(ສພຊ) ກອງປະຊຸມວຽກງານຫ້ອງວ່າການສະພາແຫ່ງຊາດທົ່ວປະເທດປະຈຳປີ
2015ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ
10 ກຸມພາ ຜ່ານມານີ້, ທີ່ແຂວງວຽງຈັນ ເພື່ອສະຫຼຸບຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານປະຈຳປີ
2014 ແລະ ກໍານົດທິດທາງວຽກງານປະຈຳປີ 2015 ແນໃສ່ຈັດຕັ້ງຜັນຂະຫຍາຍແຜນການວຽກງານຂອງຄະ
ນະປະຈຳສະພາແຫ່ງຊາດ 6 ເດືອນ ຕົ້ນປີ 2015 ເຂົ້າໃນແຜນວຽກງານຂອງຫ້ອງວ່າການສະພາແຫ່ງຊາດ.
ເພື່ອປັບປຸງກົນໄກລະບອບແບບແຜນວິທີເຮັດວຽກຂອງຫ້ອງວ່າການສະພາແຫ່ງຊາດໃຫ້ມີຄຸນນະພາບນັບມື້ນັບດີຂຶ້ນ.
ໃນໂອກາດນີ້
ໄດ້ຮັບຟັງການໂອ້ລົມຂອງທ່ານປະທານສະພາແຫ່ງຊາດເພື່ອເປັນທິດທາງໃນການເຄື່ອນໄຫວວຽກ
ງານຂອງຫ້ອງວ່າການສະພາແຫ່ງຊາດໃນຕໍ່ໜ້າ. ບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານປະຈຳປີ
2014 ແລະ ແຜນການເຮັດວຽກປະຈຳປີ 2015 ຂອງຫ້ອງວ່າການສະພາແຫ່ງຊາດ. ບົດຄຳເຫັນກ່ຽວກັບການເຄື່ອນໄຫວວຽກ
ງານຂອງບັນດາກົມຈໍານວນໜຶ່ງ ເປັນຕົ້ນກົມຈັດຕັ້ງ-ພະນັກງານ: ຫົວຂໍ້ “ ຕີລາຄາການຈັດຕັ້ງປະຕິບັດວຽກງານຈັດຕັ້ງ-ພະນັກງານ
ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ” ລົງເລິກການຈັດຕັ້ງປະຕິບັດເລື່ອນຂັ້ນ-ຊັ້ນຕຳແໜ່ງ,
ການຄັດເລືອກສອບເສັງ, ການຊັບຊ້ອນ,
ການກໍ່ສ້າງບຳລຸງ, ການປະເມີນຜົນພະນັກງານ-ລັດຖະກອນ.
ກົມສື່ມວນຊົນ: ຫົວຂໍ້ “ການພັດທະນາວຽກງານສື່ມວນຊົນຂອງສະພາແຫ່ງຊາດ”
ເຊິ່ງໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະຜ່ານມາ ແລະ ທິດທາງວຽ-ກງານໃນຕໍ່ໜ້າ.
ກົມການຕ່າງປະເທດ: ຫົວຂໍ້ “ຕີລາຄາການຈັດຕັ້ງປະຕິບັດວຽກງານການຕ່າງປະເທດໃນໄລຍະຜ່ານມາ
ແລະ ທິດທາງການເຄື່ອນໄຫວໃນຕໍ່ໜ້າລົງເລິກການຈັດກອງປະຊຸມລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ
35 ການກຽມກອງປະຊຸມ ສອງຫ້ອງວ່າການສະພາແຫ່ງຊາດລາວ-ຫວຽດນາມ’’. ສູນເຝິກອົບຮົມ:
ຫົວຂໍ້ “ການຕີລາຄາການຈັດຕັ້ງປະຕິບັດວຽກງານພັດທະນາຊັບພະຍາກອນມະນຸດຂອງສະພາແຫ່ງຊາດໃນໄລຍະຜ່ານມາ
ແລະ ທິດທາງໃນຕໍ່ໜ້າ ລົງເລິກການຄຸ້ມຄອງໂຄງ ການຊ່ວຍເຫຼືອ, ການເຝິກອົບຮົມ,
ການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ”. ກົມວຽກງານສະມາຊິກສະພາແຫ່ງຊາດ: ຫົວຂໍ້
“ພາລະບົດບາດ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມ”. ນອກຈາກນັ້ນຍັງມີບົດຄຳເຫັນຂອງຫ້ອງວ່າການສະພາແຫ່ງຊາດປະຈຳເຂດເລືອກຕັ້ງກ່ຽວກັບວຽກງານການຄຸ້ມຄອງ
ແລະ ພັດທະນາພະນັກງານ, ການຈັດ ຕັ້ງປະຕິບັດວຽກງານສື່ມວນຊົນ, ການເປັນເສນາທິການດ້ານເນື້ອໃນ.
ກອງປະຊຸມພາຍໃຕ້ ການ ເປັນປະທານຂອງທ່ານ ດຣ. ອຸ່ນແກ້ວ ວຸທິລາດ ກຳມະການຄະນະປະຈຳ
ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້
ປະທານສະພາແຫ່ງຊາດ, ມີຕາງໜ້າຄະນະ ສສຊ ປະຈຳເຂດເລືອກຕັ້ງ (ຜູ້ຊີ້ນຳວຽກງານຫ້ອງວ່າການ)
18 ເຂດ, ຄະນະຫ້ອງວ່າການສະພາສະພາແຫ່ງຊາດ ແລະ ຫ້ອງວ່າການສະພາແຫ່ງຊາດປະຈຳເຂດເລືອກຕັ້ງທົ່ວປະເທດ,
ບັນດາຫົວໜ້າ-ຮອງຫົວໜ້າກົມ ແລະ ສູນ ແລະ ພະນັກງານຂອງສະພາແຫ່ງຊາດຈາກທົ່ວປະເທດ
ເຂົ້າຮ່ວມຫຼາຍກ່ວາ 200 ຄົນ ກອງປະຊຸມຈະດຳເນີນໄປຮອດວັນທີ 12 ກຸມພານີ້.
No comments:
Post a Comment