ວັນທີ
23 ກຸມພານີ້ທ່ານ ທອງທິບ ສີວິໄຊ ຫົວໜ້າຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນໄດ້ຖະແຫຼ່ງຕໍ່ສື່
ກ່ຽວກັບ ຜົນຂອງກອງປະຊຸມປະຈຳເດືອນກຸມ ພາຂອງອົງການປົກຄອງນະຄອນຫຼວງວ່າ: ກອງປະຊຸມ ດັ່ງກ່າວໄດ້ໄຂຂື້ນໃນວັນທີ
19 ກຸມພາ ນີ້ພາຍໃຕ້ການເປັນປະທານຂອງທ່ານ ດຣ ສິນລະວົງ ຄຸດໄພທູນ ເຈົ້າ ຄອງນະ ຄອນຫຼວງວຽງຈັນ,
ເຊິ່ງໄດ້ຮັບຟັງການລາຍງານ ແລະ ຕົກລົງເປັນເອກະພາບຕໍ່ 6 ບັນ ຫາເຄັ່ງຮ້ອນ ແລະ ພົ້ນເດັ່ນທີ່ຈະຕ້ອງສຸມໃຫ້ແກ້ໄຂແລະຊ່ວຍເຫຼືອຄື:
ຫນຶ່ງ : ການ ແກ້ໄຂ ຜົນກະທົບຈາກພາຍຸລະດູຮ້ອນທີ່ພັດຜ່ານໃນເຂດເມືອງຫາດຊາຍຟອງໃນວັນທີ 18
ກຸມພາຜ່ານມາ, ສອງ : ການຈັດຕັ້ງປະຕິບັດ ໂຄງການວຽງຈັນສະອາດ, ສາມ : ການຈັດ ຕັ້ງປະຕິບັດໂຄງການສຶກສາ
ວາງແຜນຜັງລະອຽດຂອງເຂດພັດທະນາລຽບຕາມແຄມ ທະໜົນ 450 ປິ, ສີ່ : ການແກ້ໄຂຂໍ້ຂັດ ແຍ້ງທີ່ດິນລະຫວ່າງປະຊາຊົນບ້ານໄຊສົມບູນ
15 ຄອບຄົວ, ຫ້າ : ການ ຮັບຮອງເອົາບົດ ລາຍງານສະພາບການຈັດຕັ້ງປະ ຕິບັດວຽກງານຂອງພະແນກສະກັດກັ້ນແລະຕ້ານອັກຄີນະ
ຄອນຫຼວງວຽງຈັນປະຈຳປີ 2014 ແລະ ແຜນຈັດຕັ້ງປະຕິບັດປະ
ຈຳປີ 2015 ແລະ ຫົກ : ຮັບຮອງເອົາແຜນກະກຽມ ສະເຫຼີມສະເຫຼີມບຸນປີໃໝ່ລາວປະຈຳປີ ພສ 2557, ຊຶ່ງຕໍ່ບັນຫາດັ່ງ ກ່າວທາງອຳນາດການປົກຄອງນະຄອນ
ຫຼອງວຽງຈັນກໍ່ໄດ້ມີວີທີ່ແກ້ໄຂຢ່າງລະອຽດ ແລະ ແບ່ງໜ້າທີ່ໃຫ້ ພາກສ່ວນກ່ຽວ ຂ້ອງແຕ່ລະຂັ້ນນຳໄປຈັດຕັ້ງປະຕິບັດຕາມໜ້າທີ່ຄວາມຮັບຜິດຊອບຂອງໄຜລາວ.ທ່ານຫົວໜ້າຫ້ອງການກ່າວວ່າ:ມາຮອດປັດຈຸບັນ6
ບັນຫາດັ່ງກ່າວພວມຢູ່ໃນຂັ້ນຕອນດຳເນີນເປັນຕົ້ນແມ່ນການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຢູ່ເມືອງ
ຫາດຊາຍ ຟອງ ກໍໄດ້ ຊ່ວຍເຫຼືອໄປແລ້ວຈຳນວນໜຶ່ງ ແລະ ບັນຫາ ອື່ນໆກໍເຊັ່ນດຽວ ແລະ ເຊື່ອວ່າຈະໄດ້ຮັບການແກ້ໄຂ້ຢ່າງມີປະສິດທິຜົນ
ຕາມແຜນການຂອງ ນະຄອນຫຼວງວາງອອກ.
No comments:
Post a Comment