Ad

Ad

11 February 2015

ກາແດງລາວ ມອບເຄື່ອງຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກໄຟໄໝ້ບ້ານດົງປ່າລານທົ່ງ



     ພາຍຫລັງເກີດເຫດໄຟໄໝ້ ຢູ່ບ້ານດົງປ່າລານທົ່ງ ເມືອງສີສັດຕະນາກ ນະຄອນ ຫລວງວຽງຈັນ ໃນຄ່ຳຄືນຂອງວັນທີ 2 ກຸມ ພາຜ່ານມາ, ເຊິ່ງມັນໄດ້ສ້າງຄວາມ ເສຍຫາຍເປັນຈຳນວນຫລາຍ. ມາຮອດປັດຈຸບັນນີ້ ກໍໄດ້ມີພາກສ່ວນຕ່າງໆ ໄດ້ໃຫ້ ການຊ່ວຍເຫລືອ ແລະ ມອບເຄື່ອງໃຊ້ທີ່ຈຳເປັນໃຫ້ທັງ 30 ຄອບຄົວແລ້ວ ເພື່ອ ເປັນການບັນເທົາທຸກໃນເບື້ອງຕົ້ນໃຫ້ແກ່ເຂົາເຈົ້າ.
     ພິທີມອບ-ຮັບເຄື່ອງຊ່ວຍເຫລືອຄັ້ງນີ້, ໄດ້ຈັດໃຫ້ມີຂຶ້ນໃນວັນທີ 10 ກຸມພານີ້, ຢູ່ຫ້ອງການປົກຄອງບ້ານດົງປ່າລານທົ່ງ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ລະຫວ່າງທ່ານ ດຣ. ນາງ ພວງມາລາ ຄຳພູນວົງ ຫົວໜ້າຫ້ອງການອົງການ ກາ ແດງລາວ ນະຄອນຫລວງວຽງຈັນ ແລະ ທ່ານ ອາລຸນໄຊ ສີວິໄລ ນາຍບ້ານດົງປ່າ ລານທົ່ງພ້ອມດ້ວຍຜູ້ຕາງໜ້າຄອບຄົວຜູ້ປະ ສົບເຄາະຮ້າຍຈາກໄຟໃໝ້ຈຳນວນໜຶ່ງ.

     ທ່ານ ດຣ. ນາງ ພວງມາລາ ຄຳພູນວົງ ຫົວໜ້າຫ້ອງການອົງການກາແດງລາວ ນະຄອນຫລວງວຽງ ຈັນ ກ່າວວ່າ: ເຄື່ອງ ຊ່ວຍເຫລືອຄັ້ງນີ້ ກໍເພື່ອເປັນການບັນເທົາທຸກແກ່ຄອບຄົວຜູ້ປະສົບເຄາະຮ້າຍທັງ 30 ຄອບຄົວ, ທັງເປັນການໃຫ້ຄວາມອົບ ອຸ່ນ ເພື່ອໃຫ້ເຂົາເຈົ້າໄດ້ມີກຳລັງໃຈໃນການສູ້ຊີວິດຕໍ່ໄປ, ຊຶ່ງເຄື່ອງທີ່ນຳມາຊ່ວຍປະກອບມີ: ເຂົ້າສານ 600 ກິໂລ ແລະ ໝີ່ແຫ້ງ 30 ແກັດ ລວມມູນຄ່າຫລາຍກວ່າ 5 ລ້ານກີບ.
     ທາງອຳນາດການປົກຄອງບ້ານດົງປ່າລານທົ່ງ, ຍັງຮຽກຮ້ອງມາຍັງຜູ້ທີ່ມີຈິດໃຈສັດທາຢາກຊ່ວຍ ເຫລືອຜູ້ປະສົບເຄາະຮ້າຍ ດັ່ງກ່າວ ແມ່ນສາມາດພົວພັນໄປຫ້ອງການບ້ານດົງປ່າລານທົ່ງໂດຍກົງ ຫລື ຈະຕິດຕໍ່ໄປທີ່ເບີໂທ 020 5561 6744, 020 9771 2698 ໄດ້ທຸກເວລາ.

No comments:

Post a Comment