Ad

Ad

6 February 2015

ອຸຕຸແຈ້ງ ໃນຕົ້ນອາທິດໜ້າອາກາດຈະອຸ່ນຂຶ້ນ



     ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ນັບແຕ່ວັນທີ 5-10 ກຸມພາ 2015, ບໍລິ ເວນຄວາມກົດດັນສູງຂອງອາກາດ ໜາວ ຈະມີກຳລັງອ່ອນຫາປານກາງປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງ ເໜືອພັດປົກຄຸມ, ເຮັດໃຫ້ອຸນຫະພູມອາກາດຍັງໜາວເຢັນໃນຕອນກາງຄືນຫາຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ, ໂດຍສະເພາະຢູ່ເຂດພູສູງ, ເຂດພູພຽງບໍລະເວນ, ປາກຊ່ອງ, ເມືອງທ່າແຕງ ແລະ ເມືອງດາກຈືງ ແລະ ອາກາດຈະໜາວຫລາຍ ພ້ອມມີລົມພັດແຮງເປັນບາງໂອກາດ.
     ອຸນຫະພູມໃນລະຫວ່າງວັນທີ 5-6 ກຸມພານີ້, ສະພາບອາກາດໂດຍທົ່ວໄປຈະໜາວ ເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນເຂດພາກເໜືອດ້ານຕາເວັນອອກ, ໄຊສົມບູນ, ພູພຽງບໍລະເວນປາກຊ່ອງ, ທ່າແຕງ ແລະ ເມືອງດາກຈຶງ ແລະ ອາກາດຈະໜາວເຢັນໃນໄລຍະນີ້, ຈາກນັ້ນ ໃນລະຫວ່າງວັນທີ 7-10 ກຸມ ພານີ້, ອາກາດຈະອຸ່ນ ຂຶ້ນເລັກຫນ້ອຍໃນແຕ່ລະພາກ ແລະ ອາກາດຈະຮ້ອນໃນຕອນກາງເວັນ. ດັ່ງນັ້ນ ຈຶ່ງເຕືອນໃຫ້ປະຊາຊົນໃນແຕ່ລະເຂດດັ່ງກ່າວ ຈົ່ງມີສະຕິໃນການເອົາໃຈໃສ່ຮັກສາສຸຂະພາບຂອງຕົນໃຫ້ດີ.

No comments:

Post a Comment