Ad

Ad

22 January 2015

ບໍລິສັດ ຟ້າ​ໃຫຍ່​ມີ​ເດຍ ມອບ​ເຄື່ອງວັ​ດ​ແທກ​ອຸນຫະພູມ​ໃຫ້​ກົມ​ອຸຕຸນິຍົມ



ວັນ​ທີ 21 ມັງກອນ​ ນີ້, ຢູ່ ກົມ​ອຸຕຸນິຍົມ ນະຄອນຫຼວງວຽງຈັນ  ທ່ານ ນາງ ນັດ​ທະ​ກອນ ແສງ​ອຸດົມ​ໂຊກ ອຳນວຍ​ການ​ບໍ​ລິ​ສັດ ຟ້າ​ໃຫຍ່​ມີ​ເດຍ ( BIG BLUE) , ພ້ອມ​ຄະນະ​ໄດ້​ນຳ​ເອົາ ​ເຄື່ອງ​ວັດ​ແທກ​ອຸນຫະພູມ (LED)​ແບບ​ອັດ​ຕະ​ໂນ​ມັດ ​ແລະ ​ເຄື່ອງຈັບ​ເວລາ, ມູນ​ຄ່າ 75000 ບາດ ສະກຸນ​ເງິນ​ໄທ ຫຼື ປະມານ 18,7 ລ້ານ ກ່ວາ​ກີບ, ​ໄປ​ມອບ​ໃຫ້ ທ່ານ ສີທັນ ສຸດທິ​ຈັນ ຫົວໜ້າກົມ ອຸຕຸນິຍົມ ​ແລະ ອຸ​ທັກ​ກະສາ​ດ. ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກງານ​ຂອງ​ກົມ​ອຸຕຸນິຍົມ​ໃຫ້​ສະດວກ​ດີ ຂຶ້ນ​ກ່ວາ​ເກົ່າ.  ​ເຄື່ອງ LED  ​ແມ່ນ​ສາມາດ ວັດ​ແທກອຸນຫະພູມສະ ພາບ​ອາກາດ​ໄດ້​ແບບ​ອັດຕະ​ໂນ​ມັດ ​ແລະ  ສະ​ແດງ​ຂໍ້​ມູນ​ຂອງ​ສະພາບ​ດິນ​ຟ້າ​ອາກາດ​ຕ່າງໆ​ໄດ້​ຢ່າງ​ຊັດ​ເຈນ ເພື່ອ ​​ປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ ອຸຕຸນິຍົມ ​ແລະ ອຸ​ທັກກະສາ​ດຂອງລາວ​ໃຫ້​ດີ​ຂຶ້ນ​. ​

No comments:

Post a Comment