Ad

Ad

13 February 2015

ກຽມ​ເປີດ​ໂຕ ວ້າວ ​ແຟຊັ່ນ 2015 ໃນ​ຕົ້ນ​ເດ​ືອນມິ​ນານີ້



ວັນ​ທີ 12 ກຸມພາ​ນີ້ ຢູ່​ໂຮງ​ແຮມ​ດາວ​ຄຳ ນະຄອນຫຼວງວຽງຈັນ ໄດ້​ມີ​ການຖະ​ແຫຼງຂ່າວ​ກຽມ​​ເປີດ​ໂຕວ້າວ​ແຟຊັ່ນ 2015 ( wow fa shion night out 2015). ງານ​ດັ່ງກ່າວຈະ​ມີ​ຂຶ້ນ​ໃນ​ວັນ​ທີ 6-7 ມີນາ 2015 ທີ່​ໂຮງ​ແຮມ​ດອນ​ຈັນ​ພາ​​ເລ​ດ ນະຄອນ ຫຼວງວຽງຈັນ.
ທ່ານ ສຸ​ວັດ ​ເທບ​ສາລີ ປະທານ​ກຳມະການ​ບໍລິຫານວາລະສານ​ວ້າວ​ໃຫ້​ຮູ້​ວ່າ: ​ໃນ​ປີ​ນີ້ ວາລະສານ ແຟຊັ່ນ​ໄລ​ສະ​ຕາຍ ​ໄດ້​ມີ​ຄວາມ​ພ້ອມ​ດ້ານ​ປະສົບ​ການ​ແຟຊັ່ນ​ຫຼາຍຂຶ້ນ​ກ່ວາ​ເກົ່າ​, ດັ່ງນັ້ນ ຈຶ່ງ​ໄດ້​ຈັດ​ງານມະຫະ​ກຳ​ແຟຊັ່ນ​ ( wow fashion night out 2015) ນີ້​ຂຶ້ນ​ເພື່ອ​ເປັນ​ການ​ສົ່ງ​ເສີມ​ດ້ານ​ແຟຊັ່ນ​ຕ່າງໆ​ໃນ​ລາວ​ໃຫ້ຫຼາກຫຼາຍ ​ແລະ ສາມາດ​ຮັກສາ​ການ​ນຸ່ງ​ຖື​ທີ່​ເປັນ​ເອກະລັກ​ຂອງ​ລາວ​ໄວ້​ໄດ້​ຢ່າງໝັ້ນຄົງ.
ວາລະສານ​ແຟຊັ່ນໄລ​ສະ​ຕາຍ(wow magazine society) ​​ເປັນ​ວາລະສານ​ສອງ​ພາສາ ລາວ-​ໄທ ທີ່​ຈັດ​ຈຳ ໜ່າຍ ຢູ່ທັງ​ສອງ​ປະ​ເທດ, ດ້ວຍ​ການ​ນຳ​ສະ​ເໜີ​ແຟຊັ່ນ ຄວາມ​ງາມ, ສຸ​ຂະ​ພາບ, ສິລະ​ປະວັດ​ທະນະ​ທຳ​ຫຼາຍ​ແບບ, ສະຖານ​ທີ່​ທ່ອງ​ທ່ຽວທີ່ໜ້າ ສົນ​ໃຈ, ການ​ເຄື່ອນ​ໄຫວ​ໃນ​ວົງ​ການບັນ​ເທິງ​ສັງຄົມ​ຂອງ​ລາວ-​ໄທ, ນອກຈາກ​ນີ້​ຍັງ​ມີ​ບົດ​ສຳພາດ​ນັກທຸລະກິດທີ່​ມີ​ຜົນ​ສຳ​ເລັດ​ຕ່າງໆ​ຂອງ​ທັງ​ສອງ​ປະ​ເທດ​​ອີກດ້ວຍ.

No comments:

Post a Comment