ໃນໂອກາດໂອ້ລົມຄະນະນຳ, ສະມາຊິກພັກ ແລະ
ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ(ຖວທ) ຂອງທ່ານຮອງນາຍົກລັດຖະມົນຕີ,
ຜູ້ຊີ້ນຳວຽກງານວັດທະນາທຳ-ສັງຄົມ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ
ດຣ ພັນຄຳ ວິພາວັນ, ເຊິ່ງທ່ານໄດ້ເນັ້ນໃຫ້ກະຊວງ ຖວທ ເປັນເຈົ້າການປຸກລະດົມມວນຊົນເຂົ້າຮ່ວມໃນການປົກປັກຮັກສາວັດທະນະທຳອັນດີງາມຂອງຊາດ
ໂດຍສະເພາະແມ່ນສິ່ງທີ່ເປັນມໍລະດົກຕົກທອດອັນລ້ຳຄ່າຈາກບັນພະບູລຸດເຮົາ,
ເພາະວ່າສິ່ງດັ່ງກ່າວເປັນປັດໄຈພື້ນຖານຂອງຄວາມເປັນຊາດ, ເປັນພື້ນຖານດ້ານຈິດໃຈລວມຂອງສັງ
ຄົມ ແລະ ເປັນຈຸດໝາຍຂອງການພັດທະນາປະເທດ, ເຊິ່ງພັກ ແລະ ລັດຖະບານ ແມ່ນຖືເອົາວັດທະນະທຳເປັນບັນຫາສຳຄັນ
ຂອງຊາດເພາະຖືວ່າການເສຍວັດທະນະທຳຄືເສຍຊາດ.
ຮອງນາຍົກລັດຖະມົນຕີ ດຣ ພັນຄຳ ວິພາວັນ ກ່າວວ່າ:
ກະຊວງ ຖວທ ຕ້ອງໄດ້ເພີ່ມທະວີຄວາມເປັນເຈົ້າການຮອບດ້ານ ເພື່ອຮັບປະກັນໃຫ້ປະຊາຊົນທົ່ວສັງຄົມເຂົ້າຮ່ວມໃນການປົກປັກຮັກສາ
ແລະ ເສີມຂະຫຍາຍມູນເຊື້ອອັນດີງາມທາງດ້ານວັດ ທະນະທຳ ເປັນຕົ້ນ: ສີລະປະກຳ,
ສີລະປະສາດ, ວັດຖຸບູຮານ, ບູຮານສະຖານຕ່າງໆ ທີ່ເປັນເອກກະລັກວັດທະນະທຳຂອງ
ຊາດ,
ຂອງເຜົ່າ ແລະ ເລັ່ງໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ເພື່ອໃຫ້ຊາວຕ່າງປະເທດຮູ້
ແລະ ເຂົ້າໃຈວັດທະນາທຳລາວ, ພ້ອມທັງເຮັດໃຫ້ຄົນລາວເຂົ້າໃຈເຖິງຄຸນຄ່າທາງດ້ານວັດທະນາທຳຂະນົບທຳນຽມຮີດຄອງປະເພນີອັນຈົບງາມຂອງຊາດຢ່າງຖືກຕ້ອງ
ແລະ ມີຄວາມເອກອ້າງທະນົງໃຈກັບວັດທະນາທຳຂອງຕົນ, ບັນຫາສຳຄັນແມ່ນຕ້ອງເດັດດ່ຽວຕຳນິວິຈານປະກົດການຫຍໍ້ທໍ້,
ທັດສະນະທີ່ຜິດເຂວ ແລະ ຕ້ອງສະກັດກັ້ນທຸກການກະທຳທີ່ສ້າງຄວາມເຊື່ອມເສຍ ກໍຄືການເຄື່ອນໄຫວມ້າງເພທຳລາຍຂະນົບທຳນຽມປະເພນີ
ແລະ ວັດທະນະທຳອັນດີງາມຂອງຊາດເພາະວ່າເມື່ອໃດພວກເຮົາເສຍວັດທະນະທຳກໍຄືກັບພວກເຮົາເສຍຊາດ.
No comments:
Post a Comment