ອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງໃຫ້ຮູ້ວ່າ: ວັນທີ 24 ກຸມພາ, ໂດຍສະເພາະພາກເໜືອດ້ານຕາເວັນອອກ ອາກາດຍັງ ສືບຕໍ່ໜາວເຢັນ, ພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ; ພາກເໜືອດ້ານຕາເວັນຕົກມີເມກປົກຄຸມເປັນ ບາງສ່ວນ, ອາກາດເຢັນຫາໜາວຕື່ມອີກພ້ອມມີໝອກບາງ ປົກຫຸ້ມຢູ່ບາງທ່ອງ ຖິ່ນໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຄະ ນອງລົມແຮງຢູ່ບາງທ່ອງຖິ່ນແຂວງໄຊຍະບູລີ. ສຳລັບແຂວງຫລວງ ນ້ຳທາ, ເມືອງສິງ, ວຽງພູຄາ ແລະ ແຂວງອຸດົມໄຊອາກາດ ຈະເຢັນຫລາຍໃນຕອນກາງ ຄືນ ຫາ ຕອນເຊົ້າ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ. ສໍາລັບນະຄອນຫຼວງວຽງຈັນ ມີເມກປົກ ຄຸມເປັນບາງສ່ວນ, ອາກາດຍັງເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າ ຄະນອງກະຈາຍ, ພ້ອມມີລົມພັດແຮງຢູ່ບາງບໍລິເວນເປັນບາງໂອກາດ; ພາກກາງມີເມກປົກຄຸມເປັນສ່ວນຫຼາຍ, ອາກາດເຢັນ ໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກຟ້າຄະນອງກະຈາຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ໂດຍສະເພາະແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ; ແຂວງໄຊສົມບູນ ອາກາດໜາວເຢັນພ້ອມມີໝອກໜາໃນຕອນເຊົ້າ
ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດ; ພາກໃຕ້ ມີເມກປົກຄຸມເປັນບາງສ່ວນ, ອາກາດຍັງເຢັນ ໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຄະນອງກະຈາຍຢູ່ບາງທ່ອງຖິ່ນທາງດ້ານຕາເວັນອອກຂອງແຂວງສາລະວັນ , ຈຳປາສັກ ແລະ ເຊກອງ. ສຳລັບເຂດປາກຊ່ອງ, ນິຄົມ
34 ອາກາດຍັງໜາວເຢັນພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ ແລະ ຍັງຈະມີຝົນຕົກກະຈາຍຢູ່ຕາມອີກ.
ສະນັ້ນ ເນື່ອງຈາກວ່າສອງກະແສລົມຕາເວັນອອກສ່ຽງໃຕ້
ແລະ ຕາເວັນຕົກສ່ຽງໃຕ້ພັດປົກຄຸມເຂດພາກເໜືອດ້ານຕາ ເວັນຕົກ
ລົງຫາ ພາກກາງຂອງລາວ,
ເຮັດໃຫ້ມີຝົນຕົກຟ້າຄະນອງພ້ອມມີລົມພັດແຮງຢູ່ບາງທ່ອງຖິ່ນແຂວງ
ໄຊຍະບູລີ, ແຂວງວຽງຈັນ, ໄຊສົມບູນ,
ບໍລິຄໍາໄຊ ແລະ ຄຳມ່ວນ ນັບທັງ ນະຄອນຫລວງວຽງຈັນ, ດັ່ງນັ້ນ ຈຶ່ງແຈ້ງເຕືອນໃຫ້ພໍ່ແມ່ປະ ຊາຊົນ
ທີ່ອາໄສຢູ່ບັນດາເຂດແຂວງ
ດັ່ງກ່າວໃຫ້ມີສະຕິຕາມສະພາບລົມແຮງທີ່ຈະເກີດດ້ວຍ.
No comments:
Post a Comment