Ad

Ad

11 February 2015

ສາເຫດໄຟ​ໄໝ້ບ້ານດົງປ່າລານທົ່ງແມ່ນມາຈາກໄຟຟ້າລັດວົງຈອນ



             ພາຍຫລັງເກີດເຫດໄຟ​ໄໝ້ຢູ່ບ້ານດົງປ່າລານທົ່ງ ໃນເມື່ອຄ່ຳຄືນຂອງວັນ ທີ 2 ກຸມພາຜ່ານມາ, ເຈົ້າໜ້າທີ່ມອດໄຟ ນະ ຄອນຫລວງວຽງຈັນ ກໍໄດ້ລົງເກັບກຳ ຂໍ້ມູນເພື່ອພິສູດຫລັກຖານຫາສາເຫດທີ່ພາໃຫ້ເກີດໄຟໄໝ້ຄັ້ງນີ້. ມາຮອດປັດຈຸບັນ ເຈົ້າ ໜ້າທີ່ກໍສາມາດສະຫລຸບໄດ້ວ່າ: ແມ່ນເກີດຈາກໄຟຟ້າລັດວົງຈອນ, ອັນໄດ້ສ້າງ ຄວາມເສຍຫາຍໃຫ້ແກ່ 30 ຄອບຄົວ ແລະ ເຮືອນຖືກໄຟໄໝ້ທັງໝົດ 28 ຫລັງ, ຍ້ອນເກີດມີໄຟຊ໋ອດຢູ່ພາຍໃນເຮືອນຂອງແມ່ຕູ້ນາງ ອາຍຸ 85 ປີ, ເປັນເຮືອນ 2 ຊັ້ນ ລຸ່ມກໍ່-ເທິງໄມ້ ( ເປັນເຮືອນຕົ້ນເພີງ) ຈາກນັ້ນ ກໍໄດ້ລາມໄປຍັງເຮືອນໃກ້ຄຽງຢ່າງໄວວາ.  
  ສ່ວນຄອບຄົວທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວນີ້ ກໍໄດ້ມີຫລາຍພາກສ່ວນເຂົ້າໃຫ້ການຊ່ວຍ ເຫລືອເປັນ ຕົ້ນໃນອາທິດຜ່ານມາ, ກໍໄດ້ມີເມືອງສີສັດຕະນາກ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ອົງການກາແດງລາວ ນະ ຄອນຫລວງ ແລະ ອີກຫລາຍໆພາກສ່ວນກໍໄດ້ໃຫ້ການຊ່ວຍເຫລືອ ບໍ່ວ່າຈະເປັນເຄື່ອງນຸ່ງ, ເຄື່ອງໃຊ້ຄອບຄົວ ແລະ ອາຫານ,
ນ້ຳດື່ມ ອື່ນໆ ເພື່ອບັນເທົາທຸກ ແລະເປັນກຳລັງໃຈໃຫ້ຜູ້ເຄາະຮ້າຍໄດ້ປົວແປງຊີວິດການເປັນຢູ່ຂອງຕົນສູ່ສະພາບປົກກະຕິໂດຍ ໄວ.  ເຖິງຢ່າງໃດກໍຕາມທາງເຈົ້າໜ້າທີ່ມອດໄຟກໍເຕືອນມາຍັງທຸກທ່ານຈົ່ງມີສະຕິໃນການຊົມໃຊ້ຟືນໄຟ ເພື່ອເປັນການຫລີກ ເວັ້ນອັກຄີໄພທີ່ຈະຕາມມາ.

No comments:

Post a Comment