ກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ສະເໜີຕໍ່ທ່ານຮອງນາຍົກລັດຖະມົນ,
ຜູ້ຊີ້ນຳວຽກງານເສດຖະກິດ ແລະ ຈໍລະຈອນ ສົມສະຫວາດ ເລັ່ງສະຫວັດ ຢູ່ ກອງປະຊຸມສະຫລຸບວຽກງານຂະແໜງພະລັງງານ
ແລະ ບໍ່ແຮ່ ສົກປີ 2013-2014 ທີ່ສຳເລັດລົງເມື່ອບໍ່ດົນມານີ້, ຢູ່ນະຄອນຫລວງວຽງຈັນວ່າ:
ຕ້ອງການຢາກໃຫ້ ລັດຖະບານພິຈາລະ ນາເອົາວຽກງານການອະນຸຍາດ, ການຄຸ້ມຄອງ, ການຂຸດຄົ້ນ ແຮ່ຊາຍ,
ດິນດຳ-ດິນແດງ ແລະ ຫີນຮັບໃຊ້ການກໍ່ ສ້າງທົ່ວໄປມາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ເປັນຜູ້ຄຸ້ມຄອງ,
ເພື່ອໃຫ້ ສອດຄ່ອງກັບກົດໝາຍວ່າດ້ວຍແຮ່ທາດ, ເຊິ່ງຜ່ານມາວຽກດັ່ງກ່າວແມ່ນກະຊວງໂຍທາທິການ
ແລະ ຂົນສົ່ງ ເປັນຜູ້ຮັບຜິດ ຊອບຄຸ້ມຄອງ ແຕ່ເມື່ອຜ່ານການ ກວດກາການເຄື່ອນໄຫວຕົວຈິງເຫັນວ່າມີຫລາຍໜ້າວຽກບໍ່ເປັນໄປຕາມລະບຽບຫລັກການ
ເຊັ່ນ: ບໍ່ໄດ້ຜ່ານການຢັ້ງ ຢືນຜົນວິໄຈແຮ່ທາດຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,
ນອກຈາກນີ້,
ຍັງເຫັນວ່າມີ ຫລາຍໜ້າວຽກກໍໄປທັບຊ້ອນວຽກກັບກະຊວງອື່ນໆ ເປັນຕົ້ນ: ການຄຸ້ມຄອງກິດຈະການແຮ່
ແລະ ສິ່ງແວດ ລ້ອມ ຍັງແມ່ນຂຶ້ນກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການຄຸ້ມຄອງປະຕິບັດສັນຍາສຳປະທານ
ແມ່ນກະຊວງແຜນການ ແລະ ການລົງທຶນ, ການກຳນົດນະໂຍບາຍຕໍ່ອາກອນແຮ່ທາດ, ການກວດກາບັນຊີ ແລະ
ການຄຸ້ມ ຄອງລາຍຮັບແມ່ນກະຊວງການເງິນ ແລະ ການອອກອະນຸຍາດ ແລະ ການຄຸ້ມຄອງໂຮງງານປຸງແຕ່ງ-ຫລໍ່ຫລອມແຮ່ທາດ ແມ່ນກະຊວງອຸດສະຫະກຳ
ແລະ ການຄ້າ. ສະນັ້ນ, ເພື່ອແກ້ໄຂບັນຫາສັບສົນດັ່ງກ່າວໃຫ້ແທດ ເໝາະກັບສະພາບ ຄວາມເປັນຈິງຂອງການພັດທະນາ,
ການສົ່ງເສີມການລົງທຶນ, ການຜະລິດ-ປຸງແຕ່ງໃນຂະແໜງ ແຮ່ທາດຢູ່ພາຍໃນປະ ເທດໃຫ້ຫລາຍຂຶ້ນໃນຕໍ່ໜ້ານັ້ນ,
ໜ່ວຍງານຄຸ້ມຄອງທຸລະກິດກ່ຽວກັບແຮ່ທາດເຫັນວ່າຕ້ອງ ມີການປະສານສົມທົບກັນລະ ອຽດລະຫວ່າງຂະແໜງການ
ແລະ ທ້ອງຖິ່ນ, ແບ່ງປັນຄວາມຮັບພິຊອບໃຫ້ຂາດຕົວ ແລະ ເປັນໄປຕາມລະບຽບ ກົດໝາຍເພື່ອຫລີກລຽງການເກີດມີຊ່ອງຫວ່າງເຮັດໃຫ້ລັດເສຍຜົນປະໂຫຍດ.
No comments:
Post a Comment