ວັນທີ 12 ກຸມພານີ້ໂຄສົກກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ອອກຖະແຫລງການຕໍ່ເຫດ
ການຂ້າຕົວປະກັນຄົນຍີ່ປຸ່ນຢູ່ຕາເວັນອອກກາງ ເຊິ່ງມີເນື້ອໃນວ່າ: ການສັງຫານຕົວປະກັນຊາວຍີ່ປຸ່ນ 2 ຄົນ ໄດ້ສ້າງຄວາມສະເທືອນໃຈຕໍ່ວົງຄະນາຍາດສາກົນ, ສປປ ລາວ ປະນາມທຸກການກະທຳທີ່ໄຮ້ມະ ນຸດສະທຳ, ຮຸນແຮງ, ໂຫດຮ້າຍປ່າເຖື່ອນ ແລະ ກໍ່ການຮ້າຍໃນທຸກຮູບແບບລວມທັງການຂ້າຕົວປະ ກັນ.
ລັດຖະບານ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມມືກັບວົງຄະນາຍາດສາກົນໃນການຕໍ່ສູ້ຕ້ານລັດທິກໍ່ການ ຮ້າຍສາກົນເພື່ອເປັນການປະກອບສ່ວນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.
No comments:
Post a Comment