ໃນວັນທີ
9 ກຸມພານີ້ ຢູ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ, ທະນາຄານຮ່ວມທຸລະກິດລາວຫວຽດໄດ້ເປີດບໍລິການຜະລິດຕະພັນໃໝ່ທີ່ມີຊື່ວ່າ
bank plus ແມ່ນທຸລະກຳບັນຊີຜ່ານໂທລະສັບມືຖືໂດຍເຊື່ອມຕໍ່ກັບເຄືອຂ່າຍຢູ່ນີແທວ,
ໂດຍການເຂົ້າຮ່ວມຂອງ ທ່ານ ດວ່ານ ຫວຽດນາມ ອຳນວຍການໃຫຍ່ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທ່ານ ຮວ່າງ ວັນ ລວັນ ອຳນວຍການໃຫຍ່ບໍລິສັດຢູນີແທວ,
ມີຜູ້ຕາງໜ້າຄະນະນຳທະນາ ຄານຫຸ້ນສ່ວນການຄ້າລົງທຶນ
ແລະ ພັດ ທະນາຫວຽດນາມ (BIDV), ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (bcel)ເຂົ້າຮ່ວມນຳອີກ.
ອຳນວນການທະນາຄານຮ່ວມທຸລະກິດລາວ-ຫວຽດໃຫ້ຮູ້ວ່າ:
ຜະລິດຕະພັນ bank plus ແມ່ນການບໍລິການ ໜຶ່ງທີ່ເຮັດທຸລະກຳບັນຊີຜ່ານໂທລະສັບມືຖືໂດຍເຊື່ອມຕໍ່ກັບເຄືອຂ່າຍຢູ່ນີແທວ,
ໂດຍຜະລິດຕະພັນດັ່ງກ່າວແມ່ນລູກຄ້າຂອງທະນາຄານຮ່ວມທຸລະກິດລາວ-ຫວຽດ ສາມາດຊຳລະຄ່ານ້ຳ,
ຄ່າໄຟຟ້າ, ໂທລະສັບ, ປີ້ຍົນ ແລະ ອື່ນໆຜ່ານເຄືອຂ່າຍຢູ່ນີ
ແທວໄດ້ຢ່າງສະດວກສະບາຍ.
ໃນໂອກາດເປີດການນຳໃຊ້ຮູບແບບບໍລິການໃໝດັ່ງກ່າວໄດ້ຈັດງານສະເຫຼີມສະຫຼອງບຸນປີໃໝ່ຫວຽດ
ແລະ ມອບລາງວັນໃຫ້ລູກຄ້າຜູ້ໂຊກດີໃນລາຍການເງິນຝາກລຸ້ນຮັບໂຊກຄັ້ງທີ 2 ປີ
2014 ແລະ ລຸ້ນໂຊກວັນສ້າງຕັ້ງທະນາ ຄານຄົບຮອບ 15 ປີ ທີ່ເລີ່ມແຕ່ວັນທີ
22/1/2014 ຫາ 26/11/2014 ເຊິ່ງລວມມີ 107 ລາງວັນ ລວມມູນຄ່າທັງໝົດ 1,2 ຕື້ກີບ, ເຊິ່ງລາງວັນທີ
1 ແມ່ນລົດໂຕໂຍຕາ ແລນ ຄູຍເຊີ ປາລາໂດ(Toyota
landcruiser prado) , ລາງວັນທີ 2 ລົດຈັກ ຟີໂນ 3 ລາງວັນ, ລາງວັນທີ 3 ໂທລະພາບພານາໂຊນິກ
3 ລາງວັນ ແລະ ລາງວັນອື່ນໆຢ່າງຫຼວງຫຼາຍ.
ອຳນວຍການໃຫ້ຮູ້ອີກວ່າ:
ໃນໄລຍະຜ່ານມາທະນາຄານຂອງຕົນກໍປະສົບຜົນສຳເລັດຫຼາຍຢ່າງເຊັ່ນ: ລວມຍອດຊັບສິນບັນລຸເຖິງ
700 ລ້ານໂດລາສະຫະລັດ, ຍອດສິນເຊື່ອເພີ່ມຂຶ້ນ 64%, ອັດຕາສ່ວນຍອດໜີ້ຮັກສາໄດ້ໃນລະດັບ
1,75%, ວຽກງານການລະດົມທຶນຂະຫຍາຍຕົວໃນລະດັບດີສາມາດຕອບສະໜອງຄວາມຕ້ອງການນຳໃຊ້ແຫຼ່ງທຶນໃນການເຄື່ອນໄຫວທຸລະກິດໄດ້ດີ
ແລະ ຮັບປະກັນຄວາມປອດໄພ, ພ້ອມນັ້ນ ທະນາຄານຍັງໄດ້ເອົາໃຈໃສ່ຂະຫຍາຍວົງເງິນກູ້ອັດຕາດອກເບ້ຍນະໂຍບາຍດ້ວຍມູນຄ່າລວມເຖິງ
800 ຕື້ກີບ, ໄດ້ປະຕິບັດການຊື້ພັນທະບັດລັດຖະບານລວມມູນຄ່າ 30 ລ້ານໂດລາສະຫະລັດເພື່ອເປັນການແບ່ງເບົາຄວາມຫຍຸ້ງຍາກບາງສ່ວນໃນວຽກງານດຸ່ນດ່ຽງງົບປະມານລັດຖະບານ,
ນອກຈາກນີ້ກໍໄດ້ຊ່ວຍເຫຼືອສັງ ຄົມອື່ນໆອີກ.
No comments:
Post a Comment