Ad

Ad

11 February 2015

ເປີດ​ບໍລິສັດ​ໂຕ​ໂຢຕາ​ໂບ​ໂຊ​ກຸລາ​ວຈຳກັດ



ເປີດ​ບໍລິສັດ​ໂຕ​ໂຢຕາ​ໂບ​ໂຊ​ກຸລາ​ວ ຈຳກັດຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 10 ກຸມພາ2015, ຢູ່​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ​ເຊ​ໂນ ເມືອງ​ໄກສອນພົມວິຫານ. ໂດຍ​ການ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ​ເລັ່ງສະ ຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກງານ​ເສດຖະກິດ​ການ​ຜະລິດ ​ແລະ ຈໍ​ລະ​ຈອນ, ປະທາ​ນຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດສະ​ເພາະ​ ມີ​ບັນດາ​ລັດຖະມົນຕີ​ວ່າການ-ຊ່ວຍ​ວ່າການ, ​ເຈົ້າ​ແຂວງ​ສະຫວັນ​ນະ​ເຂດ, ປະທານ​ບໍລິ ສັດ​ໂຕ​ໂຍຕາ ​ໂບ​ໂຊ​ກຸ ຍີ່ປຸ່ນ, ປະທານ​ບໍລິສັດ ​ໂຕ​ໂຢຕາ ​ໂບ​ໂຊ​ກຸ ລາວ ຈຳກັດ, ​ເອກ​ອັກຄະລາ​ດຊະ​ທູດ​ຍີ່ປຸ່ນ ປະ​ຈຳ​ລາວ ພ້ອມ​ດ້ວຍ​ແຂກ​ເຂົ້າ​ຮ່ວມຫຼາຍກ່ວາ 400 ຄົນ. ການ​ເປີດ​ພິທີ​ດັ່ງກ່າວ​ກໍ​ເປັນ​ອີກ​ກິດຈະ​ກຳໜຶ່ງ​ເພື່ອ​ສະ​ເຫຼີມສະ ຫຼອງວັນ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ລາວ-ຍີ່ປຸ່ນຄົບຮອບ 60 ປີ.

ບໍລິສັດ​ໂຕ​ໂຢຕາ​ໂບ​ໂຊ​ກຸລາ​ວ ​ແມ່ນ​ບໍລິສັດໜຶ່ງທີ່​ຂຶ້ນ​ກັບ​ໂຕ​ໂຢຕາ ​ໂບ​ໂຊ​ກຸ ​ເຊຍ ​ເຊິ່ງຜະລິດ​ຜ້າ​ຫຸ້ມ​ເບາະ​ລົດ​ຍີ່​ຫໍ້​ໂຕ​ໂຢຕາ​ໃຫ້​ກັບ​ບໍລິສັດ​ໃນ​ເຄືອ​ຂ່າ​ຍ​ໂຕ​ໂຢຕາ​ໂບ​ໂຊ​ກຸ​ ທີ່​ຕັ້ງຢູ່​ປະ​ເທດ​ໄທ​ໂດຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີທີ​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ຫຍິບ​ຜ້າ​ຫຸ້ມ​ເບາະ​ລົດດັ່ງກ່າວ ​ເພື່ອ​ຕອບ​ສະໜອງຄວາມ​ຕ້ອງການ​ຂອງ​ລູກ​ຄ້າ​ໄດ້​ພຽງພໍ. ໂຮງຮຽນ​ແຫ່ງ​ນີ້​ໄດ້​ສ້າງ​ຂຶ້ນ​ທີ່​ແຂວງ​ສະ ຫວັນ​ນະ​ເຂດ​ໃນ​ເດືອນເມສາ 2013 ໃນ​ນີ້ ບໍລິສັດ​ໂຕໂຢຕາ​ທູ​ໂຊ​ເອ​ເຊຍ​ປາຊີ​ຟິກ ຈຳກັດ ຮ່ວມ​ຫຸ້ນ ແລະ ບໍລິສັດ ​ໂບ​ໂຊ​ກຸ ອໍ​ໂຕ້​ໂມ​ທິບ (ປະ​ເທ​ດ​ໄທ) ຮ່ວມ​ຫຸ້ນ 10%, ມີ​ທຶນ​ຈົດ​ທະບຽນ 5,6 ລ້ານ​ໂດ​ລາ​ສະຫະ​ລັດ ​ແລະ ສາມາດ​ຮອງ​ຮັບ​ພະນັກງານ​ໄດ້ ຈຳນວນ 350 ຄົນ. ການ​ເປີດ​ບໍລິສັດ​ດັ່ງກ່າວ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ສ້າງ​ຊັບພະຍາກອນ​ມະນຸດ​ຂອງ​ລາວ ​ແລະ ທັງ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງສາ​ພັດ​ທະນາ​ເສດຖະກິດ-ສັງຄົມຂອງ​ລາວ​ອີກ​ດ້ວຍ.

No comments:

Post a Comment