Ad

Ad

12 February 2015

ສື່ມວນຊົນລາວ-ຫວຽດນາມ ຮ່ວມເຮັດສຳເລັດໜ້າທີ່ຂອງຕົນເປັນຢ່າງດີ



     ໃນຄ່ຳຄືນວັນທີ 10 ກຸມພານີ້, ຫ້ອງການຜູ້ຕາງໜ້າສື່ມວນຊົນຫວຽດນາມປະ ຈຳລາວປະກອບມີ: ໜັງສືພີມ ເຍີນເຍີນ, ໂທລະພາບຫວຽດນາມ, ສຳນັກຂ່າວສານ ຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມປະຈຳ ລາວຕ່າງກໍໄດ້ຈັດງານລ້ຽງ ສະຫລອງປີໃໝ່ປະຈຳຊາດຫວຽດນາມ 2015, ຂຶ້ນຢູ່ສຳນັກງານຜູ້ຕາງໜ້າໜັງສືພິມ ເຍີນເຍີນ ຢູ່ນະຄອນຫລວງວຽງຈັນ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ໂດຍການ ເຂົ້າຮ່ວມຂອງທ່ານ   ຫວງຽນ ແມ໋ງ ຮຸ່ງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ, ທ່ານ ສະຫວັນຄອນ ຣາຊມົນຕຣີ ລັດຖະມົນຕີຊ່ວຍ ວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍຜູ້ຕາງໜ້າອົງການສື່ມວນຊົນຂະ ແໜງ ຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ. ໃນໂອກາດນີ້, ທ່ານ ໂຮ່ຈິງເກືອງ ຫົວໜ້າຫ້ອງການຜູ້ຕາງໜ້າໂທລະ ພາບຫວຽດນາມ ໄດ້ຂຶ້ນມີຄຳເຫັນບາງຕອນສຳຄັນວ່າ: ຕະຫລອດໄລຍະໜຶ່ງປີຜ່ານມາສື່ມວນຊົນລາວ ແລະ ຫວຽດນາມ ໄດ້ພ້ອມກັນເຮັດ ສຳເລັດໜ້າທີ່ການເມືອງຂອງຕົນທີ່ພັກ ແລະ ລັດມອບໝາຍໃຫ້ເປັນຢ່າງດີ, ໂດຍສະ ເພາະພາຍໃຕ້ການຊີ້ນຳຈາກການນຳບັນ ດາອົງການສື່ມວນຊົນຫວຽດນາມ ແລະ ສະຖານທູດຫວຽດນາມປະຈຳ ລາວ,ບັນດາຫ້ອງການຜູ້ຕາງໜ້າສື່ມວນຊົນຫວຽດ ນາມປະຈຳລາວໄດ້ມີຄວາມພະຍາຍາມບື່ນຕົວເຮັດຫລ້ອນໜ້າ ທີ່ໄດ້ຮັບການມອບໝາຍເປັນຢ່າງດີ, ໄດ້ສ່ອງແສງບັນດາເຫດ
ການໃຫຍ່ສຳຄັນທາງດ້ານການເມືອງ, ເສດຖະກິດ, ວັດທະນາທຳ-ສັງຄົມ ທີ່ເກີດຂຶ້ນຢູ່ປະເທດລາວຢ່າງທັນການ, ຊັດເຈນ, ໄປຄຽງຄູ່ກັບວຽກງານຜະລິດຂ່າວ, ບົດ, ດ້ວຍບົດບາດ ແລະ ສະຕິຄວາມຮັບຜິດຊອບຂອງຕົນພ້ອມໄດ້ມີການ ປະສານສົມທົບກັບເພື່ອຮ່ວມງານຝ່າຍລາວຢ່າງແໜ້ນແຟ້ນ ເພື່ອແບ່ງປັນບົດຮຽນດ້ານເຕັກນິກ, ວິຊາການ, ພ້ອມທັງເປັນຂົວຕໍ່ສຳຄັນໃຫ້ແກ່ການພົວພັນ ຮ່ວມມືໃນວຽກງານສື່ມວນຊົນລະຫວ່າງລາວ ແລະ ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ມີປະສິດທິຜົນສູງຂຶ້ນ, ປະກອບສ່ວນສຳຄັນໃນການສ້າງຄວາມເຂົ້າອົກເຂົ້າໃຈ​ເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງຊາດ ກໍຄືການເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ -ລາວ, ລາວ-ຫວຽດນາມນັບມື້ແໜ້ນ
ແຟ້ນຍິ່ງໆຂຶ້ນ.
    ທ່ານໂຮ່ຈິງເກືອງ ກ່າວວ່າ: ໃນປີ 2015ນີ້,ແມ່ນປີທີ່ມີຫລາຍເຫດການສຳຄັນທາງປະຫວັດສາດເກີດຂຶ້ນຢູ່
ສອງປະເທດລາວ ແລະ ຫວຽດນາມ, ບັນດາຫ້ອງການຜູ້ຕາງໜ້າສື່ມວນຊົນຫວຽດນາມປະຈຳລາວ ຍັງຈະສືບ
ຕໍ່ໄດ້ຮັບການຊີ້ນຳ ແລະ ປະສານສົມທົບຢ່າງແໜ້ນແຟ້ນ, ພ້ອມກັບການຊ່ວຍເຫລືອຫລາຍກວ່າເກົ່າຈາກບັນ
ດາກະຊວງ, ຂະແໜງການ ແລະ ບັນດາອົງການກ່ຽວຂ້ອງຂອງລາວ ແລະ ຫວຽດນາມ, ເພື່ອຮັບປະກັນໃຫ້
ການເຄື່ອນໄຫວວຽກງານຂອງສື່ມວນຊົນລາວ ແລະ ຫວຽດນາມ ສາມາດປະຕິບັດພາລະບົດຂອງຕົນໄດ້ເປັນຢ່າງດີ.

No comments:

Post a Comment