Ad

Ad

24 February 2015

ອຸປະຕິເຫດບົນທ້ອງຖະໜົນຫລຸດລົງຫລາຍໃນອາທິດຜ່ານມາຍ້ອນນັກຂັບຂີ່ມີສະຕິລະວັງສູງ



ໃນອາທິດຜ່ານມາ, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດບົນ ທ້ອງຖະໜົນເກີດຂຶ້ນ 23 ກໍລະນີ, ມີຜູ້ເສຍຊີວິດ 2 ຄົນ, ລວມມູນຄ່າເສຍຫາຍ 300 ລ້ານກີບ ເຫັນວ່າຫລຸດລົງຫລາຍ ເມື່ອທຽບໃສ່ອາ ທິດກ່ອນ, ໂດຍສ ະເພາະໃນວັນທີີ 18 ກຸມພາ ຜ່ານມາ, ເກີດມີອຸປະຕິເຫດ 6 ກໍລະນີ, ມີຜູ້ເສຍຊີວິດ 2 ຄົນຄື: ຢູ່ເຂດບ້ານບຶງຂະຍອງ, ເມືອງສີສັດຕະນາກ ໄດ້ເກີດ ເຫດລົດໃຫຍ່ ຕຳກັບລົດໃຫຍ່ ແລະ ໄປຕຳກັບລົດຈັກອີກຄັນໜຶ່ງຈຶ່ງເຮັດໃຫ້ທ້າວ ພິດສະໄໝ ອາຍຸ 41 ປີ, ອາຊີບທະຫານປະ ຈຳຢູ່ຄ້າຍຈີ່ນາຍໂມ້ ເສຍຊີວິດ ແລະ ອີກກໍລະນີໜຶ່ງ ຢູ່ເຂດບ້ານໂພນຄໍ້, ເມືອງໄຊທານີ, ໄດ້ເກີດເຫດລົດຈັກເສຍຫລັກ ຕຳເອົາຕົ້ນໄມ້ ຢູ່ແຄມທາງສົ່ງ ຜົນໃຫ້ທ້າວ ສາຍຄຳ ອາຍຸ 33 ປີ, ອາຊີບກຳມະກອນ, ຢູ່ບ້ານຫາດກ້ຽງ, ເມືອງໄຊທານີ ເສຍ ຊີວິດຄາທີ່.
     ເຈົ້າໜ້າທີ່ກ່າວຕື່ມວ່າ: ອຸປະຕິເຫດສ່ວນໃຫຍ່ແມ່ນເກີດຈາກການຂັບຂີ່ແບບປະໝາດ, ບໍ່ເຄົາລົບກົດຈະລາຈອນ, ດື່ມສິ່ງ ມຶນເມົາແລ້ວຂັບຂີ່. ແຕ່ເຖິງຢ່າງໃດກໍຕາມ ໃນອາທິດຜ່ານມານີ້ ເຫັນວ່າການ ເກີດອຸປະຕິເຫດຕາມທ້ອງຖະໜົນຢູ່ໃນນະຄອນ ຫລວງ ວຽງຈັນ
ແມ່ນຫລຸດລົງຫລາຍຈາກ 37 ກໍລະນີມາເປັນ 23 ກໍລະນີ ແລະ ມີຄົນເສຍຊີວິດ 7 ຄົນ ມາເປັນ 2 ຄົນ, ກໍຍ້ອນຫລາຍ ພາກສ່ວນມີສະຕິລະວັງສູງໃນການເອົາໃຈໃສ່ໃຊ້ລົດໃຊ້ຖະໜົນ ແລະ ປະຕິບັດລະບຽບຈະລາຈອນຢ່າງ ເຄັ່ງຄັດຫລາຍຂຶ້ນຈຶ່ງເຮັດ ໃຫ້ສະພາບການເກີດອຸປະຕິເຫດຫລຸດລົງຫລາຍໃນອາທິດຜ່ານມາ.

No comments:

Post a Comment