ພາບປະກອບ |
ການສອບເສັງພາກຮຽນທີ I ສົກຮຽນ 2014-2015 ໄດ້ສິ້ນສຸດລົງແຕ່ວັນທີ
23 ມັງກອນຜ່ານມາ, ກໍນັບວ່າເປັນຫລາຍ ອາທິດແລ້ວ, ຊຶ່ງມາຮອດປັດຈຸບັນ ທາງພະແນກສຶກສາທິການ
ແລະ ກິລາ ນະຄອນຫລວງວຽງຈັນ ຍັງບໍ່ສາມາດ ສະຫລຸບຜົນ ການສອບເສັງພາກຮຽນທີ I ໄດ້ຍ້ອນວ່າ ແຕ່ລະເມືອງໃນທົ່ວນະ ຄອນຫລວງວຽງຈັນຍັງບໍ່ໄດ້ສະຫລຸບຜົນການ ສອບເສັງຂອງ
ເມືອງມາໃຫ້. ຈຶ່ງເຮັດໃຫ້ການສະຫລຸບຜົນສອບເສັງດັ່ງກ່າວຊັກຊ້າ.
ມາຮອດປັດຈຸບັນນີ້ ມີພຽງເມືອງສີສັດຕະນາກ, ເຊິ່ງເປັນ
1 ໃນ 9 ເມືອງຂອງ ນະຄອນຫລວງວຽງຈັນ ທີ່ສາມາດສະຫລຸບ ຜົນການສອບເສັງສົ່ງໃຫ້ພະແນກ ສຶກສາທິການ
ແລະ ກິລາ ນະຄອນຫລວງວຽງຈັນ ໄດ້ທັນຕາມກຳນົດເວລາ ນີ້ກໍຍ້ອນຄວາມ ເອົາໃຈໃສ່ຂອງຄະນະອຳນວຍ ການແຕ່ລະໂຮງຮຽນເມືອງດັ່ງກ່າວ,
ສະນັ້ນ ຈຶ່ງຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງຈົ່ງຮີບຮ້ອນ ສະຫລຸບຜົນການສອບ ເສັງໃຫ້ສຳເລັດໂດຍໄວ
ແລະ ພ້ອມພາກັນປັບປຸງຄຸນນະພາບການສຶກສາຂອງນັກຮຽນເພື່ອກ້າວສູ່ການ ຮ່ຳຮຽນໃນພາກຮຽນ II ດີຂຶ້ນ.
No comments:
Post a Comment