Ad

Ad

22 January 2015

ຈັບໄດ້ແລ້ວ ຜູ້ຂັບຂີ່ລົດໃຫຍ່ຕຳຄົນເສຍຊີວິດຢູ່ບ້ານໜອງແຕ່ງ



          ພາຍຫລັງໄດ້ເກີດອຸປະຕິເຫດລົດໃຫຍ່ຕຳລົດຈັກ ໃນວັນທີ 18 ມັງກອນຜ່ານມາ, ຢູ່ເສັ້ນທາງເລກທີ 13 ເໜືອ ເຂດບ້ານໜອງແຕ່ງ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ໄດ້ເຮັດໃຫ້ຜູ້ຊ້ອນທ້າຍຄື: ທ້າວສຸກ ອາຍຸ 31 ປີ, ອາຊີບທະຫານ ຢູ່ກອງພັນໃຫຍ່ 11 ເມືອງສີໂຄດຕະບອງ ເສຍຊີວິດຄາທີ່, ສ່ວນຜູ້ ຂັບຂີ່ລົດໃຫຍ່ໄດ້ ເອົາຕົວລົບໜີ ແລະ ໃນມື້ຕໍ່ມາຄື: ວັນທີ 19 ມັງກອນ, ເຈົ້າໜ້າທີ່ສາມາດນຳຈັບ ຕົວໄດ້ແລ້ວ ຊື່ນາງ ສຸກດາລີ ຈັນທະຈອນ ອາຍຸ 33 ປີ, ອາຊີບຄ້າຂາຍ ຢູ່ບ້ານມີໄຊ, ເມືອງຈັນທະບູລີ ຂັບຂີ່ລົດກະບະ ໂຕໂຍຕາ ໝາຍເລກທະບຽນ ກກ 2205.
           ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ຜູ້ກ່ຽວແມ່ນມີອາການມືນເມົາ ແລ້ວຂັບຂີ່ ເມື່ອເກີດ ເຫດດັ່ງກ່າວຈຶ່ງຢ້ານກົວ ຈຶ່ງເອົາຕົວລົບໜີ. ປັດຈຸບັນຜູ້ກ່ຽວແມ່ນໄດ້ຖືກເຈົ້າໜ້າທີ່ກັກຕົວໄວ້ເພື່ອດຳເນີນຄະດີທາງລະ ບຽບກົດໝາຍຕໍ່ໄປ.

No comments:

Post a Comment