Ad

Ad

24 February 2015

ນະຄອນຫລວງເລັ່ງຊ່ວຍເຫລືອຜູ້ປະສົບໄພທຳມະຊາດຢູ່ເມືອງຫາດຊາຍຟອງ



ມາຮອດປັດຈຸບັນ, ຄະນະຮັບຜິດຊອບແກ້ໄຂບັນເທົາທຸກຜູ້ເຄາະ ຮ້າຍຂັ້ນນະຄອນຫລວງ, ໄດ້ເລັ່ງລົງຟື້ນຟູລະ ບົບພື້ນຖານໂຄງລ່າງ ແລະ ຊ່ວຍເຫລືອສ້ອມແປງເຮືອນຊານປະຊາຊົນຜູ້ທີ່ປະສົບໄພທຳມະຊາດຈາກ ພະຍຸຝົນ ພັດແຮງເ ມື່ອເວລາຂ້ອນແຈ້ງຂອງວັນທີ 18 ກຸມພາຜ່ານມາຢູ່ ເມືອງຫາດຊາຍຟອງ ເພື່ອຮັບປະກັນໃຫ້ການດຳລົງຊີວີດຊອງປະຊາຊົນ ກັບສູ່ສະພາບປົກະຕິດີຂຶ້ນໂດຍພື້ນຖານ.
     ທ່ານ ບຸນທາມ ພຸດທະວົງສາ ເຈົ້າເມືອງຫາດຊາຍຟອງ ລາຍງານໃຫ້ຮູ້ ເມື່ອວັນທີ 23 ກຸມພານີ້ວ່າ: ປັດຈຸບັນຍອດ ການ ຊ່ວຍເຫລືອຜູ້ປະສົບໄພທຳມະຊາດຄັ້ງນີ້ຈາກພາກສ່ວນຕ່າງໆນັບເປັນວັດຖຸ ແລະ ເງິນ ລວມມີປະມານ 150 ລ້ານ ກວ່າກີບ, ໃນນີ້ຄະນະຮັບຜິດຊອບໄດ້ເລັ່ງໃສ່ການແກ້ໄຂວຽກຟື້ນຟູພື້ນຖານໂຄງລ່າງຄື ສ້ອມແປງ ລະບົບໄຟຟ້າຈົນສາ ມາດນຳໃຊ້ ໄຟຟ້າໄດ້ເປັນປົກ ກະຕິແລ້ວ ແລະ ໄດ້ປຸກສ້າງສ້ອມແປງເຮືອນໃຫ້ຄອບຄົວ ຜູ້ປ່ຽວພອຍສຳເລັດຂັ້ນພື້ນ ຖານຈຳນວນ 5 ຫລັງຢູ່ບ້ານໜອງແວງ ແລະ ບ້ານດອນຂາຊ້າຍໜຶ່ງຫລັງລວມມູນຄ່າ 20 ລ້ານ ກວ່າກີບ, ສຳລັບໂຮງ ຮຽນ 4 ແຫ່ງທີ່ໄດ້ ຮັບຜົນເສຍຫາຍນັ້ນ, ປັດຈຸ ບັນມີ 3 ແຫ່ງສາມາດເປີດການຮຽນ-ການສອນ ໄດ້ເປັນປົກກະຕິແລ້ວ ແລະ ອາຄານຮຽນໜຶ່ງ ຫລັງຂອງໂຮງຮຽນມັດທະຍົມ ບໍ່ໂອທີ່ໄດ້ຮັບ ຜົນເສຍຫາຍໜັກກວ່າໝູ່ ນັ້ນແມ່ນໄດ້ຊັບຊ້ອນຫ້ອງ ຮຽນ ແລະ ນັກຮຽນເພື່ອສິ ດສອນຊົ່ວຄາວຈົນກວ່າການ ສ້ອມແປງອາຄານ ທີ່ເປ່ເພຈະສຳເລັດ ໃນອີກປະມານໜຶ່ງເດືອນຂ້າງໜ້າ.

ທ່ານເຈົ້າເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ນັບວ່າເປັນໄພພິບັດທາງທຳມະຊາດທີ່ສ້າງຄວາມເສຍຫາຍຫລາຍຢ່າງ ບໍ່ເຄີຍ ມີມາກ່ອນຢູ່ເມືອງຫາດຊາຍຟອງ, ເຊິ່ງມີເຮືອນປະຊາຊົນຫລາຍກວ່າ 600 ຫລັງເປ່ເພ,ໃນນັ້ນມີປະມານ 40 ກວ່າຫລັງເສຍ ຫາຍໜັກ, ໂຮງຮຽນ 4 ແຫ່ງ ແລະ ເສົາໄຟຟ້າ 70 ກວ່າຕົ້ນເປ່ເພ ແລະ ປັດຈຸບັນອຳນາດການປົກຄອງ ເມືອງກໍໄດ້ສືບຕໍ່ລົງໄປ ປຸກລະດົມຂົນຂວາຍປະຊາຊົນທີ່ບໍ່ໄດ້ຮັບຜົນກະທົບໃຫ້ປະກອບສ່ວນເຫລືອຕາມຄວາມອາດສາມາດເພື່ອເຮັດແນວໃດເຮັດໃຫ້ການຟື້ນຟູພື້ນຖານໂຄງລ່າງໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ຊຸກຍູ້ໃຫ້ກັບຄອບຄົວຜູ້ທີ່ໄດ້ຮັບຜົນກະທົບມີກຳລັງໃຈ ຜ່ານຜ່າເອົາຊະນະກັບຄວາມຫຍຸ້ງຍາກຈາກເຫດການຄັ້ງນີ້ໄປໄດ້ ແລະ ບຸກຄົນ, ນິຕິບຸກຄົນ, ບໍລິສັດ, ຫ້າງຮ້ານຫົວໜ່ວຍທຸລະກິດໃດຢາກໃຫ້ການປະກອບສ່ວນຊ່ວຍເຫລືອ ຜູ້ປະສົບໄພ ພິບັດທາງທຳມະຊາດຄັ້ງນີ້ ສາມາດພົວພັນໄປທີ່ຫ້ອງວ່າການປົກຄອງ ເມືອງຫາດຊາຍຟອງ, ໝາຍເລກໂທລະສັບ 021-832096.
   ຂ່າວໃຫ້ຮູ້ອີກວ່າ: ໃນເວລາປະມານ  16:30 ໂມງ,ໄດ້ເກີດມີລົມພັດແຮງປະມານ  5 ນາທີ ຢູ່ນະຄອນຫລວງວຽງ ຈັນ, ອັນໄດ້ ສ້າງຄວາມເສຍຫາຍໃນຫລາຍຈຸດເຊັ່ນ: ຫລັກສັນຍານອາກາດສະຖານີວິທະຍຸກະຊວງປ້ອງກັນຄວາມ ສະຫງົບ ຫັກລົ້ມ, ນອກຈາກ ນີ້ເຕັ້ນຮ້ານຂາຍສິນຄ້າໃນງານຕະຫລາດນັດຢູ່ເດີ່ນສູນການຄ້າລາວ-ໄອເຕັກ ແລະ ງານຕະຫລາດນັດ ກະສິກຳ ແລະ ຫັດຖະກຳເມືອງ ສີໂຄດຕະບອງ, ກໍປີວຫັກລົ້ມເຊັ່ນດຽວກັນ.

No comments:

Post a Comment