ທ່ານ ຄຸດ
ເອເວີເລີດ
ຕາງໜ້າສຳນັກງານສະຫະພາບເອີຣົບ ຫລື ອີຢູ (EU) ປະຈຳລາວໃຫ້ຮູ້ເມື່ອທ້າຍອາທິດຜ່ານມາວ່າ:
ອີຢູ
ຈະສະໜອງເງິນຈຳ ນວນ
5,5 ລ້ານເອີໂຣ
ໂດຍຜ່ານການສົ່ງບົດສະເໜີຂໍໄປຈັດຕັ້ງປະຕິບັດບັນດາ ໂຄງການທີ່ບໍ່ຫວັງຜົນ ກຳໄລໃນການພັດທະນາແບບຍືນຍົງ, ສົ່ງເສີມການມີສ່ວນ ຮ່ວມຢ່າງສະເໝີພາບໃນເຂດພູສູງທາງພາກເໜືອຂອງລາວ, ໂດຍສະ ເພາະແມ່ນ ເນັ້ນໃສ່ວຽກງານດ້ານກະສິກຳ, ການຄ້ຳປະກັນສະບຽງອາຫານ ແລະ
ໂພສະນາ ການທີ່ຍືນຍົງເຊິ່ງເປັນບູລີມະສິດສຳຄັນຂອງແຜນງານການຊ່ວຍເຫລືອຫລາຍປີ ຂອງອີຢູໃນລາວ ເພື່ອປະກອບສ່ວນໃນການບັນລຸເປົ້າໝາຍສະຫັດສະວັດທີ 1 ຂອງລາວກ່ຽວກັບການຫລຸດຜ່ອນ ຄວາມທຸກ ຍາກ ແລະ
ຄວາມອຶດຫິວຂອງປະຊາຊົນເວົ້າລວມ, ເວົ້າສະເພາະແມ່ນຊ່ວຍເຫລືອປະຊາຊົນທີ່ອາໄສໃນເຂດຊົນນະບົດຫ່າງ ໄກສອກຫລີກເພື່ອຊ່ວຍຫລຸດຜ່ອນຄວາມສ່ຽງຕໍ່ການຂາດເຂີນອາຫານ ແລະ
ສານອາຫານ
ລວມເຖິງການສ້າງລາຍຮັບ ດ້ວຍການຜະລິດກະສິກຳ.
ອີຢູ ແລະ ບັນດາຄູ່ຮ່ວມພັດທະນາເຊັ່ນ:
ເຢຍລະມັນ,
ຝຣ່ັງ
ແລະ
ສະວິດ
ແລະ
ລັດຖະບານລາວໄດ້ລິເລີ່ມແຜນງານພັດ ທະນາເຂດພູສູງທາງພາກເໜືອໃນປີ 2011 ດ້ວຍວົງເງິນ 19 ລ້ານເອີໂຣ, ໂດຍມີເປົ້າໝາຍເພື່ອຮັບປະກັນການປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກໃນເຂດຊົນນະບົດຢູ່ແຂວງຫລວງພະບາງ, ຜົ້ງສາລີ ແລະ
ຫົວພັນ
ດ້ວຍຮູບ ການພັດທະນາທີ່ຖືເອົາຊຸຊົນເປັນຫລັກໃນການຄຸ້ມຄອງບໍລິຫານທີ່ດິນ ແລະ
ການຜະລິດກະສິກຳແບບຍືນຍົງ, ປັດຈຸບັນອີຢູ ພວມຊອກທິດທາງສືບຕໍ່ຂະຫຍາຍແຜນງານພັດທະນາເຂດພູສູງໃຫ້ໄດ້ຮັບປະສິດທິຜົນດີຂຶ້ນຕື່ມ ເພື່ອສະໜັບສະໜູນ ແກ່ຍຸດທະສາດໂພສະນາການແຫ່ງຊາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ
8 (2016-2020) ລວມເຖິງຍຸດທະສາດການຮ່ວມມືລະຫວ່າງລາວ ແລະ ອີຢູໃຫ້ແໜ້ນແຟ້ນຍີ່ງຂຶ້ນກວ່າເກົ່າ.
ຂະນະດຽວກັນ,
ນັບແຕ່ປີ
2014-2020 ອີຢູ
ຈະນຳໃຊ້ວົງເງິນຈຳນວນ
3,5 ຕື້ເອີໂຣ
ເພື່ອປັບປຸງໂພສະນາການຢູ່ບັນດາປະເທດທຸກຍາກທົ່ວໂລກ ແລະ
ເພື່ອຫລຸດຜ່ອນບັນຫາເດັກນ້ອຍຄອດ(ເຕ້ຍຕ່ຳ) ທີ່ມີອາຍຸຕ່ຳກວ່າ 5 ປີລົງມາໃຫ້ໄດ້ 7 ລ້ານຄົນທົ່ວໂລກ ເຊິ່ງເປັນຜົນມາຈາກເຂົາເຈົ້າບໍ່ສາມາດພັດທະນາດ້ານມັນສະໝອງ ແລະ
ຮ່າງກາຍໄດ້ຢ່າງເຕັມສ່ວນ.
No comments:
Post a Comment