Ad

Ad

13 February 2015

ຜົນງານເພງໃໝ່ຂອງສິລະປິນໜຸ່ມໂຈໂຈ້


     ໃນວັນທີ 12 ກຸມພານີ້, ຢູ່ໂຮງແຮມດອນຈັນພາເລດ ນະຄອນ ຫລວງວຽງຈັນ ໄດ້ຈັດພິທີຖະແຫລງຂ່າວ ນຳສະເໜີຜົນງານເພັງໃໝ່ ຊື່ວ່າ: “ເພາະເຫງົາຄຳດຽວທີ່ແຕ່ງ ແລະ ຮ້ອງໂດຍ ທ້າວ ຈິລະສັກ ສາຍສະນິດ ຫລື ໜຸ່ມໂຈໂຈ້ ມີລາໂກ (JOJO Miracle).
     ໜຸ່ມໂຈໂຈ້ ເປັນທີ່ຮູ້ຈັກກັນດີໃນຜົນງານເພັງຮັກກັນວັນນີ້ຊຶ່ງເປັນເພັງທຳອິດໄດ້ປ່ອຍອອກ ໃນປີ 2013 ຜ່ານມາ ແລະ ໄດ້ຮັບການຕອບຮັບຈາກແຟນເພງເປັນຢ່າງດີ ແລະ ໃນຄັ້ງນີ້ເປັນການນຳສະເໜີຜົນ ງານເພງເພາະເຫງົາຄຳດຽວເປັນບົດເພັງທີ 2, ຊຶ່ງມີເນື້ອຫາທີ່ແຕກຕ່າງຈາກເພງກ່ອນ ເພາະເພັງນີ້ເປັນການ ແຕ່ງຈາກເລື່ອງລາວໃນຊີວິດຕົວຈິງຂອງໜຸ່ມ ໂຈໂຈ້ ເອງ ແລະ ອີກສ່ວນໜຶ່ງກໍມາຈາກປະສົບ ການບອກ ເລົ່າຈາກຄົນອ້ອມຂ້າງ, ຊຶ່ງໃຊ້ເວລາປະມານ 1 ປີກວ່າໃນການແຕ່ງເພງດັ່ງກ່າວ, ພ້ອມນີ້ ໜຸ່ມ ໂຈໂຈ້ ຍັງໃຫ້ ຮູ້ອີກວ່າ: ເອັມວີ ຂອງບົດເພັງດັ່ງກ່າວ ແມ່ນຈະປ່ອຍລົງຢູທູບ ໃນວັນທີ 14 ກຸມພານີ້, ເຊິ່ງໃນປີຜ່ານມາກໍໄດ້ ປ່ອຍຜົນງານເພງອອກໃນໄລຍະນີ້ເຊັ່ນດຽວກັນ.

No comments:

Post a Comment