Ad

Ad

6 February 2015

ຫາລືວຽກງານກວດສອບລັດໃຫ້ເຂັ້ມງວດຕາມກົດໝາຍ



       ກຳມາທິການເສດຖະກິດແຜນການ ແລະ ການເງິນສະພາແຫ່ງຊາດກັບອົງ ການກວດສອບແຫ່ງລັດ, ກະຊວງການເງິນ ແລະ ກະຊວງແຜນການ ແລະ ການ ລົງທຶນ, ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດພາລະ ບົດບາດຂອງ ອົງການທີ່ຕິດພັນກັບວຽກງານກວດສອບລັດ ໂດຍສະເພາະການປະຕິບັດກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດກ່ຽວກັບການກວດສອບເປັນຕົ້ນແມ່ນການປະ ສານງານລະຫວ່າງພາກສ່ວນຕ່າງໆໃນການຮ່າງ ແລະ ລາຍງານຜົນການກວດສອບ ແລະ ຕິດຕາມການຈັດຕັ້ງປະຕິບັດຂໍ້ແນະນຳກວດສອບ, ປຶກສາຫາລື ແລະ ຄົ້ນຄວ້າເນື້ອໃນດ້ານວິຊາການຈຳນວນໜຶ່ງ ເພື່ອຍົກສູງ ຄຸນນະພາບການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ປຶກສາຫາລືກຳ
ນົດທິດທາງ ແລະການປະສານງານຈຸດສຸມຈຳນວນໜຶ່ງທີ່ຕິດພັນກັບວຽກງານກວດສອບໃນຊຸມປີຕໍ່ໜ້າໃຫ້ເຂັ້ມງວດກວ່າເກົ່າ, ທັງຮັບປະ ກັນໃຫ້ວຽກງານກວດສອບທີ່ຈະນຳເຂົ້າສູ່ການພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງ ຊາດໃນແຕ່ ລະສະໄໝຕາມທີ່ກຳນົດໄວ້ໃນມາດຕາ 9 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ.
   ກອງປະຊຸມດັ່ງກ່າວມີຂຶ້ນໃນວັນທີ 5 ກຸມພານີ້, ຢູ່ຫໍສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ດຣ ນາງ ສຸວັນເພັງ ບຸບຜານຸວົງ ປະທານກຳມາທິການເສດຖະກິດແຜນການ ແລະ ການເງິນ, ມີບັນດາລັດຖະມົນ ຕີ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

No comments:

Post a Comment