວແຕ່ວັນ ທີ 19-21 ມັງກອນນີ້.  ເພື່ອຢ້ຽມຢາມກິດຈະກຳ ແລະ ປະເມີນຄວາມຄືບໜ້າ, ໂຄງການພັດທະນາທີ່ ໄດ້ຮັບທຶນຈາກສະຫະພາບເອີຣົບ ແລະ ພວມໄດ້ຮັບ ການຈັດຕັ້ງປະຕິບັດພາຍ ໃນແຂວງ. ໂດຍສະເພາະບັນດາບ້ານເປົ້າ ໝາຍໂຄງ ການໃນເມືອງຊານໄຊ ແລະ ເມືອງສະໜາມໄຊ ທີ່ໄດ້ຮັບຜົນປະໂຫຍດ ຈາກກິດ ຈະກຳດ້ານໂພສະນາການ ແລະ ການປູກພືດຜັກສວນຄົວ, ການສົ່ງເສີມ ການລ້ຽງ ສັດ, ສົ່ງເສີມການເຂົ້າເຖິງລະ ບົບສາທາລະນະສຸກແລະ ໂພສະນາການແບບປະສົມປະສານ, ການປ້ອງກັນພະຍາດ, ການໃຫ້ ອາຫານເສີມແກ່ ແມ່ຍິງຖືພາ, ການຄວບຄຸມສະພາບການຂາດອາຫານ, ສະໜອງການສຶກສາດ້ານໂພສະນາການ ແລະ ການ ສອນວິທີປຸງແຕ່ງອາ ຫານຢ່າງຖືກໂພສະນາການໂດຍ ພະນັກງານສາທາ ແລະ ອາສາສະໝັກສະຫະພັນແມ່ຍິງ, ກິດຈະ ກຳສະ
ໜອງນ້ຳສະອາດໃນບ້ານ/ ໂຮງຮຽນ, ສິ່ງອຳນວຍຄວາມສະ ດວກໃນການຮັກສາອະນາໄມພາຍໃນໂຮງຮຽນ. ອັດຕະປືເປັນ ແຂວງ ໜຶ່ງທີ່ມີອັດຕາຄວາມທຸກຍາກ ແລະ ການຂາດເຂົ້າກິນສູງທີ່ສຸດໃນບັນດາແຂວງພາກໃຕ້ຂອງລາວ ແລະ ເປັນແຂວງທີ່ ມີອັດຕາການຂາດ ສານອາຫານສູງທີ່ສຸດໃນປະເທດ, ນອກນີ້ ຍັງມີອັດຕາເດັກນ້ອຍທີ່ມີ ນ້ຳໜັກຕໍ່າກ່ວາເກັນອາຍຸທີ່ສູງກວ່າ ຕົວເລກສະເລ່ຍທົ່ວປະເທດ. ນອກນີ້, ກໍຍັງມີບັນຫາເດັກຄອກ ຫຼື ຈະ ເລີນເຕີບໂຕຊ້າກ່ວາເກັນເຊິ່ງຖືວ່າ ເປັນອີກໜຶ່ງບັນຫາ ດ້ານສາທາລະນະສຸກ. ໂດຍເລັ່ງເຫັນສິ່ງທ້າທາຍ ທີ່ແຂວງພວມປະເຊີນຢູ່ນັ້ນສະຫະ ພາບເອີຣົບໄດ້ສະໜອງການປະ ກອບສ່ວນທາງການເງິນໃຫ້ແກ່ 4 ໂຄງການພັດທະນາທີ່ພວມໄດ້ ຮັບການຈັດຕັ້ງປະຕິບັດໃນປັດຈຸບັນໂດຍ ອົງການຢູນິ ເຊັບ(UNICEF) ອົງການ HPA, ອົງການ GAA ແລະ ອົງ ການ  ANNADYA  ໃນ ແຂວງອັດຕະປືໂດຍເນັ້ນໃສ່ຂະ ແໜງການຄ້ຳປະກັນສະບຽງອາ ຫານ, ໂພຊະນາການ ແລະ ການສະໜອງບໍລິການດ້ານສາທາລະ ນະສຸກທີ່ຍືນຍົງໂດຍສະ ເພາະສຳ ລັບບັນດາເດັກນ້ອຍທີ່ອາໄສຢູ່ຕາມຊຸມຊົນຫ່າງໄກສອກຫຼີກ ແລະ ບັນ ດາບ້ານຊົນເຜົ່າໃນຕົວເມືອງທຸກຍາກ.  ທ່ານ ມີແຊນ ໂກແຟງ ກ່າວ ວ່າ: ການຄ້ຳ ປະກັນສະບຽງອາ ຫານ ແລະ ໂພສະນາການແມ່ນໜຶ່ງ ໃນບູລິມະສິດການຊ່ວຍເຫຼືອດ້ານ ພັດທະນາຂອງສະຫະພາບເອີຣົບ ແກ່ ສປປ ລາວ ກໍຄືແຂວງອັດຕະປື ແລະ ກໍມີຄວາມສຳຄັນຫຼາຍໃນ ຄວາມພະຍາຍາມຫຼຸດ ຜ່ອນຄວາມທຸກຍາກ ແລະ ບັນລຸເປົ້າໝາຍສະ ຫັດສະວັດຂອງລັດຖະບານ. ສະຫະພາບເອີຣົບຍຶດໝັ້ນທີ່ຈະຊ່ວຍ ເຫຼືອປັບ ປຸງຊີວິດການເປັນຢູ່ຄອບ ຄົວບັນດາເຜົ່າ ແລະ ປະຊາຊົນຜູ້ ທຸກຍາກໃນເຂດຫ່າງໄກສອກຫຼີກ ຂອງແຂວງອັດຕະປືໂດຍ ການສະໜອງທັກສະອັນຈຳເປັນໃນການ ສ້າງຊີວິດການເປັນຢູ່ທີ່ດີຂຶ້ນກວ່າ ເກົ່າໃຫ້ແກ່ເຂົາເຈົ້າ. 
ສະຫະພາບເອີຣົບໄດ້ປະກອບສ່ວນວົງເງິນເກືອບ 7,5 ລ້ານເອີ ໂຣເຂົ້າໃນ 4 ໂຄງການພັດທະນາ ດັ່ງກ່າວເຊິ່ງຈະນຳ ຜົນປະໂຫຍດ ມາໃຫ້ປະຊາຊົນຫຼາຍກວ່າ 2 ແສນ ຄົນ ບໍ່ສະເພາະແຕ່ພາຍໃນແຂວງ ອັດຕະປືແຕ່ຍັງມີແຂວງເຊກອງ, ສາລະ ວັນ, ອຸດົມໄຊ ແລະ ຫຼວງນ້ຳ ທາ. ໃນໂອກາດດຽວກັນນີ້ ທ່ານ ອຸ ປະທູດ ມີແຊນ ໂກແຟງ ຍັງໄດ້ເຂົ້າ ຢ້ຽມຄຳນັບທ່ານ ດຣ ນາມ ວິຍາເກດ ເຈົ້າແຂວງອັດຕະປືເພື່ອແຈ້ງ ຈຸດປະສົງຂອງການເຄື່ອນໄຫວ ຢ້ຽມຢາມໂຄງ ການທີ່ໃຫ້ທຶນໂດຍສະຫະພາບເອີຣົບ ແລະ ຜົນສຳເລັດ ທີ່ໂຄງການເລົ່ານັ້ນຍາມມາໄດ້.

No comments:

Post a Comment