ດັ່ງຮູ້ນຳກັນແລ້ວວ່າພາຍຫຼັງທີີ່ສວນສາທາລະນະເຈົ້າອະນຸວົງຖືກສ້າງສຳ ເລັດໃນປີ
2012 ເພື່ອສັນລະ ເສີນຄຸນງາມ ຄວາມດີຂອງເຈົ້າອານຸວົງ
ແລະ ເປັນ ອານຸສອນເພື່ອໃຫ້ປວງຊົນລາວໄດ້ສະກະລະບູຊາ ແລະ ຈາລຶກ ຄຸນງານຄວາມດີ ຂອງເພິ່ນ ແລະ
ນັບແຕ່ເວລານັ້ນເປັນຕົ້ນ ມາສ່ວນດັ່ງກ່າວໄດ້ກາຍເປັນບ່ອນຜັກ ຜ່ອນຢ່ອນໃຈ ແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ
ແລະ ໄດ້ອຳນວນຄວາມສະ ດວກຫຼາຍດ້ານ, ຈົນເປັນ ທີ່ນິຍົມຂອງຜູ້ມາພັກ ຜ່ອນນັບມື້ຫຼາຍຂຶ້ນ ແລະ
ກາຍເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນອີກແຫ່ງໜຶ່ງໃນນອນຫຼວງວຽງຈັນ, ພ້ອມເປັນບ່ອນຈັດງານເທດສະການຕ່າງໆ
ແລະ ໃນຍາມຄ້ຳຄືນສ່ວນແຫ່ງນີ້ຍັງມີການວາງຂາຍສິນຄ້າຂອງທີ່ລະນຶກຢ່າງຫຼວງຫຼາຍ(ຕະຫຼາດນັດກາງຄືນ)ຊຶ່ງມີນັກທ່ອງທ່ຽວທັງພາຍໃນ
ແລະ ຕ່າງປະເທດເຂົ້າມາທ່ຽວຊົມເປັນຈຳນວນຫຼາຍນັ້ນເປັນສິ່ງທີ່ດີຖ້າເຮົາຮູ້ປົກປັກຮັກສາ
ແລະ ອະນາໄມໃຫ້ສະ
ອາດສວຍງາມ, ແຕ່ປັດຈຸບັນສ່ວນດັ່ງກ່າວເລີ່ມຖືກປ່ອຍປະ, ຂາດການບົວລະບັດຮັກສາ,
ເຫັນໄດ້ຈາກສະພາບຮົກເຮື້ອພາຍໃນສ່ວນ, ຊຶ່ງມີເສດຂີ້ເຫຍື້ອຕົກຄ້າງເປັນຈຳນວຍຫຼາຍຢູ່ຕາມໜານດອກໄມ້
ແລະ ຮ່ອງລະບາຍນ້ຳ, ພ້ອມນັ້ນຫຍ້າທີເຄີຍຂຽວງາມບາງບ່ອນກໍເລີ່ມແຫ່ວແຫ້ງ
ແລະ ຫ້ອງນ້ຳໃນເຂດສ່ວນກໍເປືະເປື້ອນຫຼາຍຂຶ້ນ, ຍ້ອນຂາດຄວາມເອົາໃຈໃສ່ຂອງພາກ ສ່ວນກ່ຽວຂ້ອງ
ແລະ ຖ້າບັນຫາດັ່ງກ່າວ ຖືແກ່ຍາວກໍອາດຈະເຮັດໃຫ້ສ່ວນແຫ່ງນີ້ປ່ຽນໄປເປັນ ແນວອື່ນ, ດັ່ງນັ້ນຈຶ່ງສະເໜີມາ ຍັງພາກ
ສ່ວນກ່ຽວຂ້ອງເບິ່ງຄືນກ່ຽວກັບການບົວລະບັດຮັກສາ, ໂດຍສະເພາະແມ່ນການອະນາໄມ
ແລະ ບໍ່ສະເພາະແຕ່ສວນແຫ່ງນີ້ເທົ່ານັ້ນຕາມເສັ້ນທາງສາຍຕ່າງໃນເທດສະບານໃນນະຄອນຫຼວງວຽງຈັນກໍມີສະພາບເປິະເປື້ອນຮົກ
ເຮື່ອຂາດການບົວລະບັດ, ເຕັ້ມໄປດ້ວຍເສດຂີ້ເຫຍື້ອ, ເປັນຕົ້ນແມ່ນລຽບແຄມເສັ້ນທາງຄູວຽງ,
ຄ້ອງລະບາຍນ້ຳເຂດຕະຫຼາດໜອງຈັນ ແລະ ບ່ອນອື່ນໆທີ່ຍັງຂາດການບົວລະບັດຮັກສາອະນາໄມ,
ຍ້ອນການຖືເບົາຂອງພາກສ່ວນກ່ຽວຂ້ອງ.
No comments:
Post a Comment