ເມື່ອບໍ່ດົນມານີ້, ນັກບູຮານວິທະຍາຂອງລາວ ແລະ
ອົດສະຕາລີ,
ໄດ້ພົບວັດ ຖຸບູຮານເກົ່າໃນຍຸກປະມານສັດຕະວັດທີ 16 ຫລາຍປະເພດເຊັ່ນ: ກອກຢາສູບ ດິນເຜົາ, ເງິນຫລຽນ ແລະ
ເຄື່ອງປະດັບປະດາຕ່າງໆ ທີ່ພິສູດໄດ້ວ່ານຳເຂົ້າ ມາແຕ່ປະເທດຈີນ ແລະ
ຍີ່ປຸ່ນເຊິ່ງເປັນຍຸກດຽວກັນກັບການເກີດມີໄຫຫີນຢູ່ ແຂວງຊຽງຂວາງ ແລະ
ການຄົ້ນພົບນີ້ສາມາດຢັ້ງຢືນໃຫ້ເຫັນວ່າໄດ້ມີການ ພົວພັນທາງການຄ້າລະຫວ່າງຄົນທີ່ອາໄສຢູ່ພື້ນທີ່ດັ່ງກ່າວກັບຄົນຢູ່ພື້ນທີ່ອື່ນໆໃນເວລານັ້ນ, ນອກຈາກນີ້ການຄົ້ນພົບ ອາດເຜີຍໃຫ້ເຫັນສະພາບການດຳລົງຊີວິດຂອງກຸ່ມຄົນທີ່ເປັນຜູ້ສ້າງໄຫຫີນນຳດ້ວຍ.
ທ່ານຮອງຫົວໜ້າກົມມໍລະດົກ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ
ທ່ອງທ່ຽວ
ວຽງແກ້ວ
ສຸກສະຫວັດດີ ກ່າວວ່າ:
ຢູ່ປະເທດລາວແມ່ນມີແຫລງວັດຖຸບູຮານສຳຄັນຫລາຍແຫ່ງ ແລະ
ບັນດາແຫລງເຫລົ່ານັ້ນສາມາດຊ່ວຍໃຫ້ພວກ ເຮົາມີຄວາມເຂົ້າໃຈເຖິງປະຫວັດສາດ, ຮີດຄອງປະເພນີ ແລະ
ຄວາມເປັນມາດ້ານຕ່າງໆຂອງພາກພື້ນນີ້ໄດ້ກວ້າງຂວາງ ຫລາຍຂຶ້ນ ແລະ
ຜ່ານການຄົ້ນຄວ້າແຫລ່ງວັດຖຸບູຮານຄັ້ງນີ້ ຈະສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວຫລາຍ ແລະ ຈະເກີດປະໂຫຍດດ້ານເສດຖະກິດຂອງແຂວງຊຽງຂວາງອີກດ້ວຍ.
No comments:
Post a Comment