ທ້າວ
ສີສະຫວັນ ອາຍຸ 35 ປີຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ຖືກສານປະຊາຊົນນະຄອນຫລວງ
ວຽງຈັນຕັດສິນລົງໂທດຈຳຄຸກເປັນເວລາ 4 ປີ 6 ເດືອນ, ພ້ອມປັບໃໝ 3,4 ລ້ານກີບ, ເມື່ອບໍ່ດົນມານີ້,
ພາຍຫລັງຜູ້ກ່ຽວຖືກ ເຈົ້າໜ້າທີ່ຈັບໄດ້ ໃນຂໍ້ຫາລັກຊັບ-ປຸ້ນຊັບພົນລະເມືອງ, ຊື້ຂາຍອາວຸດເສີກ
ແລະ ໂຕນໜີ ຈາກຄ້າຍຄຸມຂັງ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນປີ 2005 ຜູ້ກ່ຽວເຄີຍຕ້ອງໂທດເປັນເວລາ
9 ເດືອນໃນຂໍ້ຫາຢ າເສບຕິດ ແລະ ປີ 2007 ເຄີຍຕ້ອງໂທດ ເປັນເວລາ 5 ປີ 9 ເດືອນໃນຂໍ້ຫາລັກຊັບພົນ ລະເມືອງ,
ເຊິ່ງຜ່ານມາຜູ້ກ່ຽວເຄື່ອນໄຫວລັກລົດຈັກຫລາຍ ຄັນ ແລະ ປຸ້ນຊັບພົນລ ະເມືອງໃນຕົວເມືອງນະຄອນຫລວງວຽງຈັນ
ແລະ ຕົກມາຮອດກາງປີ 2013 ຈຶ່ງຖືກເຈົ້າໜ້າ ທີ່ຈັບຕົວມາດຳເນີນຄະດີຕາມລະ ບຽບກົດໝາຍ.
No comments:
Post a Comment