Ad

Ad

24 February 2015

ເພີ່ມຄວາມເຂົ້າໃຈວຽກງານອາຊຽນໃຫ້ແກ່ສື່ມວນຊົນ



ຕອນເຊົ້າຂອງວັນທີ 13 ກຸມພານີ້, ກົມອາຊຽນກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການ ສ້າງ ປະຊາຄົມອາຊຽນໃນປີ 2015 ແລະ ຄວາມພ້ອມຂອງລາວໃນການເປັນເຈົ້າພາບເລະປະທານອາ ຊຽນໃນປີ 2016 ໃຫ້ແກ່ສື່ມວນ ຊົນ, ຢູ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC)ນະຄອນ ຫຼວງວຽງຈັນ, ເພື່ອ ຍົກລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ຂອງບັນດາສື່ ມວນຊົນລາວ, ກ່ຽວກັບອາຊຽນ ແລະ ປຶກສາຫາລື, ແລກປ່ຽນຄຳຄິດເຫັນ, ເພື່ອຮັບປະກັບໃຫ້ແກ່ການສະເໜີ ຂ່າວສານທີ່ຖືກຕ້ອງແລະທັນການ ແລະ ເຂົ້າເຖິງ ກຸ່ມເປົ້າໝາຍ, ເປັນຕົ້ນແມ່ນຜູ້ອ່ານ ແລະ ຜູ້ຊົມຂ່າວສານຕ່າງໆ ແລະ ສົ່ງເສີມໃຫ້ ສື່ມວນຊົນລາວສາມາດກະ ຈາຍຂໍ້ມູນຂ່າວສານກ່ຽວກັບວຽກງານອາຊຽນ ໃຫ້ປະຊາຊົນບັນດາເຜົ່າ, ກໍຄືພະນັກງານທະຫານ, ຕຳ ຫຼວດ, ນັກທຸລະກິດ, ຕະຫຼອດຮອດຊາວຕ່າງປະເທດທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ລາວມີຄວາມເຂົ້າໃຈຢ່າງເລິກ ເຊິ່ງ, ກ່ຽວກັບ ອາຊຽນ, ການສ້າງປະຊາຄົມອາຊຽນໃນວັນທີ 31 ທັນວາ 2015, ການເປັນເຈົ້າພາບ ແລະ ປະທານອາຊຽນຂອງ ສປປ ລາວ ໃນປີ 2016, ສປປ ລາວ ເຂົ້າເປັນສະມາຊິກອາຊຽນໃນປີ 1997, ຊຶ່ງໃນເບື້ອງຕົ້ນມີ 5 ປະເທດສ້າງຕັ້ງຄື: ໄທ, ສິງກະໂປ, ຟີລີບປິນ, ອິນໂດເນເຊຍ ແລະ ມາເລເຊຍ.

ກອງປະຊຸມສຳມະນາດັ່ງກ່າວຄັ້ງນີ້, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕີ ລັດ ຖະມົນຕີ ຊ່ວຍວ່າການກະຊວງຖະແຫຼ່ງຂ່າວ ວັດທະນະທ ຳແລະ ທ່ອງທ່ຽວ ແລະ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວ, ໂດຍມີສື່ມວນຊົນຈາກພາກສ່ວນຕ່າງໆປະມານ 100 ຄົນເຂົ້າຮ່ວມ.

No comments:

Post a Comment