Ad

Ad

12 February 2015

ບັນດາແຂວງພາກກາງມີຜົນສຳເລັດຫຼາຍກວ່າໝູ່ໃນການປູກເຂົ້ານາແຊງ


ກະຊວງ​ກະສິກຳ ​ແລະ​ ປ່າ​ໄມ້​ໃຫ້​ຮູ້​ວ່າ: ການ​ຜະລິດ​ເຂົ້ານາ​ແຊງ​ຂອງ​ປະ​ເທດ​ເຮົາ​ປີ​ນີ້ບັນລຸ​ໄດ້​​ແລ້ວ​ຫຼາຍ​ກວ່າ 89 ພັນ​ເຮັກຕາ, ​ເທົ່າ​ກັບ 71%, ຂອງ​ເນື້ອ​ທີ່​ແຜນການ 126.600 ​ເຮ​ັກຕາ,​ ໃນ​ນັ້ນປັກ​ດຳ​ໄດ້​ຫຼາຍ​ກວ່າ​ໝູ່​ແມ່ນ​ບັນດາ​ແຂວງ​ພາກ​ກາງ​ປະຕິບັດ​ໄດ້ 62 ພັນ​ກວ່າ​​ເຮັກຕາ, ພາກ​ໃຕ້ 20 ພັນ​ກວ່າ​ເຮັກຕາ​ ​ແລະ ພາກ​ເໜືອ 6 ພັນ​ກວ່າ​ເຮັກຕາ, ທຽບ​ໃສ່​​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ​​ເຫັນ​ວ່າການປູກເຂົ້ານາ​ແຊງ​ປີນີ້​ມີ​ຄວາມ​ຊັກ​ຊ້າ, ຍ້ອນ​ສະພາບ​ອາກາດ​ໜາວ​ເຢັນ​​ແກ່​ຍາວ ​ແລະ ກະສິກອນ​ຈຳນວນ​ໜຶ່ງໄດ້​ຫັນ​ໄປ​ເຮັດ​ກິດຈະກຳ​​ອື່ນ, ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ທີ່​ມີ​ຜົນ​ຜະລິດ​ເຂົ້ານາປີ​ກຸ້ມ​ກິນ ​ແລະ ​ເຫຼືອ​ກິນ​ແລ້ວ​ແມ່ນ​ບໍ່​ຜະ​ລິດ​ນາ​ແຊງອີກ, ດັ່ງນັ້ນ ອາດເປັນຜົນໃຫ້ການ​ຜະລິດ​ເຂົ້ານາ​ແຊງ​ປີ​ນີ້​ບໍ່​ບັນລຸ​ຕາມ​ຄາດໝາຍແຜນການ​ທີ່​ວາງ​ໄວ້ ເຖິງ​ຢ່າງ​ໃດ​ກໍ​ຕາມ​ຂະ​ແໜງ​ກະສິກຳ​ຈະ​ສືບ​ຕໍ່ຊຸກຍູ້​ກະສິກອນ​ບ່ອນ​ທີ​ມີ​​ເງື່ອນ​ໄຂ​ສືບ​ຕໍ່​ປັກ​ດຳ​ນາ​ແຊງ​ດ້ວຍ​ເຕັກ​ນິກການ​ຢອດ​ ​ແລະ ຫວານ,​ ເພື່ອ​ເປັນ​ການ​ປະ​ຢັດ​ເວລາ ​ແລະ ທັນ​ກັບ​ລະດູ​ການ​ກັບ​ກ່ຽວ, ຄຽງ​ຄູ່​ກັນ​ນັ້ນ​ການ​ປູກ​ພືດ​ລະດູ​ແລ້ງ​ກໍ​ດຳ​ເນີນ​ໄປ​ຢ່າງ​ເປັນ​ຂະ​ບວນກ້ວາງຂວາງ, ຊຶ່ງມາ​ຮອດ​ປັນ​ຈຸ​ບັນທົ່ວ​ປະ​ເທດ​ສາມາດ​ປູກ​ພືດລະດູ​ແລ້ງ​ໄດ້​​ແລ້ວ​ຫຼາຍ​ກວ່າ 99 ພັນ​ເຮັກຕາ, ​ເທົ່າ​ກັບ 62 % ຂອງ​ເນື້ອ​ທີ່​ແຜນການ, ທຽບ​ໃສ່​ອາທິດ​ຜ່ານ​ມາ​ເພີ່ມ​ຂຶ້ນ 8%, ​ໃນ​ນີ້​ແຂວງ​ທີ່​ປະຕິບັດ​ໄດ້​ຫຼາຍ​ກວ່າ​ໝູ່​ກໍ​ຍັງ​ແມ່ນ​
ບັນດາ​ແຂວງ​ພາກ​ກາງບັນລຸໄດ້  44 ພັນ​ກວ່າ​ເຮັກຕາ, ພາກ​ເໜືອ 42 ພັນ​ກວ່າ​ເຮັກຕາ​ ແລະ ​ພາກ​ໃຕ້ 12 ພັນ​ກວ່າ​ເຮັກຕາ, ສ່ວນ​ຂະ​ແໜງ​ກະສິກຳ​ໄດ້​ນຳ​ສົ່ງ​ພະນັກງານ​ວິຊາ​ການ​ລົງ​ຕິດ​ຕາ​ການ​ປູກ​ພືດ​ລະດູ​ແລ້ງ​ຂອງ​ກະສິກອນ​ທ້ອງ​ຖິ່ນ​ຕ່າງໆ​ຢ່າງ​ໃກ້ຊິດເພື່ອແນະນຳ​ແນະ​ວິທີ​ການ​ປູກ​​ ແລະ ການບົວລະບັດຮັກສາເພື່ອມີຜົນຜະລິດ​ສູງ​.

No comments:

Post a Comment