Ad

Ad

22 January 2015

ຍິງຫລົງເພດປອມເປັນຕຳຫລວດເພື່ອຕົ້ມຕຸນເອົາຊັບພົນລະເມືອງ



           ນາງ ເພັດ ອາຍຸ 31 ປີຢູ່ບ້ານດອກຄຳ, ເມືອງຄຳ, ແຂວງຊຽງຂວາງຖືກເຈົ້າໜ້າທີ່ ປກສ ເມືອງໄຊທາ
ນີ, ນະຄອນຫລວງວຽງຈັນຈັບຕົວມາດຳເນີນຄະດີເມື່ອທ້າຍປີ 2014 ຜ່ານມາ, ຫລັງຈາກປອມເປັນຕຳຫລວດເຄື່ອນ ໄຫວຕົ້ມຕຸນເອົາຊັບພົນລະເມືອງຫລາຍລາຍຢູ່ນະຄອນຫລວງວຽງຈັນ
           ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນໄລຍະເດືອນສິງຫາ 2014 ນາງ ເພັດ ໄດ້ມາພັກເຊົາຢູ່ຫ້ອງແຖວເຂດບ້ານຊ້າງຄູ້,
ເມືອງໄຊທານີ, ມີບຸກຄະລິກການແຕ່ງກາຍຄືຜູ້ຊາຍ (ເປັນທອມ) ຈຶ່ງມີແນວຄິດບໍ່ດີຄືປອມເປັນເຈົ້າໜ້າທີ່ຕຳ ຫລວດ ດ້ວຍການເຮັດບັດຂອງເຈົ້າໜ້າທີ່ປອມ, ຫລັງຈາກນັ້ນ, ກໍເຄື່ອນໄຫວແອບອ້າງວ່າເປັນເຈົ້າໜ້າທີ່ຢູ່ ຫ້ອງ ວ່າການລັດຖະບານ, ຮູ້ຈັກກັບຜູ້ໃຫຍ່ຫລາຍຄົນ, ສາມາດພົວພັນແລ່ນເອົາຄົນເຂົ້າຮຽນຕຳຫລວດ ແລະ ມີຜູ້ຕົກ ເປັນເຫຍື່ອຂອງຜູ້ກ່ຽວ ມາຫລາຍລາຍ, ເຊິ່ງໜຶ່ງໃນນັ້ນແມ່ນນາງ ສະຫງົບ ຢູ່ບ້ານຊ້າງຄູ້ ທີ່ໄດ້ຈ່າຍເງິນໃຫ້ນາງເພັດຈຳ ນວນ 7 ລ້ານກວ່າກີບ ເພື່ອໃຫ້ພົວພັນວີ້ງເຕັ້ນເອົາລູກເຂົ້າຮຽນຕຳຫລວດ. ແຕ່ເວລາຜ່ານໄປຫລາຍເດືອນກໍບໍ່ມີວີ້ແວວ ທີ່ລູກຂອງຕົນຈະໄດ້
ເຂົ້າຮຽນຕຳຫລວດ, ຈຶ່ງໄດ້ທວງເອົາເອກກະສານ ແລະ ເງິນຄືນນຳນາງເພັດແຕ່ບໍ່ໄດ້ ແລະ ເມື່ອກວດສອບເບິ່ງປະຫວັດ ຂອງນາງເພັດກໍບໍ່ແມ່ນຕຳຫລວດຈຶ່ງໄດ້ແຈ້ງຄວາມຕໍ່ເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.
     ຄະດີນີ້ນັບວ່າເປັນອຸທາຫອນເພື່ອເຕືອນສະຕິ ຄືສັງຄົມໃຫ້ລະວັງຕົວບໍ່ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີສວຍໂອກາດ ມາຕົວະຍົວະຫລອກລວງສໍ້ໂກງເອົາຊັບຄືດັ່ງກ່າວ, ເນື່ອງຈາກປັດຈຸບັນນີ້, ການກໍອາດຊະຍາກຳຂອງພວກຄົນບໍ່ດີແມ່ນ ມີຫລາຍຮູບແບບ, ຫລາຍວິທີການເລິກແລບແນບນຽນ, ຖ້າພວກເຮົາຂາດສະຕິລະວັງຕົວ, ຫລົງເຊື່ອຄົນງ່າຍກໍຈະຕົກ ເປັນເຫຍື່ອຂອງພວກເຂົາໄດ້ຢ່າງງ່າຍດາຍ.

No comments:

Post a Comment