ຕາມການລາຍງານຂອງກະຊວງແຜນການແລະການລົງທຶນໃຫ້ຮູ້ວ່າ:
ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດສັງຄົມຂອງຂະແໜງແຜນການໃນປີຜ່ານມາມີຫຼາຍດ້ານທີ່ພົ້ນເດັ່ນ
ແລະ ໜຶ່ງໃນນັ້ນກໍແມ່ນວຽກງານສົ່ງເສີມການລົງທຶນ ພາກເອກະຊົນທັງພາຍໃນ
ແລະ ຕ່າງປະເທດໄດ້ 713 ໂຄງການ, ລວມມີມູນຄ່າຫຼາຍກວ່າ 3 ຕື້ໂດລາສະຫະລັດ (ແຕ່ເດືອນຕຸລາ
2013 - ເດືອນມີ ນາ 2014 ), ໃນນັ້ນມີການລົງທືນຫຼາຍກວ່າໝູ່ແມ່ນຂະແໜງບໍລິການມີມູນຄ່າຫຼາຍເຖິງ
2,6 ຕື້ໂດລາສະຫາລັດ, ຮອງລົງມາແມ່ນຂະແໜງພະລັງງານໄຟຟ້າມີມູນຄ່າການລົງທຶນ
383 ລ້ານໂດລາສະຫະລັດ, ຂະແໜງບໍ່ແຮ່ມີມູນຄ່າການລົງທຶນ 60 ລ້ານໂດລາສະຫະລັດ ແລະ ຂະແໜງກະສິກຳມີມູນຄ່າການລົງທຶນ 15 ລ້ານໂດລາສະຫະລັດ,
ຂະ ນະທີປີ 2015 ນື້ກະຊວງແຜນການແລະການລົງທຶນຈະສືບຕໍ່ຈັດຕັ້ງຕິບັດຄຳສັ່ງເລກທີ
13/ນຍ ລົງວັນທີ 11 ມີນາ 2012 ວ່າດ້ວຍ ການໂຈະການພິຈາລະນາ ແລະ ອະນຸມັດໂຄງການລົງທຶນໃໝ່ສຳຫຼັບການຂຸດຄົ້ນ
ແລະ ສຳຫຼວດແຮ່ທາດ, ການ ປູກຢ່າງພາລາ ແລະ ໄມ້ວິກໃນຂອບເຂດທົ່ວປະເທດ, ພ້ອມນັ້ນກໍຈະສືບຕໍ່ປັບປຸງກົນໄກປະຕູດຽວໃຫ້
ມີປະສິດທິພາບ ແລະ ສືບຕໍ່ຄົ້ນຄວ້າ ປັບປຸງກົດໝາຍສົ່ງເສີມການລົງທຶນສະບັນປັດຈຸບັນໃຫ້ຮັກກຸ່ມກວ່າເກົ່າ.
No comments:
Post a Comment