ໃນທ້າຍອາທິດຜ່ານມາ, ໄດ້ມີນັກຮຽນລວມກຸ່ມອາລະວາດຕີກັນກັບ ນັກຮຽນມັດທະຍົມໂຮງຮຽນ ແຫ່ງໜຶ່ງ ໃນເຂດ ເມືອງຈັນທະບູລີ, ນະ ຄອນຫລວງວຽງຈັນ,
ຢ່າງຮ້າຍແຮງ ແລະ
ບໍ່ເກງກົວຕໍ່ລະບຽບບ້ານ ເມືອງ, ເຊິ່ງມີຜູ້ໄດ້ຮັບບາດເຈັບ ນຳສົ່ງໄປໂຮງໝໍ ຍ້ອນຖືກງ້າວ.
ເຫດການດັ່ງກ່າວ ເກີດຂຶ້ນໃນຕອນທ່ຽງຂອງວັນທີ
20 ກຸມພາຜ່ານ ມາ, ໂດຍນັກຮຽນ ມັດທະຍົມຈາກໂຮງຮຽນເອກະ ຊົນແຫ່ງໜຶ່ງລວມມີ ທັງໝົດ
7 ຄົນ
ໄດ້ລວມກຸ່ມກັນເຂົ້າຕີນັກຮຽນມັດທະຍົມອີກແຫ່ງໜຶ່ງ ຢູ່ບ້ານດຽວກັນທີ່ຂຶ້ນກັບເມືອງ ຈັນທະບູລີ,
ເຊິ່ງພວກເຂົາໄດ້ໃຊ້ມີດ, ພ້າ
ແລະ
ງ້າວ
ເປັນອາວຸດໄລ່ຕີນັກຮຽນ ທີ່ເປັນກຸ່ມປໍລະປັກ, ເຮັດໃຫ້ຄູ່ກໍລະ ນີໄດ້ຮັບບາດເຈັບ ຄື: ຫົວແຕກຍັງໂຊກດີຄູອາຈານຜູ້ເຫັນເຫດການໄດ້ເຂົ້າຫ້າມເພື່ອໃຫ້ເຫດການດັ່ງ ກ່າວຢຸດຕິລົງ ແລະ
ໄດ້ນຳເອົາ ນັກຮຽນຜູ້ບາດເຈັບໄປໂຮງໝໍ ເພື່ອຍິບບາດແພ. ຜູ້ເຫັນເຫດການ ໄດ້ເລົ່າໃຫ້ຟັງວ່າ: ນັກຮຽນທີ່ກໍເຫດອາລະວາດຕີກັນຄັ້ງນີ້ ມີອາຍຸປະມານ
14-15 ປີ
ທີ່ຍັງສຶກສາຢູ່ຊັ້ນ
ມັດທະຍົມຕົ້ນ, ໂດຍສາເຫດອາດເກີດຈາກຂໍ້ຂັດແຍ່ງທາງຊູ້ສາວ.
ມັດທະຍົມຕົ້ນ, ໂດຍສາເຫດອາດເກີດຈາກຂໍ້ຂັດແຍ່ງທາງຊູ້ສາວ.
ຕໍ່ກັບບັນຫາດັ່ງກ່າວນີ້ແມ່ນປາກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນໃນຖັນແຖວນັກຮຽນໄວຫນຸ່ມຢູ່ຕາມສະຖາບັນການສຶກສາຕ່າງໆ ແລະ
ເປັນບັນຫາສຳຄັນທີ່ຄະນະຮັບຜິດຊອບໂຮງຮຽນລວມໄປເຖິງຄູອາຈານຈະຕ້ອງໄດ້ເອົາໃຈໃສ່ເພີ່ມ ທະວີ ໃນການສຶກ ສາອົບຮົມ ແລະ
ວາງລະບຽບວິໃນຕໍ່ນັກຮຽນທີ່ກະທຳຜິດ ແລະ ມີຄວາມເດັດຂາດ ຕໍ່ນັກຮຽນຜູ້ດື້ດ້ານຢູ່ໃນແຕ່ລະໂຮງຮຽນເພື່ອເຮັດໃຫ້ໂຮງຮຽນຂອງຕົນບໍ່ໃຫ້ມີສະພາບອັນບໍ່ດີຕ່າງໆເກີດຂຶ້ນ.
No comments:
Post a Comment