Ad

Ad

11 February 2015

ມີ​ຫລາຍ​ບັນຫາ​ທ່ວງດຶງ​ການ​ພັດທະນາ​ຂະ​ແໜງ​ໄຟຟ້າ



    ທ່ານ ສີສະ​ຫວາດ ທີຣະວົງ ອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ​ໃຫ້​ຮູ້​ວ່າ: ປັດຈຸບັນ,​ ແມ່ນ​ມີ​ຫລາຍ​ບັນຫາ​ທີ່​​ເປັນ​ຜົນ ກະທົບຕໍ່​ການ​ພັດທະນາ​ໃນ​ຂະ​ແໜງ​ໄຟຟ້າ ​​ເປັນຕົ້ນ: ຍັງ​ບໍ່​ສາມາດ​ສະໜອງ​ໄຟຟ້າທັນຕາ​ມຄວາມ​ຕ້ອງການ​ຂອງ​ສັງ​ຄົມ, ມີ​ຫລາຍ​ໂຄງການ​ຂະຫຍາຍ​ຕາງ​ໜ່າງ​ໄຟຟ້າ​ທັບ​ຊ້ອນ, ການ​ບໍລິ​ການ​ສັງຄົມ​ຍັງ​ບໍ່​ດີ, ບັນຫາ​ໜີ້ສິນ​ມີ​ຫລາຍ​ໂດຍ​ສະ​ເພາະ​ແມ່ນ​ພາກ​ລັດ ​ແລະ ​ໂຄງການ​ຊົນລະປະທານ, ບັນດາ​ນະ​ໂຍບາຍ, ລະບຽບ​ການ, ນິຕິ​ກຳຄຸ້ມ​ຄອງ​ ​ແລະ ສົ່ງ​ເສີມ​ໂຄງການ​ຜະລິດມີ​ການ​ປັບປຸງ​ ​ແລະ ອອກມາ​ໃໝ່​ເລື້ອຍໆ ​ເຮັດ​ໃຫ້​ຫລາຍ​ໂຄງການ​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ ​ແລະ ການ​ເຈລະຈາ​ຊື້-ຂາຍ​ໄຟຟ້າມີ​ຄວາມ​ຫຍຸ້ງຍາກ.
     ອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ກ່າວ​ວ່າ: ບັນຫາ​ສ່ວນ​ຫລາຍແມ່ນ​ເກີດ​ຈາກ​ຂອດ​ກວດກາ​ການຈັດຕັ້ງປະຕິບັດ​ບໍ່​ເປັນ​ໄປ​ຕາມ​ແຜນ​ວຽກ, ມີ​ຫລາຍ​ໂຄງການ​ຈັບຈອງ​ໄວ້​ແຕ່​ບໍ່​ມີ​ການ​ພັດທະນາ, ການ​ປະສານ​ງານ ​ແລະ ການ​ເຜີຍ​ແຜ່​ລະບຽບ​ຫລັກການ​ລະຫວ່າງ​ຜູ້​ສະໜອງ ​ແລະ ຜູ້​ຊົມ​ໃຊ້​ຍັງ​ບໍ່​ທັນ​ລະອຽດ, ສ່ວນ​ບັນຫາ​ໜີ້ສິນ​ພາກ​ລັດທີ່​ມີ​ຕົວ​ເລກ​ເພີ່ມ​ຂຶ້ນຫລວງ
ຫລາຍ​ເຖິງ 372 ຕື້ກວ່າ​ກີບ​ ​ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກ​​ໃນ​ການ​ເກັບ​ລາຍຮັບຫລາຍສົມຄວນ, ນອກຈາກ​ນີ້ການ​ກຳນົດ​ລາຄາ​ຍັງ​ບໍ່​ມີ​ພື້ນຖານ​ຫລັກການ​ຄົບ​ຖ້ວນ, ບໍ່​ມີ​ມາດ​ຕະຖານ, ຂາດ​ໂຄງ​ສ້າງ​ລາຄາ​ໄຟຟ້າ, ການ​ຊື້​ໄຟຟ້າ​ຈາກຕ່າງປະ​ເທດ​ ​ເພື່ອ​ມາສະ​
