ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກຸມພາ 2015 ໄດ້ໄຂຂຶ້ນໃນວັນທີ
19-20 ກຸມພາຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສິງ
ທໍາມະວົງ ນາຍົກລັດ ຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມ ພຽງ ໂດຍໄດ້ພິຈາລະນາຮັບຮອງບົດລາຍງານກ່ຽວກັບບົດສະຫຼຸບຂາດຕົວການ ຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈໍາສົກປີ
2013-2014, ພິຈາລະນາຮັບຮອງຕໍ່ການປັບປຸງກົດໝາຍວ່າດ້ວຍທາງຫຼວງ ເນື່ອງຈາກຜ່ານການຈັດຕັ້ງປະຕິບັດມາຮອດປະຈຸບັນເຫັນວ່າ
ເນື້ອໃນສ່ວນໜຶ່ງຂອງກົດໝາຍສະບັບດັ່ງກ່າວ ບໍ່ສອດຄ່ອງກັບສະພາບການພັດທະນາໃນປັດຈຸບັນ
ແລະ ຕໍ່ໜ້າ ແລະ ໄດ້ປຶກສາຫາລືຕໍ່ຮ່າງດໍາລັດວ່າດ້ວຍລັດວິສາຫະກິດ, ຮ່າງມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການຄຸ້ມຄອງການເຄື່ອນໄຫວຕ່າງປະເທດຢ່າງເປັນເອກະພາບ
ແລະ ຮ່າງບົດລາຍງານເພີ່ມເຕີມຄວາມຄືບໜ້າການຈັດຕັ້ງປະຕິບັດ ຄໍາສັ່ງສະບັບເລກທີ
13/ນຍ, ລົງວັນທີ 12 ມິຖຸນາ 2012.
ຕອນທ້າຍກອງປະຊຸມ
ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານນໍາເອົາເນື້ອໃນຈິດໃຈທີ່ໄດ້ຕົກລົງເປັນເອກະພາບໃນກອງປະຊຸມຄັ້ງນີ້ລວມທັງບັນດາວຽກງານທີ່ເປັນຈຸດສຸມໃນເດືອນມີນາ
2015 ໄປຈັດຕັ້ງຜັນຂະຫຍາຍ
ແລະ ປະຕິບັດດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນ: ເອົາໃຈໃສ່ຊີ້ນໍາບັນດາພາກສ່ວນທີ່ກ່ຽວຂ້ອງ
ຈັດຕັ້ງປະຕິບັດດໍາລັດສະບັບເລກທີ 328/ລບ ເປັນຕົ້ນ: ການຈັດຕັ້ງປະຕິບັດພາລະບົດບາດຂອງບັນດາຂະແໜງການຢູ່ສູນກາງ
ແລະ ທ້ອງຖິ່ນ, ໃຫ້ສືບຕໍ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບໃຫ້ໜັກແໜ້ນເຂັ້ມແຂງ ແລະ
ເດັດຂາດກວ່າເກົ່າ ເປັນຕົ້ນແມ່ນສຸມໃສ່ການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ບັນຫາຢາເສບຕິດ, ການປຸ້ນຈີ້ຊີງຊັບ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ອື່ນໆຊຶ່ງກ່ອນອື່ນໝົດແມ່ນໃຫ້ສຸມໃສ່ລົງຮາກຖານເພື່ອສຶກ ສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນໃຫ້ຮັບຮູ້ເຊື່ອມຊຶມ ເປັນຕົ້ນ ແມ່ນການໂຄສະນາ ຊວນເຊື່ອຂອງພວກກຸ່ມຄົນບໍ່ດີທີ່ນໍາໃຊ້ສື່ສັງຄົມອອນລາຍ ເພື່ອໂຄສະນາໃສ່ຮ້າຍປ້າຍສີແນວທາງນະໂຍບາຍຂອງພັກ-ຂອງລັດເຮົາ, ໃຫ້ກະຊວງສາທາລະນະສຸກ
ເພີ່ມທະວີການກວດກາ, ຫາວິທີປ້ອງກັນ
ການລະບາດຂອງພະຍາດໄຂ້ເລືອດອອກ ທີ່ພວມເກີດຂຶ້ນໃນປະຈຸບັນ, ນອກນີ້ກໍໃຫ້ເອົາໃຈໃສ່ຕິດຕາມກວດກາການລະບາດຂອງພະຍາດຕິດຕໍ່
ແລະ ພະຍາດລະບາດຕາມລະດູການ, ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ເປັນເຈົ້າການສົມທົບກັບບັນດາຂະແໜງການ ແລະ
ທ້ອງຖິ່ນ ເພື່ອຊຸກຍູ້ການຜະລິດລະດູແລ້ງໃຫ້ ໄດ້ຕາມແຜນການ,
ຮັບປະກັນໃຫ້ມີສະບຽງອາຫານຕອບສະໜອງຢ່າງພຽງພໍ, ໃຫ້ກະຊວງແຮງງານ ແລະ
ສະຫວັດດີການສັງຄົມ ແລະ ກະຊວງປ້ອງກັນຄວາມສະຫງົບເອົາໃຈໃສ່ບັນຫາການຄຸ້ມຄອງແຮງງານພາຍໃນ
ແລະ ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີ ສັນຊາດ ທີ່ເຄື່ອນໄຫວຢູ່ໃນປະເທດເຮົາໃຫ້ເຂົ້າສູ່ລະບຽບກົດໝາຍ, ໃຫ້ກະຊວງຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມເອົາໃຈ ໃສ່ຕິດຕາມ ແລະ ແຈ້ງເຕືອນປະຊາຊົນກ່ຽວກັບສະພາບດິນຟ້າອາກາດເປັນຕົ້ນແມ່ນລົມພະຍຸທີ່ອາດຈະເກີດຂື້ນຊຶ່ງ ຜ່ານມາຢູ່ເມືອງຫາດຊາຍຟອງກໍໄດ້ຖືກຜົນກະທົບໜັກຈາກພາຍຸລະດູຮ້ອນ. ບັນຫາດັ່ງກ່າວໄດ້ເຮັດໃຫ້ຊັບສິນຂອງລັດ ແລະປະຊາຊົນເສຍຫາຍຢ່າງຫຼວງຫຼາຍ ແລະ ໃຫ້ຄະນະຮັບຜິດຊອບກະກຽມສະເຫຼີມສະຫຼອງ2ວັນປະຫວັດສາດ ເອົາໃຈໃສ່ເປັນເຈົ້າການປະສານສົມທົບກັບບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ເພື່ອຮັບປະກັນໃຫ້ທັນກັບກໍານົດເວລາ, ເຮັດໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ຮັບປະກັນຄວາມສະຫງົບ ແລະ
ມີຄວາມເປັນລະບຽບຮຽບຮ້ອຍຊຶ່ງໃນເດືອນມີນາກໍຈະແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ
60 ປີແລະ ວັນແມ່ຍິງສາກົນ.
No comments:
Post a Comment