Ad

Ad

12 February 2015

ໄລຍະນີ້ອາກາດຈະອຸ່ນຂຶ້ນເລັກຫນ້ອຍ



     ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ນັບແຕ່ ວັນທີ 11-12 ກຸມພານີ້, ບໍລິເວນຄວາມກົດດັນສູງຂອງອາກາດໜາວຈະມີກຳລັງອ່ອນຫາປານກາງປົກຄຸມຢູ່ທົ່ວທຸກ ພາກຂອງລາວ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ ເຮັດໃຫ້ອາກາດໜາວເຢັນ ໃນຕອນກາງຄືນຫາຕອນ ເຊົ້າພ້ອມມີໝອກບາງປົກຄຸມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ, ໂດຍສະ ເພາະຢູ່ເຂດພູສູງ, ພູດອຍ, ພູພຽງ ບໍລະເວນ, ເມືອງທ່າແຕງ ແລະ ເມືອງດາກຈຶງ, ອາກາດຍັງຈະໜາວເຢັນ ພ້ອມມີ ລົມພັດແຮງເປັນບາງໂອກາດ. ຈາກນັ້ນ ຕົ້ນອາທິດໜ້າບໍລິເວນຄວາມກົດດັນສູງຂອງອາກາດເຢັນຈະອ່ອນກຳລັງ ລົງເລັກຫນ້ອຍປົກຄຸມຢູ່ທົ່ວທຸກພາກຂອງລາວ, ກະແສລົມຕາເວັນຕົກພັດປົກຄຸມເຮັດໃຫ້ອຸນຫະພູມອາກາດອຸ່ນ ຂຶ້ນ ແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
     ສະພາບອາກາດໂດຍທົ່ວໄປຍັງຈະໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກໜາປົກຫຸ້ມຢູ່ບາງ ທ້ອງຖິ່ນເຂດພາກເໜືອດ້ານຕາເວັນອອກ, ໄຊສົມບູນ, ພູພຽງບໍລະເວນ, ເມືອງທ່າແຕງ ແລະ ເມືອງດາກຈຶງ ແລະ
ອາກາດຈະໜາວຫລາຍ. ຈາກນັ້ນ ວັນທີ 13-17 ກຸມພານີ້, ອາກາດຈະອຸ່ນຂຶ້ນເຫລັກ ນ້ອຍໃນແຕ່ລະພາກ ແລະ ອາກາດຈະຮ້ອນ ໃນຕອນກາງເວັນ. ໃນວັນທີ 12 ກຸມພານີ້, ຈະມີຝົນຕົກກະ ຈາຍຢູ່ບາງທ້ອງຖິ່ນ, ໂດຍສະເພາະ ແຂວງຜົ້ງສາລີ, ຈາກນັ້ນໄປຮອດວັນທີ 15 ກຸມພານີ້,  ຈະມີຝົນຕົກ ຟ້າຄະນອງກະຈາຍ, ພ້ອມມີລົມພັດແຮງເປັນ ບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກນັບທັງນະຄອນ ຫລວງວຽງຈັນ ແລະ ວັນທີ 17 ກຸມພານີ້ ຈະມີຝົນຕົກ ຟ້າຄະນອງຢູ່ບາງທ້ອງຖິ່ນແຂວງພາກໃຕ້, ຈຶ່ງເຕືອນໃຫ້ປະຊາຊົນຜູ້ອາໄສຢູ່ເຂດດັ່ງກ່າວມີສະຕິລະວັງຕົວໃນການ ຮັກສາສຸຂະພາບ, ຜົນລະປູກ ແລະ ສັດລ້ຽງຂອງຕົນໃຫ້ດີເພື່ອຫລີກເວັ້ນຜົນກະທົບຕ່າງໆທີ່ຈະຕາມມາ.

No comments:

Post a Comment