Ad

Ad

12 February 2015

ປກສ ຫລວງນ້ຳທາມ້າງເຄືອຂ່າຍຢາເສບຕິດລາຍໃຫຍ່



     ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງຫລວງ ນ້ຳທາ, ໄດ້ນຳກຳລັງເຂົ້າປິດລ້ອມ ແລະ ຈັບກຸມຂະບວນການຄ້າຢາເສບຕິດລາຍ ໃຫຍ່ໃນເຮືອນພັກແຫ່ງໜຶ່ງຢູ່ເຂດບ້ານ ສິງຈະເລີນ, ເມືອງສິງ, ແຂວງຫລວງນ້ຳທາ, ສາມາດຈັບຕົວຜູ້ຕ້ອງຫາໄດ້ຄື: ທ້າວ ໝານ ຄຳຫລ້າ ອາຍຸ 42 ປີ, ນາງ ອ່ອນ ອາຍຸ 40 ປີ ແລະ ທ້າວ ຕຸດ ອາຍຸ 21 ປີ ທັງໝົດຢູ່ບ້ານທົ່ງໃໝ່  ເມືອງສິງ ແຂວງ ຫລວງນ້ຳທາ ພ້ອມຂອງກາງ ຢາບ້າ 58 ພັນ ເມັດ, ລົດກະບະຮຸນໄດ, ລົດຈັກ ເວບໜຶ່ງຄັນ ແລະ ໂທລະສັບໜຶ່ງໜ່ວຍ ຈຶ່ງໄດ້ຍືດໄວ້ເປັນຫລັກຖານເພື່ອດຳເນີນ ຄະດີຕາມລະບຽບກົດໝາຍ.
     ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ຢາບ້າທັງໝົດແມ່ນຊື້ມາຈາກຂະ ບວນການຄ້າຢາເສບຕິດຢູ່ຊຽງກົກ, ເມືອງສິງເພື່ອຈະເອົາມາຈຳໜ່າຍໃຫ້ລູກຄ້າພາຍໃນເມືອງແຕ່ຖືກເຈົ້າໜ້າທີ່ຈັບ ຕົວໄດ້ກ່ອນ.

No comments:

Post a Comment