Ad

Ad

6 February 2015

ທູດຫວຽດນາມສະເໜີເທບນິຍາຍ-ຮີດຄອງປະເພນີເຂົ້າຕົ້ມ



    ທ່ານ ຫງວຽນ ແມັງ ຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳລາວ ໄດ້ຈັດ ງານ ລ້ຽງນ້ຳຊາເພື່ອສະເໜີເທບນິຍາຍ ແລະ ຮີດຄອງປະເພນີເຂົ້າຕົ້ມ ໃນໂອກາດຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມປີ 2015ທີ່ນະຄອນຫລວງວຽງຈັນ, ໃນວັນທີ 5 ກຸມພານີ້,ໂດຍມີທ່ານ ດຣ ນາງ ສູນທອນ ໄຊຍະຈັກ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ແລະ ແຂກຖືກເຊີນລວມທັງບັນດາພັນລະຍາທູຕານຸທູດ, ອົງການຈັດຕັ້ງສາກົນເຂົ້າຮ່ວມ.
      ພາຍໃນງານໄດ້ມີການສາຍຮູບເງົາກ່ຽວກັບພິທີການຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ, ການສະເໜີເທບນິຍາຍ ແລະ ຮີດຄອງປະເພນີເຂົ້າຕົ້ມ ເຊິ່ງເປັນສິ່ງທີ່ຂາດບໍ່ໄດ້ສຳລັບວິທີໄຫວ້ໃນວັນປີໃໝ່ຂອງຊາວຫວຽດນາມ ໂດຍທ່ານ ວາງ ສວນ ຫາຍ ອຸປະທູດຫວຽດນາມປະຈຳລາວ, ມີການສະແດງການຫໍ່ເຂົ້າຕົ້ມທີ່ມີຕົ້ນກຳເນີດໃນສະໄໝກະສັດຫຸ່ງເວືອງ ເຊິ່ງ ເປັນກະສັດອົງທຳອິດຂອງຫວຽດນາມ.

     ສຳລັບເຂົ້າຕົ້ມມີລັກສະນະເປັນຫ່ໍສີ່ລ່ຽມຈະຕຸລັດຫໍ່ດ້ວຍໃບຕອງຈິງ ໂດຍມີສ່ວນປະກອບຄື: ຖົ່ວເຫລືອງ, ເກືອ, ພິກໄທ, ຊີ້ນໝູສາມຊັ້ນ ແລະ ເຂົ້າໜຽວ ໂດຍຈະໃຊ້ເວລາໃນການຕົ້ມປະມານ 12 ຊົ່ວໂມງ. ພ້ອມນີ້ຍັງໄດ້ນຳສະເໜີເຄັດລັບການເຮັດ ເຂົ້າຕົ້ມແຊບ, ສະເໜີວິທີແກະເຂົ້າຕົ້ມທີ່ປາດດ້ວຍຕອກມັດເຂົ້າຕົ້ມ ແລະ ເຊີນແຂກຊີມ ແລະ ຮັບປະທານເຂົ້າຕົ້ມແຊບທີ່ມີ ລົດຊາດຕາມຕົ້ນສະບັບຂອງຊາວຫວຽດນາມ.

No comments:

Post a Comment