ໜອງ​ໃຫ້​ທ້ອງ​ຖິ່ນ ​ຫລື ອຸດ​ສະຫະ​ກຳ​ພາຍ​ໃນ​ປະ​ເທດມີ​ລາຄາ​ສູງ, ບາງ​ໂຄງການ​ຂໍ​ກະ​ແສ​ໄຟ​ຫລາຍ​ແຕ່​ການ​ຊົມ​ໃຊ້​ໜ້ອຍ​ເຮັດ​ໃຫ້​ຜູ້​ສະໜອງ​ຕ້ອງ​ແບກ​ຫາບ​ພາລະ​ໃນ​ການ​ຈ່າຍ​ລາຄາ, ສະນັ້ນ ມາດ​ຕະການ​​ແກ້​ໄຂ​ແມ່ນ​ພວກ​ເຮົາ​ຕ້ອງ​ໄດ້​ກວດຄືນບັນດາ​ໂຄງການ​ຜະລິດ​ທີ່​ບໍ່​ສາມາດ​ປະຕິບັດ​ຕາມ​ພັນທະກໍ​ຄວນ​ສົ່ງ​ຄືນ​ລັດຖະບານ​ເພື່ອ​ໃຫ້​ຄົນ​ອື່ນ​ມາ​ພັດທະນາ, ສ້າງ​ລະບຽບ​ຫລັກ ການ​ຂໍ​ນຳ​ໃຊ້​ໄຟ​ໃຫ້​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ, ປັບປຸງ​ທັດສະນະ​ການ​ບໍລິການ​ຂອງ​ພະນັກງານ​ໃຫ້​ດີກ​ວ່າ​ເກົ່າ ​ແລະ ​ໂຄງ ການ​ຊົນລະປະທານ​ໃດ​ບໍ່​ມີ​ປະສິດ​ຕິ​ພາບ​ກໍ​ຄວນ​ຢຸດ ​ເພື່ອ​ຫລຸດຜ່ອນ​ບັນຫາ​ໜີ້ສິນ. ​ແນວ​ໃດ​ກໍ​ຕາມ, ສປປ ລາວ,​ ໄດ້​ກຳນົດ​ວິ​ໄສ​ທັດ​ຮອດ​ປີ 2030 ​ໄວ້​ຄື ພັດທະນາ​ທຸກ​ແຫ​ລ່ງພະລັງງານ​ທີ່​ເປັນ​ທ່າ​ແຮງ ​ແລະ ໝົດບໍ່​ເປັນຂອງ​ຊາດ ຕາມ​ຄວາມ​ສາມາດ​ແຂ່ງຂັນ​ໃນ​ຕະຫລາດ​ໃຫ້​ມີ​ຄວາມ​ຍືນ​ຍົງ ​ເນັ້ນປະສິດທິພາບປະສິດ​ທິຜົນ, ຊຸກຍູ້​ໃຫ້ການ​ເຊື່ອມ​ໂຍງ​ກັບ​ພາກພື້ນ ​ແລະ ການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ ມີ​ຄວາມ​ກົມກຽວ​ສົ່ງ​ເສີມ​ເຊິ່ງກັນ ​ແລະ ກັນ ຍູ້​ໜູນ​ການ​ເຕີບ​ໂຕ​ທຸກຂະ​ແໜງ​ການຕາມ​ທິດ​ຫັນ​ເປັນ​ອຸດ​ສະຫະ​ກຳ ​ແລະ ທັນ​ສະ​ໄໝ.​ ສະນັ້ນນັບແຕ່​ປີ 2015 - 2020 ​ແມ່ນ​ຈະ​ສູ້​ຊົນພັດທະນາ​ແຫ​ລ່ງພະ ລັງງານ​ໃຫ້​ໄດ້ 12 ພັນ​ເມ​ກາ​ວັດ​ໂດຍບໍ່ນັບ​ລວມ​ໂຮງ​ໄຟຟ້າ​ທີ່​ມີ​ແລ້ວ.

No comments:

Post a Comment